ແຕກແລ້ວ ລາງວັນລົດໃຫຍ່ຈາກເບຍລາວ

  ເພື່ອສະແດງຄວາມຮູ້ບຸນຄຸນ ແລະຮ່ວມສະຫຼອງວັນສະຖາປະນ ສປປ ລາວ ຄົບຮອບ 45 ປີ ທີ່ບໍລິສັດ ເບຍລາວ ຈໍາກັດ ໃນວັນທີ 31 ທັນວາ 2020 ໄດ້ຈັດກິດຈະ ກຳມອບໂຊກຄັ້ງຍິ່ງໃຫຍ່ພາຍໃຕ້ຊື່ໂຄງການ “LBC Fest 2020” ໃນນີ້ມີລາງວັນເງິນສົດ 10 ລ້ານ ຈຳນວນ 10 ລາງວັນ, ລາງວັນ 5 ລ້ານກີບຈຳນວນ 20 ລາງວັນ,ລາງວັນເບຍຄາຣສະເບີກກະປ໋ອງ 1 ແກັດຈຳນວນ 10 ລາງວັນ,ເບຍລາວແພັກ 6 ຈຳນວນ 20 ໂດຍເປັນກຽດການຈັບສະຫຼາກຂອງທ່ານ ແອນໂທນີ ຄຣາກ ຜູ້ອໍານວຍການຝ່າຍການເງິນ ບໍລິສັດ ເບຍລາວ ຈໍາກັດ.

   ພາຍໃຕ້ໂຄງການດັ່ງກ່າວມີລາງວັນໃຫຍ່ຄືລົດເກັງຍີ່ຫໍ້ Mercedes Benz ລຸ້ນ CLA 200 ຈຳນວນ 1 ຄັນ, ລາງວັນເງິນສົດ10 ລ້ານກີບມີ 200 ລາງວັນ, ລາງວັນເງິນສົດ 5 ລ້ານກີບມີ 600 ລາງວັນ, ນອກຈາກນີ້ຍັງມີລາງວັນເບຍຄາຣສະເບີກກະປ໋ອງ 1 ແກັດຈຳນວນ 2000 ລາງວັນ, ເບຍ ລາວແພັກ 6 ຈຳນວນ 6,000 ລາງວັນ ທີ່ມີມູນຄ່າລາງວັນລວມທັງໝົດຫຼາຍກວ່າ 8 ຕື້ກີບ, ການແຈກລາງວັນຈະດຳເນີນໄປທຸກໆອາທິດເປັນເວລາທັງໝົດ 8 ອາທິດຕະຫຼອດໄລຍະຊ່ວງກິດຈະກໍານີ້ເຫັນວ່າຜູ້ບໍລິໂພກໃຫ້ການຕອບຮັບເປັນຢ່າງດີຊຶ່ງສະແດງອອກຈາກຈໍານວນຝາ ແລະຄູປ໋ອງທີ່ໄດ້ສົ່ງເຂົ້າມາຮ່ວມກິດຈະກໍານີ້ເປັນຈໍານວນຫຼວງຫຼາຍ.

    ທ່ານ ກົງໃຈ ແກ້ວເຮືອງລິດ ບ້ານວັງຊາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກາຍເປັນຜູ້ໂຊກດີໄດ້ຮັບລົດເກັງຍີ່ຫໍ້ Mercedes Benz ລຸ້ນ CLA 200 ໂຄງການLBC Fest 2020 ຊື່ນໃຈທ້າຍປີລຸ້ນໂຊກຈາກບໍລິສັດ ເບຍລາວ ຈໍາກັດ, ຊຶ່ງຜູ້ບໍລິໂພກສາມາດເບິ່ງລາຍລະອຽດເພີ່ມຕື່ມ, ກວດເຊັກລາຍຊື່ຜູ້ໂຊກດີ ແລະຕິດຕາມການແຈກໂຊກຜ່ານ Facebook page ທີ່: https://www.facebook.com/beerlao.