ຈຳປາສັກ ເຂັ້ມງວດລົງກວດຊື້-ຂາຍຊີ້ນໝູຢູ່ຕະຫຼາດ

 ບ່າຍວັນທີ 5 ມັງກອນ 2021, ເຈົ້າໜ້າທີ່ກວດກາການຄ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກຮ່ວມກັບຕຳຫຼວດເສດຖະກິດກອງບັນຊາການ ປກສ ແຂວງໄດ້ລົງເຄື່ອນໄຫວກວດກາການຊື້-ຂາຍຊີ້ນໝູຢູ່ຕະຫຼາດໃໝ່ປາກເຊ ນະຄອນປາກເຊ.

  ໃນໂອກາດນີ້ໄດ້ກວດພົບຜູ້ທີ່ຂາຍຊີ້ນໝູ 50 ພັນກີບຕໍ່ກິໂລກຣາມ 1 ຮ້ານ ເຊິ່ງເກີນກວ່າລາຄາທີ່ພະແນກອຸດສາຫະກຳ ແລະການຄ້າແຂວງກຳນົດອອກຊຶ່ງເຈົ້າໜ້າທີ່ໄດ້ກັກຢຶດຊີ້ນໝູພ້ອມທັງສ້າງບົດບັນທຶກ, ສຶກສາອົບຮົມຜູ້ລະເມີດຕາມລະລຽບການ.

 ຈາກນັ້ນ, ເຈົ້າໜ້າທີ່ຍັງໄດ້ສ້າງບົດບັນທຶກກັບບັນດາຮ້ານຂາຍຊີ້ນໝູແຕ່ລະຮ້ານໃຫ້ຂາຍຊີ້ນໝູໃນລາຄາທີ່ທາງການກໍານົດໃຫ້ຄື: ລາຄາ 40-45 ພັນກີບຕໍ່ກີໂລກຼາມ, ຖ້າຂາຍເກີນລາຄານີ້ເວລາມີຜູ້ບໍລິໂພກລາຍງານຕໍ່ເຈົ້າໜ້າທີ່ຈະໄດ້ດໍາເນີນການປັບໃໝຕາມລະບຽບການ.

   ນອກນີ້ຍັງຈະໄດ້ເອົາໃຈໃສ່ກວດກາບັນດາຜູ້ປະກອບການກໍຄືຟາມລ້ຽງໝູ ແລະຜູ້ຊື້-ຂາຍຊີ້ນໝູພາຍໃນແຂວງຖ້າຂາຍຊີ້ນໝູເກີນລາຄາໂຄງສ້າງທີ່ກຳນົດໄວ້ກໍຈະດໍາເນີນການການປັບໃໝຕາມລະບຽບການ.

 ຖ້າພົບເຫັນຮ້ານຂາຍຊີ້ນໝູຢູ່ຕາມຕະຫຼາດຕ່າງໆ ພາຍໃນແຂວງຈຳປາສັກຂາຍຊີ້ນໝູເກີນລາຄາ 40-45 ພັນກີບຕໍ່ ໂລກຣາມ ທ່ານສາມາດໂທແຈ້ງເຈົ້າໜ້າທີ່ ກວດກາການຄ້າໄດ້ທີ່ໝາຍເລກໂທລະສັບ 020 2226 6966, 020 5873 5555.

---------------

ຂ່າວ: ທູນທອງໃຈ 

ຮູບພາບໜັງສືພິມເສດຖະກິດ-ສັງຄົມ