ບຸນກິນຈຽງ ຫຼື ນໍເປເຈົາເປັນງານບຸນປະຈຳປີຂອງເຜົ່າມົ້ງແມ່ນງານສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ເປັນສັນຍາລັກແຫ່ງຄວາມສາມັກຄີ,ຄວາມຜູກໝັ້ນໃນວົງສາຄະນາຍາດຂອງປະຊາຊົນເຜົ່າມົ້ງທີ່ຢູ່ຫ່າງໄກໄດ້ມາພົບປະສ້າງສັນ ແລະເພື່ອເຮັດພິທີກຳລະນຶກເຖິງບັນພະບູລຸດຂອງວົງສາຄະນາຍາດຕົນຊຶ່ງເຈົ້າກົກເຈົ້າເລົ່າໄດ້ນຳພາຊາວເຜົ່າມົ້ງຈັດງານບຸນນໍເປເຈົາທີ່ຍິ່ງໃຫຍ່ຂຶ້ນມາແຕ່ດົນນານ ແລະມີຄວາມໝາຍຄວາມສຳຄັນທີ່ສ່ອງແສງເຖິງຮີດຄອງປະເພນີ, ວັດທະນະທຳອັນດີງາມຂອງຊົນເຜົ່າໃນລາວ ໂດຍສະເພາະແມ່ນເຜົ່າມົ້ງ.
ຊົນເຜົ່າມົ້ງເປັນຊົນເຜົ່າໜຶ່ງໃນ 50 ຊົນເຜົ່າໃນວົງຄະນາຍາດແຫ່ງຊາດລາວຈັດຢູ່ໃນໝວດພາສາມົ້ງ-ອີວມຽນມີປະຫວັດຄວາມເປັນມາອັນຍາວນານຄ້າຍຄືກັບຊົນເຜົ່າອື່ນໆ ຂອງລາວຊົນເຜົ່າມົ້ງມີພາສາຂຽນເປັນເອກະລັກຂອງຕົນເອງສ່ວນພາສາປາກເວົ້າມີຄວາມແຕກຕ່າງກັນເລັກໜ້ອຍ, ແຕ່ສາມາດເຂົ້າໃຈເຊິ່ງກັນ ແລະກັນມີເອກະ ລັກທາງດ້ານຮີດຄອງປະເພນີຄວາມເຊື່ອຖືວັດທະນະທຳຂອງຕົນເອງໄວ້ໃຫ້ຮຸ່ນລູກ-ຮຸ່ນຫຼານຈົນເຖິງທຸກວັນນີ້.
ງານບຸນກິນຈຽງ ຫຼື (ນໍເປເຈົາ)ຂອງຊົນເຜົ່າມົ້ງເພື່ອເປັນການສະເຫຼີມສະຫຼອງຜົນງານການຜະລິດໃນຮອບ 1 ປີ ທັງເປັນການຟື້ນຟູເຜີຍແຜ່ຮີດຄອງປະເພນີ ແລະວັດທະນະທຳອັນດີງາມຂອງຕົນເປັນການສົມມາຄາລະວະຕໍ່ຜູ້ອາວຸໂສ, ຜູ້ເປັນພໍ່ເປັນແມ່ ແລະຜູ້ນຳພາໃນຕະກຸນເປັນໂອກາດເຕົ້າໂຮມພໍ່ແມ່ຍາດຕິພີ່ນ້ອງທັງໃກ້ ແລະໄກເພື່ອຢ້ຽມຢາມພົບປະສ້າງສັນຄວາມສາມັກຄີ ແລະຮູ້ບຸນຄຸນເຊິ່ງກັນ ແລະກັນ, ພາຍໃນງານໄດ້ມີການແຂ່ງຂັນກີລາຍິງໜ້າເກັກ, ກີລາໝາກຄ່າງ, ກີລາ ແຂ່ງລົດສາມລໍ້ໄມ້ລະຫວ່າງບ້ານຕໍ່ບ້ານ, ໂຍນໝາກຄອນ ແລະຊົມສິລະປະຂອງຊົນເຜົ່າມົ້ງຢ່າງມ່ວນຊື່ນ.
ປະເພນີກິນຈຽງ ຈະຈັດເປັນ 3 ໄລຍະ ຄື: ໄລຍະທີ 1: ຫົວໜ້າຄອບຄົວຈະເປັນຜູ້ປັດສິ່ງທີ່ບໍ່ດີ, ຄວາມທຸກຍາກໃນຄອບຄົວ ແລະໄປສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຢູ່ໃນຈຸດ ລວມຂອງແຕ່ລະຊິງຊາວ, ໄລຍະທີ 2: ແມ່ນ ໄລຍະ ທີ່ຫົວໜ້າຄອບຄົວ ໄດ້ມາເອີ້ນຂວັນຢູ່ເຮືອນໃຫ້ແຕ່ລະ ຄົນໃນຄອບຄົວໃຫ້ຢູ່ດີມີແຮງ, ປັດ ເປົ່າສິ່ງທີ່ບໍ່ດີອອກໄປຈາກຄອບຄົວ ແລະມີການເຮັດພາເຂົ້າສາມັກຄີໃນຄອບຄົວເອີ້ນກັນວ່າ: ຈຽງໄກ່, ໄລຍະທີ 3: ແມ່ນໄລຍະພົບປະສ້າງສັນກັບຜູ້ເຖົ້າ-ຜູ້ແກ່ຊິງຊາວ, ພົບປະສ້າງສັນລະ ຫວ່າງໝູ່ຄູ່, ບ່າວສາວໂດຍການໂຍນໝາກຄອນເພື່ອຜູກມັດຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນພ້ອມດຽວກັນນັ້ນ, ຍັງໄດ້ມີການສະແດງສິລະປະ ແລະ ສ້າງຂະ ບວນການກີລາທີ່ເປັນເອກະລັກຂອງຊົນເຜົ່າມົ້ງເຊັ່ນ: ຂັບລໍາເຜົ່າມົ້ງ, ເປົ່າປີ່, ເປົ່າແຄນ, ງົວຊົນງົວ, ຕີໝາກຂ່າງ, ຍິງໜ້າເກັກ ແລະອື່ນໆ.