ຖວທ ຜົ້ງສາລີ ຍົກລະດັບວຽກຕ້ານຄ້າມະນຸດ

   ວັນທີ 4-5 ມັງກອນ 2021 ທາງກະຊວງ ຖວທ ຮ່ວມມືກັບພະແນກ ຖວທ ແຂວງຜົ້ງສາລີ ໄດ້ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງກ່ຽວກັບວຽກງານຕ້ານການຄ້າມະນຸດໃຫ້ພະນັກງານຂະ ແໜງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງຜົ້ງສາລີຂຶ້ນທີ່ພະແນກການເງິນແຂວງ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຖວທ, ປະທານຄະນະກຳມະການຕ້ານການຄ້າມະນຸດກະຊວງ ຖວທ, ມີທ່ານ ບຸນຈັນ ເຈີເອ ົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງ, ມີບັນດາທ່ານນັກວິທະຍາກອນຈາກສູນກາງ ແລະ ນັກສຳມະນາກອນຂັ້ນແຂວງ, ຖວທ 7 ເມືອງ ແລະນັກຂ່າວອ້ອມຂ້າງແຂວງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ  ສະຫວັນຄອນ  ຣາຊມຸນຕຣີ ກ່າວເປີດພິທີຊຸດອົບຮົມນີ້ວ່າ: ສປປ ລາວ ກໍ່ເປັນປະເທດໜຶ່ງທີ່ມີບັນຫາການຄ້າມະນຸດຊຶ່ງຫຼາຍປະເທດເປັນຕົ້ນທາງ ແລະທາງຜ່ານການຄ້າມະນຸດ, ເນື່ອງຈາກທີ່ຕັ້ງພູມສັນຖານຂອງປະເທດມີຊາຍແດນຕິດຈອດກັບຫຼາຍປະເທດເປັນເງື່ອນໄຂເອື້ອອຳນວຍໃນການເດີນທາງເຂົ້າ-ອອກຊຶ່ງການຄ້າມະນຸດໄດ້ມີຫຼາຍຮູບແບບເຊັ່ນ: ການໝັ້ນໝາຍ ຫຼືການແຕ່ງດອງແອບແຝງ, ການຂູດຮີດແຮງງານ, ການຂູດຮີດທາງເພດ ແລະ ການບັງຄັບໃຫ້ເປັນໂສເພນີ, ການເປັນຂ້າທາດ, ການຄ້າປະເວນີຂອງຜູ້ອື່ນ, ການໃຫ້ຖືພາ,ການເອົາເດັກໄປລ້ຽງ ຫຼືການເອົາເດັກມາເປັນລູກລ້ຽງແອບແຝງ,ການເປັນຂໍທານ,ການລັກພາຕົວການຖ່າຍ ຮູບພາບ, ສະແດງ, ເຜີຍແຜ່ສິ່ງລາມົກ ແລະການເອົາອະໄວຍະວະຕ່າງໆຂອງຮ່າງກາຍໄປຂາຍ.

  ຍ້ອນເຫັນຜົນກະທົບອັນຮ້າຍແຮງດັ່ງກ່າວ, ໄລຍະຜ່ານມາພັກ-ລັດ ໄດ້ມີຄວາມພະຍາຍາມເອົາໃຈໃສ່ຊີ້ນຳການເຄື່ອນໄຫວຕະຫຼອດໂດຍສະເພາະແມ່ນກະຊວງ ຖວທ ເປັນສ່ວນໜຶ່ງໃນການເຜີຍແຜ່ ແລະປູກຈິດສຳນຶກໃນທົ່ວສັງຄົມໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະໃຫ້ຄວາມສຳຄັນໃນການປະຕິບັດວຽກງານສະກັດກັ້ນ ແລະຕ້ານການຄ້າມະນຸດ, ຮ່ວມກັບທຸກກະຊວງ, ຄູ່ຮ່ວມພັດທະນາ ແລະ ອົງການສາກົນການຄ້າມະນຸດຍັງເປັນບັນຫາ ແລະ ປາກົດການຫຍໍ້ທໍ້ທີ່ເປັນຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ  ສປປ ລາວ ແລະປະເທດອື່ນໆໃນອະນຸພາກພື້ນລຸ່ມແມ່ນໍ້າຂອງ,ສາເຫດຕົ້ນຕໍທີ່ປະຊາຊົນລາວເຮົາຖືກຕົວະຍົວະຫຼອກລວງໃຫ້ເຂົ້າສູ່ຂະບວນ ການຄ້າມະນຸດກໍຍັງແມ່ນຄວາມທຸກຍາກ, ຄວາມແຕກໂຕນທາງດ້ານເສດຖະກິດ ແລະໂອກາດໃນການເຮັດວຽກຂອງປະເທດເຮົາກັບບັນດາປະເທດທີ່ພັດທະນາແລ້ວ.

ຊຸດອົບຮົມຄັ້ງນີ້ນັກສຳມະນາກອນໄດ້ຮຽນຮູ້ກ່ຽວກັບກົດໝາຍວ່າດ້ວຍການຕ້ານຄ້າມະນຸດຊຶ່ງລວມມີ 9 ພາກ, 12 ໝວດ, 91 ມາດຕາ, ກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍມີ 9 ພາກ, 6 ໝວດ, 82 ມາດຕາ,ຄູ່ມືການກຳນົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ບົດບາດສື່ໃນການໃຫ້ຂໍ້ມູນຂ່າວສານ, ວິທີການໂຄສະນາເຜີຍແຜ່ປູກຈິດສຳນຶກ, ຈັນຍາບັນຂອງນັກຂ່າວ ແລະການອອກຂ່າວ, ກ່ຽວກັບການຄ້າມະນຸດ, ລະບຽບການເດີນທາງ, ວີຊ່າເຂົ້າ-ອອກ, ການເດີນທາງໄປເຮັດວຽກ ແລະແຕ່ງງານກັບຄົນຕ່າງປະເທດ, ການຊ່ວຍເຫຼືອຜູ້ເຄາະຮ້າຍຢູ່ຕ່າງປະເທດກັບຄືນລາວ ແລະ ສະພາບໃນການໃຫ້ຄວາມຊ່ວຍເຫຼືອຜູ້ຍິງຖືກເຄາະຮ້າຍຈາກການຄ້າມະນຸດ, ນອກຈາກການຮຽນຮູ້ແລ້ວນັກສຳມະນາກອນຍັງຈະໄດ້ແບ່ງກຸ່ມເພື່ອສົນທະນາຄົ້ນຄວ້າວາງແຜນຮ່ວມການວິທີການປ້ອງກັນ ແລະສະກັດກັ້ນຕ້ານການຄ້າມະນຸດ.

---------------

ຂ່າວແສງຄຳ ສາລີວັນ