ແກ້ງກົງພະນັງ ແຫຼ່ງທ່ອງທ່ຽວ ທຳມະຊາດທີ່ສວຍງາມ

  ແຫຼ່ງທ່ອງທ່ຽວ ແກ້ງກົງ ພະນັງຕັ້ງຢູ່ບ້ານໜອງບົວທ່າເມືອງສອງຄອນ ແຂວງສະຫວັນນະເຂດຫ່າງຈາກຕົວເມືອງເຂົ້າ ໄປປະມານ 18 ກິໂລດແມັດ, ແກ້ງກົງພະນັງເປັນແກ້ງທີ່ມີຂະໜາດໃຫຍ່ມີຄວາມສູງຫຼາຍຊັ້ນສະລັບກັນຢ່າງສວຍງາມ, ມີບ່ອນອາບ ນໍ້າທີ່ປອດໄພ, ມີຮົ່ມໄມ້ທີ່ເຢັນສະບາຍເໝາະແກ່ການມາພັກຜ່ອນ, ທ່ຽວຊົມທຳມະຊາດ, ກິນເຂົ້າປ່າ ແລະຖ່າຍຮູບເປັນທີ່ລະນຶກ.

  ທີ່ມາຂອງຊື່ “ແກ້ງກົງພະນັງ” ໃນພາສາຜູ້ໄທແມ່ນ: ໂກ້ງພະນັງ ຊຶ່ງມີຄວາມໝາຍວ່າ: ສ້ວມທີ່ຫຸ້ມຫໍ່ດ້ວຍສາຍໂງ່ນຫີນຕິດຕໍ່ກັນບໍ່ສິ້ນສຸດ, ປະຈຸບັນມີຄໍາພ້ຽນວ່າ “ກົງພະນັງເຂັມມະລາດ” ລຽບຕາມສາຍຂອງປະມານ 150 ແມັດ, ສ້ວມກົງພະນັງເປັນບ່ອນທໍາມາຫາກິນຂອງຊາວຂອມບູຮານ ແລະເປັນບ່ອນຫຼົບຫຼີກຈາກການເກັບເກນໄປສ້າງປະສາດຫີນຈາກທະຫານຂອງຂຸນອັງຄະລາດ ເມື່ອເຂົາເຫັນທະຫານມາພວກເຂົາໄດ້ພາກັນໄປຫຼັບຫຼີກ ແລະລີ້ຊ້ອນຕາມຖໍ້າດັ່ງກ່າວ, ປາກ ຖໍ້າເລີ່ມແຕ່ແຄມຂອງໄປກຸດພັນຈັນ, ບ້ານໜອງຜີຍາວເກືອບປະ ມານ 20 ແມັດ, ບາງຄັ້ງຍ້ອນຄວາມຮີບຮ້ອນຫຼົບຫຼີກພວກເຂົາ ຈຶ່ງລືມຜ້າແພ, ເຄື່ອງໃຊ້ຂອງສອຍໄວ້ຢູ່ໃນສ້ວມຫີນເຮັດໃຫ້ທະຫານເຂົ້າໃຈວ່າແມ່ນເຄື່ອງຂອງຄົນບັງບົດ.

  ການເດີນທາງໄປຫາແກ້ງນີ້ນັກທ່ອງທ່ຽວຈະໄດ້ສຳພັດກັບທຳມະຊາດຂອງແກ້ງກົງພະນັງທີ່ສອງຟາກຟັ່ງເຕັມໄປດ້ວຍທຳມະຊາດສວຍງາມມີຕົ້ນໄມ້ນ້ອຍ-ໃຫຍ່ລຽງສະຫຼັບກັບກາຍລຽງກັນເປັນຖັນໆຂຽວຊະອຸ່ມຕະຫຼອດປີ, ບວກໃສ່ກັບສາຍນໍ້າທີ່ໃສ, ສະອາດ ແລະອາກາດທີ່ປອດໂປ່ງບໍລິສຸດອີກດ້ວຍ, ແກ້ງນີ້ຈະເປັນພະລານຫີນສະຫຼັບຊັບລຽນສະດ້າຍນັກທ່ອງທ່ຽວຈະໄດ້ທ່ຽວຊົມພະລານຫີນ, ສຳພັດກັບນໍ້າໃສໄຫຼເຢັນ.

----

ໂດຍ: ວົງມະນີ