ສຶກສາເມືອງມຸນລະປາໂມກ ສອບເສັງ ນັກຮຽນເກັ່ງຂັ້ນເມືອງ

  ວັນທີ 29 ທັນວາ 2020 ຫ້ອງການສຶກສາທິການ ແລະກີລາເມືອງມຸນລະປາໂມກ ແຂວງຈຳປາສັກຈັດພິທີສອບເສັງນັກຮຽນພອນສະຫວັນຂັ້ນເມືອງສົກ ປີ 2020-2021 ພິທີໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງການສຶກສາທິການ ແລະກີລາເມືອງໃຫ້ກຽດເປັນປະທານຂອງທ່ານ ໄພວັນ ໄຊລາດທິວົງ ຫົວໜ້າຫ້ອງວ່າການເມືອງ, ທ່ານ ສົມຈັນ ສີຈັນແດງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງ, ທ່ານ ຂັນທະລີ ພິມມະເສນ ຫົວໜ້າຄະນະຫັນລົງກໍ່ສ້າງຮາກຖານສາມສ້າງຕາມຂະແໜງການສາຍຕັ້ງກະຊວງສຶກສາທິການ ແລະກີລາແຂວງ, ມີຈໍານວນນັກຮຽນພອນສະຫວັນເຂົ້າຮ່ວມການສອບເສັງທັງໝົດ 72 ຄົນ ຍິງ 55 ຄົນ (ສໍາມະເນນ 4 ອົງ ), ຈຸດປະສົງແມ່ນເພື່ອຄັດ ເລືອກນັກຮຽນເກັ່ງທີ່ຈະເປັນຕົວແທນຂອງເມືອງເຂົ້າຮ່ວມສອບເສັງນັກຮຽນເກັ່ງຂັ້ນແຂວງໃນ ສົກຮຽນ 2020-2021

  ໃນພິທີຍັງໄດ້ຮັບຄຳຄິດເຫັນໂອ້ລົມຂອງທ່ານ ໄພວັນ ໄຊລາດ ທິວົງຫົວໜ້າຫ້ອງວ່າການເມືອງ ທ່ານໄດ້ກ່າວວ່າ: ໃຫ້ຮັກສາລະບຽບໃນການສອບເສັງ ແລະໃຫ້ ນ້ອງນ້ອຍນັກຮຽນທີ່ເຂົ້າຮ່ວມການສອບເສັງທັງໝົດເອົາໃຈໃສ່ການສອບເສັງຂອງຕົນໃຊ້ຄວາມຮູ້ຄວາມສາມາດສະຕິປັນຍາຂອງຕົນຢ່າງແທ້ຈິງເພື່ອໃຫ້ໄດ້ໝາກຜົນມີປະສິດທິພາບສູງຮັບປະກັນຄຸນນະພາບ.

  ການສອບເສັງແມ່ນໄດ້ຈັດແບ່ງອອກເປັນສາມຊັ້ນຄື: ຊັ້ນ ປ5 ວິຊາພາສາລາວ ອັນດັບທີ 1 ນາງ ແພວາ ນິນສຸວັນ, ທີ 2 ທ້າວ ຈັນທະວີສຸກ ຈຸນລະມະນີ, ວິຊາຄະນິດສາດ ອັນດັບທີ 1 ນາງ ແລນ ນາມົນຕີ, ທີ 2 ນາງ ຂັວນ ໄໝຄຳ, ວິຊາໂລກອ້ອມຕົວ ອັນດັບ 1 ນາງ ຜີງ ທັນໃຈ, ທີ 2 ນາງ ລັດຕະນະ ວໍລະບຸດ, ແລະ ຊັ້ນ ມ4 ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ນາງ ຈັນສະໝອນ ນາຈານ, ອັນດັບ ທີ 2 ນາງ ໄກອຳພອນ ແກ້ວມົນ ຕີ, ວິຊາຄະນິດສາດ ອັນດັບທີ 1 ສນ ຄຳຄ້ອງ ທອງປະເສີດ, ອັນດັບທີ 2 ນາງ ລຸ້ງທະວັນ ວົງສາ ໝັນ, ວິຊາເຄມີສາດ ອັນດັບ 1 ສນ ເຂດພະນາທຳມະຖາວອນ, ອັບດັບທີ 2 ນາງ ດອກມະລິ ໂພສີ ແກ້ວ, ວິຊາຟິຊິກສາດ ອັນດັບ ທີ 1 ນາງ ພຸດດາວັນ ຫານຊະນະ, ອັບດັບທີ 2 ສນ ແຊັນລີກັນ ຍາວົງ, ຊັ້ນ ມ7 ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ທ່າວ ສີ ເຫີວນ ຊິນນະຈັກ, ທີ 2 ນາງ ວົງ ວິໄລສີສະອາດ, ວິຊາຄະນິດສາດ ອັນດັບທີ 1 ນາງ ພຽງວິໄລ ແຈ່ມ ສີ, ອັນດັບທີ 2 ນາງ ກົງໃຈ ສິງວົງສາ, ວິຊາເຄມີສາດ ອັນດັບ ທີ 1 ທ້າວ ທ່ຽງຄຳ ບຸດສະຫວັນ, ອັບດັບ 2 ນາງ ໄກ່ທອງ ສີລາພັນ, ວິຊາຟິຊິກສາດ ອັນດັບທີ 1 ນາງ ພອນທິດາ ສີສຸພັນ, ອັບດັບ 2 ນົງ ຄານ ນາກສຸວັນ.

----

ໜັ້ງສືພິມ ເສດຖະກິດ-ສັງຄົມ