ເມືອງຄູນຄຳ ປະກາດ 7 ບ້ານ ແບບຢ່າງດ້ານກະສິກຳ

  ພິທີປະກາດເອົາ 7 ບ້ານຄື: ບ້ານກອງລໍ, ບ້ານກູບ, ນາກາງ, ພູຊາດ, ນໍ້າສະນາມ, ພູໝາກແໜ່ງ ແລະບ້ານຄູນເພັດ ເມືອງຄູນຄຳ ແຂວງຄຳມ່ວນ ເປັນບ້ານແບບ ຢ່າງກະສິກຳ ແລະປ່າໄມ້ຈັດຂຶ້ນທີ່ບ້ານກອງລໍ ໃນວັນທີ 23 ທັນວາ 2020 ໂດຍການເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ຄຳໝັ້ນ ສໍປະເສີດ ເຈົ້າເມືອງຄູນຄຳ,ມີຫົວໜ້າພະແນກກະສິກຳ ແລະປ່າໄມ້,ຫົວໜ້າກົມສົ່ງເສີມກະຊວງກະສິກຳ ແລະປ່າໄມ້,ຄະນະພະແນກການຂັ້ນແຂວງ,ການນຳຂັ້ນເມືອງ, ຂະແໜງການກ່ຽວຂ້ອງ ແລະພໍ່ແມ່ປະຊາຊົນໃນ 7 ບ້ານເຂົ້າຮ່ວມ.

   ທ່ານ ຄຳສິງ ສານຸວົງ ນາຍບ້ານກອງລໍ ໄດ້ຕາງໜ້າທັງ 7 ບ້ານ ໄດ້ລາຍງານການສ້າງຄອບຄົວກະສິກໍາ ແລະປ່າໄມ້ຕົວແບບເຊັ່ນ: ໃນຈຳນວນ 7 ບ້ານ ແມ່ນຕັ້ງຢູ່ເຂດທົ່ງພຽງເລາະລຽບໄປຕາມແຄມສາຍນໍ້າຫີນບູນ, ສາຍນໍ້າໄຮ ແລະເສັ້ນທາງຄູນຄຳ-ກອງ ລໍ, ມີປະຊາກອນທັງໝົດ 1.892 ຄອບຄົວ, ມີພົນລະເມືອງ 10.034 ຄົນ, ໃນນັ້ນຄອບຄົວທີ່ເຮັດການຜະລິດກະສິກໍາ 1.510 ຄອບຄົວ, ມີເນື້ອທີ່ດິນ ທັງໝົດ 2.918 ກິໂລຕາແມັດ, ໃນນັ້ນໄດ້ແບ່ງອອກເປັນເຂດດິນກະສິກໍາ 4.109 ເຮັກຕາ, ດິນປ່າໄມ້ 12.535 ເຮັກຕາ (ປ່າສະຫງວນ 3.503 ເຮັກຕາ), ປ່າປ້ອງກັນ 2.848 ເຮັກຕາ ແລະເຂດດິນອື່ນໆ, ສະພາບທີ່ຕັ້ງຂອງບ້ານແມ່ນເໝາະແກ່ການຜະລິດ (ປູກຝັງ-ລ້ຽງສັດ) ທັງສອງລະດູ, ປະຊາຊົນໃນຈຳນວນບ້ານດັ່ງກ່າວ ແມ່ນມີຄວາມດຸໝັ່ນ ແລະປະກອບອາຊີບກະສິກຳໂດຍສະເພາະການປູກຢາສູບ, ມັນຕົ້ນ,ໝາກເຜັດ,ກ້ວຍ,ຢາງພາລາ ແລະອື່ນໆ,ທາງດ້ານສັດລ້ຽງປະກອບມີຄວາຍ 2.060 ໂຕ, ງົວ 4.837 ໂຕ, ໝູ 992 ໂຕ, ແບ້ 896 ໂຕ ແລະສັດປີກ 23 ພັນໂຕ ນອກນີ້ຍັງມີໜອງປາທັງແບບຂຸດ ແລະແບບທໍາມະຊາດ, ໂຮງສີເຂົ້າ, ລົດໄຖນາ ແລະເຄື່ອງຈັກທີ່ນຳໃຊ້ເຂົ້າໃນການຜະລິດຈຳນວນໜຶ່ງ, ມີກອງທຶນພັດທະນາບ້ານ 606 ລ້ານກີບ, ມີກຸ່ມການຜະລິດກະສິກຳ 35 ກຸ່ມ ພ້ອມທັງໄດ້ຝຶກອົບຮົມດ້ານວິຊາການ-ວິຊາຊີບດ້ານກະສິກຳ ແລະປ່າໄມ້ ປະຈຳຢູ່ບ້ານເຊັ່ນ: ວິຊາການດ້ານຜະລິດຝຸ່ນ-ໝໍດິນ, ສັດຕະວະເເພດ, ປ່າໄມ້ບ້ານ ແລະຊົນລະປະທານບ້ານ.

 ສັງລວມແລ້ວ ແລະປະເມີນຕາມມາດຖານຄອບຄົວກະສິກຳ ແລະປ່າໄມ້ຕົວແບບໃນຈຳນວນ 7 ບ້ານ ແມ່ນບັນລຸຕາມມາດຕະຖານທີ່ກໍານົດກວມເຖິງ 86,63% ສະ ແດງອອກຄື: ເປັນບ້ານທີ່ໄດ້ຮັບການຢັ້ງຢືນແຜນຜັງການພັດທະນາບ້ານທີ່ດີ, ມີລະບົບນໍ້າທີ່ຮັບປະກັນສະໜອງນໍ້າໃຫ້ແກ່ການປູກຝັງ-ລ້ຽງສັດ, ມີສະຖານທີ່ ແລະ ບ່ອນຮຽນຮູ້ເຕັກນິກກະສິກຳເພື່ອແລກປ່ຽນປະສົບການ ແລະ ຂໍ້ມູນຂ່າວສານມີກຸ່ມການຜະລິດກະສິກຳສະອາດແບບປະສົມປະສານ ແລະ ມີແບບແຜນການອະນຸລັກຮັກສາສະພາບແວດລ້ອມ, ມີການລ້ຽງສັດແບບເປັນຟາມ, ມີແຜນການປົກປັກຮັກສາແຫຼ່ງນໍ້າ, ວັງສະຫງວນ, ເປັນບ້ານທີ່ເຂົ້າຮ່ວມໃນກຸ່ມການຜະລິດກະສິກຳ ແລະປ່າໄມ້ ຫຼືກຸ່ມພັດທະນາອື່ນໆ ທີ່ອົງການປົກຄອງບ້ານສ້າງຂຶ້ນ, ມີວິຊາການຂັ້ນບ້ານທີ່ໄດ້ຮັບການຝຶກອົບຮົມວິຊາຊີບດ້ານກະສິກຳ ແລະປ່າໄມ້, ສະມາຊິກພາຍໃນບ້ານທີ່ມີອາຊີບເຮັດການຜະລິດໄດ້ຮັບການຢັ້ງຢືນເປັນຄອບຄົວຕົວແບບ,ປະຊາຊົນພາຍໃນບ້ານສາມາດເຂົ້າເຖິງບ່ອນແລກປ່ຽນຊື້-ຂາຍຜະລິດຕະພັນສິນຄ້າກະສິກຳ ແລະປ່າໄມ້ໄດ້ຢ່າງສະດວກ.

  ໃນໂອກາດດຽວກັນທ່ານເຈົ້າ ແຂວງຄຳມ່ວນ ກໍໄດ້ມອບໃບຢັ້ງຢືນບ້ານກະສິກຳພັດທະນາໃຫ້ແກ່ອຳນາດການປົກຄອງທັງ 7 ບ້ານພ້ອມທັງເປັນກຽດເປີດປ້າຍ ແລະລັ່ນຄ້ອງ 9 ບາດ ເພື່ອປະກາດຢັ້ງຢືນເອົາ 7 ບ້ານ ດັ່ງກ່າວເປັນບ້ານແບບຢ່າງດ້ານກະສິກຳແລະປ່າໄມ້ບ້ານທີ 1-7 ຂອງເມືອງຄູນຄຳ ແລະບ້ານທີ 69-75 ຂອງແຂວງຄຳມ່ວນ.