ຫາລືການພັດທະນາຜະລິດຕະພັນຫວາຍ ແລະໄມ້ປ່ອງ

  ເມື່ອອາທິດຜ່ານມາທີ່ຫ້ອງປະຊຸມຂອງພະແນກກະສິກຳ ແລະປ່າໄມ້ແຂວງບໍລິຄຳໄຊໄດ້ມີກອງປະຊຸມຄະນະຊີ້ນຳການຮ່າງແຜນດຳເນີນງານຫວາຍ ແລະໄມ້ປ່ອງເຂົ້າ ຮ່ວມໂດຍທ່ານ ພັນລອນ ແກ້ວວິເສດ ຮອງຫົວໜ້າຫ້ອງວ່າການ ແຂວງບໍລິຄຳໄຊ, ມີຄະນະຊີ້ນຳແຜນຍຸດທະສາດຫວາຍ-ໄມ້ປ່ອງຂັ້ນແຂວງ,ຂັ້ນເມືອງຈາກ 7 ຕົວ ເມືອງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ແຜນພັດທະນາຫວາຍ-ໄມ້ ປ່ອງຂອງແຂວງບໍລິຄຳໄຊ 2021-2025 ເພື່ອປັບປຸງຕ່ອງໂສ້ມູນຄ່າຫວາຍ-ໄມ້ປ່ອງໃຫ້ດີຂຶ້ນຕາມລໍາດັບຜ່ານການສ້າງຕັ້ງເປັນສະຫະ ກອນຜະລິດຕະພັນຫວາຍ-ໄມ້ ປ່ອງຂອງແຂວງຕິດພັນກັບນະໂຍບາຍຊຸກຍູ້ສົ່ງເສີມທີ່ເໝາະສົມຂອງພາກລັດເພື່ອໃຫ້ພາກທຸລະກິດສາມາດພັດທະນາຕະຫຼາດພາຍໃນ ແລະຕ່າງປະເທດ, ສ້າງໃຫ້ມີກົນໄກໃນການນໍາໃຊ້ ແລະຄຸ້ມຄອງຊັບພະຍາກອນທໍາມະຊາດຫວາຍ-ໄມ້ປ່ອງຢ່າງເປັນລະບົບ ແລະຍືນຍົງໂດຍຈະໄດ້ສຸມໃສ່ 5 ແຜນງານຄື: ປັບປຸງເຕັກນິກການກ້າເບ້ຍ,ການປູກ,ການເກັບກູ້ ແລະການຄຸ້ມຄອງຈັດສັນປ່າຫວາຍ-ໄມ້ປ່ອງ,ປັບປຸງຄຸນນະພາບການແປຮູບ ແລະການເຮັດຜະລິດຕະພັນ, ການໂຄສະນາຊຸກຍູ້ສົ່ງເສີມ ແລະການຕະຫຼາດ, ນະໂຍບາຍທີ່ເອື້ອອຳນວຍໃນການດຳເນີນທຸລະກິດຫວາຍ-ໄມ້ປ່ອງ ແລະການພັດທະນາຄວາມສາມາດຂອງຂະແໜງການທີ່ກ່ຽວຂ້ອງ ແລະການສ້າງບຸກຄະລາກອນ.

  ຫຼັງຈາກນັ້ນໃນກອງປະຊຸມຍັງໄດ້ມີການສະເໜີແລກປ່ຽນ ແລະປະກອບຄຳຄິດຄຳເຫັນຮ່ວມກັນຕໍ່ຮ່າງແຜນດຳເນີນງານໃນແຕ່ລະພາກເພື່ອເຮັດໃຫ້ບັນດາວຽກງານແຜນການມີຄວາມຄົບຖ້ວນສົມບູນແນໃສ່ນຳໄປຈັດຕັ້ງປະຕິບັດເຮັດໃຫ້ການຄຸ້ມຄອງ, ພັດທະນາຫວາຍ-ໄມ້ປ່ອງໃຫ້ມີຄວາມເຂັ້ມແຂງ, ສາມາດຕອບສະໜອງໃຫ້ກຸ່ມຜູ້ຜະລິດແລະຜູ້ປະກອບການຫວາຍ-ໄມ້ປ່ອງແບບຍືນຍົງ, ໃຫ້ການສະໜັບສະໜູນ, ມີນະໂຍບາຍຊຸກຍູ້ສົ່ງເສີມຢ່າງເປັນລະບົບ ແລະແທດເໝາະກັບສະພາບຄວາມເປັນຈິງ.