ເມືອງນອງເລີ່ມໃຊ້ລະບົບໃໝ່ຈ່າຍເງິນອຸດໜູນນາຍບ້ານ

   ພິທີເຊັນສັນຍາວ່າດ້ວຍການເບີກຈ່າຍເງິນອຸດໜູນໃຫ້ນາຍບ້ານຂອງເມືອງນອງຜ່ານຊ່ອງທາງຢູມັນນີລະຫວ່າງຫ້ອງວ່າການປົກຄອງເມືອງນອງກັບບໍລິສັດສະຕາໂທລະຄົມສາຂາແຂວງສະຫວັນນະເຂດ ດ້ຈັດຂຶ້ນທີ່ສະໂມສອນຂອງເມືອງນອງໃນວັນທີ 30 ທັນວາ 2020, ຮ່ວມເປັນສັກຂີພິຍານໂດຍທ່ານລຳແກ້ວ ແສງໜູທອງ ເຈົ້າເມືອງໆນອງ ແລະລົງນາມໃນສັນຍາສະບັບນີ້ໂດຍມີທ່ານ ນາງ ສັງທອງ ກຽດຕະວົງ ຮອງເຈົ້າເມືອງນອງ ແລະທ່ານ ຫວຽນ ເຖຈຸງ ຜູ້ອຳນວຍການບໍລິສັດສະຕາໂທລະຄົມສາຂາແຂວງສະຫວັນນະເຂດ.

 ທ່ານ ສີສ່ວນ ເຫມມະບຸດ ຮອງຜູ້ອຳນວຍການບໍລິສັດສະຕາໂທລະຄົມສາຂາແຂວງສະຫວັນນະເຂດໄດ້ໃຫ້ຮູ້ກ່ຽວກັບຜະລິດຕະພັນ,ຈຸດດີ ແລະເງື່ອນໄຂສະດວກຕ່າງໆຂອງການນຳໃຊ້ລະບົບ U-Money ເຂົ້າໃນການເຮັດທຸລະກຳດ້ານການເງິນຊຶ່ງທ່ານໃຫ້ຮູ້ວ່າ: ຢູມັນນີແມ່ນກະເປົ໋າເງິນເອເລັກໂຕຣນິກພາຍໃຕ້ການຄຸ້ມຄອງດຳເນີນທຸລະກິດຂອງບໍລິສັດສະຕາຟີນເທັກຈຳກັດຜູ້ດຽວຊຶ່ງເປັນບໍລິສັດໃນເຄືອຂອງສະຕາໂທລະຄົມ Unitel, ຢູມັນນີແມ່ນການບໍລິການໆ ເງິນເທິງມືຖືເພື່ອຊ່ວຍໃຫ້ປະຊາຊົນສາມາດເຮັດທຸລະກຳທາງດ້ານການເງິນ ແລະຊຳລະຄ່າບໍລິການຕ່າງໆເຊັ່ນ: ການຕື່ມມູນຄ່າໂທ, ການຊຳລະຄ່າອິນເຕີເນັດເຮືອນ, ການຊຳລະຄ່າປະກັນໄພ, ຊຳລະຄ່າໄຟຟ້າ ແລະອື່ນໆ ຊຶ່ງມີຄວາມສະດວກປອດໄພ, ສາມາດເຮັດທຸລະກຳໄດ້ທຸກເວລາ, ໃຜກໍ່ໃຊ້ໄດ້ພຽງແຕ່ມີສັນຍານຂອງ Unitel.

   ດ້ານເປົ້າໝາຍ ແລະຈຸດປະສົງເພື່ອສ້າງບໍລິການທີ່ດີແກ່ລູກຄ້າໂດຍສະເພາະປະຊາຊົນທີ່ດຳລົງຊີວິດໃນເຂດຫ່າງໄກສອກຫຼີກທີ່ມີຄວາມຫຍຸ້ງຍາກໃນການເດີນທາງໃຊ້ເວລາດົນກວ່າຈະເຖິງບ່ອນໃຊ້ບໍລິການໂອນເງິນຕ່າງໆຊຶ່ງຢູມັນນີໄດ້ແກ້ໄຂບັນຫາດັ່ງກ່າວໄດ້ດີ.

    ສຳລັບເມືອງນອງລວມມີຈຳນວນບ້ານທັງໝົດ 69 ບ້ານ ຊຶ່ງຈະມີນາຍບ້ານ ແລະ ຄະນະປົກຄອງບ້ານໃນທົ່ວເມືອງປະມານ 229 ທ່ານ ຈະໄດ້ຮັບເງິນອຸດໜູນ ຫຼື ເງິນເດືອນຂອງຕົນຜ່ານຊ່ອງທາງການເບີກຈ່າຍໂດຍລະບົບຢູມັນນີຊຶ່ງບໍ່ມີຄ່າທຳນຽມໃນການໂອນ, ະຫຍັດຕົ້ນທຶນ, ປະຫຍັດເວລາ ແລະສາມາດ ຖອນເງິນໄດ້ກັບທຸກຕົວແທນຂອງຢູມັນນີທີ່ຢູ່ໃກ້ (ປ່ອງບໍລິການຢູນີເທວ ຫຼືຮ້ານຈຸດຂາຍທຸກແຫ່ງ), ລະບົບນີ້ມີຄວາມປອດໄພສູງ ແລະສາມາດເຮັດທຸລະກຳໄດ້ທຸກທີ່ທີ່ມີສັນຍານ.

-------------

ຂ່າວສະຫວັນ