10 ແຂວງຝືກຊ້ອມເຫດຈຳລອງກຽມໂຕ້ຕອບໂຄວິດ-19

  ກະຊວງສາທາລະນະສຸດ້ຈັດກອງປະຊຸມຝຶກຊ້ອມເຫດການຈຳລອງເພື່ອກຽມພ້ອມໃນການໂຕ້ຕອບຕໍ່ການເກີດລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼືໂຄວິດ-19 ໃນ ສປປ ລາວ ໃຫ້ 10 ແຂວງ ຂຶ້ນໃນລະຫວ່າງວັນທີ 28-29 ທັນວາ 2020 ຢູ່ນະຄອນຫຼວງພະບາງໂດຍການເປັນປະທານຂອງທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ທ່ານ ດຣ ຄຳສອນ ພົງສະຫວັດດີ ຫົວໜ້າພະແນກສາທາລະນະສຸກແຂວງຫຼວງພະບາງ, ມີຕາງໜ້າກົມ, ພະແນກສາທາລະນະສຸກ, ອຳນວຍການ-ຮອງອຳນວຍ ການໂຮງໝໍ 10 ແຂວງເຂົ້າຮ່ວມ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ກ່າວວ່າ: ຈຸດປະສົງຫຼັກກໍເພື່ອໃຫ້ບັນດາ 10 ແຂວງຄື: ນະຄອນຫຼວງວຽງຈັນ, ໄຊສົມບູນ, ຊຽງຂວາງ, ຫົວພັນ, ຫຼວງພະບາງ, ໄຊຍະບູລີ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະແຂວງຜົ້ງສາລີໄດ້ກຽມຄວາມພ້ອມເພາະປະຈຸບັນພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກໂຄໂລນາສາຍພັນໃໝ ຫຼື ໂຄວິດ-19 ຊຶ່ງເປັນສາເຫດທີ່ເຮັດໃຫ້ຫຼາຍປະເທດໃນໂລກປະເຊີນໜ້າກັບການລະບາດຂອງພະຍາດດັ່ງກ່າວ ແລະ ເປັນໄພຄຸກຄາມຕໍ່ການພັດທະນາປະເທດຊາດ ແລະເສດຖະກິດ-ສັງຄົມຂອງບັນດາປະເທດໃນທົ່ວໂລກທີ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດວຽກງານ ແລະຄວບຄຸມພະຍາດໂຄວິດ-19 ບໍ່ໃຫ້ມີການລະບາດເປັນວົງກວ້າງເວົ້າສະເພາະແມ່ ສປປ ລາວ ກໍ່ຄືກະຊວງຊວງສາທາລະນະສຸກ  ແລະບັນດາແຂວງຈະຕ້ອງໄດ້ເພີ່ມທະວີປະສານງານ, ການເຝົ້າລະວັງວຽກງານວິເຄາະ, ການຄຸ້ມຄອງກໍລະນີ, ການສື່ສານເພື່ອຫຼຸດຜ່ອນຄວາມສ່ຽງເປັນຕົ້ນແມ່ນການເພີ້ມຂຶ້ນຂອງຜູ້ຄົນຈາກການເຄື່ອນຍ້າຍປະຊາກອນ ແລະແຮງງານຈາກປະເທດທີມີການລະບາດ.

  ສະນັ້ນກອງປະຊຸມຄັ້ງນີ້ຈະເປັນຂີດໝາຍອັນສໍາຄັນໃນການທົບທວນກົນໄກໃນການຈັດຕັ້ງປະຕິບັດມາດຕະການກັນ ແລະຄວບຄຸມພະຍາດຕິດຕໍ່, ກວດຄືນຈຸດດີ, ບັນ ຫາ, ຂໍ້ຄົງຄ້າງ ແລະບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ສົນທະນາປຶກສາຫາລືກ່ຽວກັບວຽກງານກັນ ແລະຄວບຄຸມພະຍາດຕິດຕໍ່ເພື່ອວາງມາດຕະການທີ່ເໝາະສົມໃນຕໍ່ໜ້າ, ທັງເປັນການຝຶກຊ້ອມການໂຕ້ຕອບຕໍ່ການເກີດລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ແລະເຮັດໃຫ້ພາກສ່ວນກ່ຽວຂ້ອງເຂົ້າໃຈຂັ້ນຕອນການຈັດຕັ້ງປະຕິບັດເພື່ອຫຼຸດຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວ ແລະກະກຽມກົນໄກການປະສານງານ, ການຮ່ວມມືຂອງບັນດາຂະແໜງການກ່ຽວຂ້ອງຕໍ່ການລະບາດຂອງພະຍາດໃນຂັ້ນແຂວງ, ເພື່ອຮັບມືກັບການລະບາດໃນຂັ້ນຊຸມຊົນ.

-------------

ຂ່າວ: ສີສຸວັນ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ