ສພຂ ຮັບຮອງທ່ານ ໂພໄຊ ໄຊຍະສອນ ເປັນເຈົ້າແຂວງສາລະວັນ

  ວັນທີ 29 ທັນວານີ້ ສະພາປະຊາຊົນແຂວງສາລະວັນຊຸດທີ I ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ຶ້ນຢູ່ສະໂມສອນແຂວງໂດຍການເປັນປະທານຂອງທ່ານ ຄຳເຫຼັກ ອິນດາວົງ ປະທານສະພາປະຊາຊົນແຂວງສາລະວັນ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກເລຂາພັກແຂວງຮັກສາການເຈົ້າແຂວງໆສາລະວັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສຳຮອງສູນກາງພັກກຳມະການຄະນະປະຈຳເລຂາທິການສະພາ ແຫ່ງຊາດ ແລະ ທ່ານ ບຸນປອນ ສີສຸລາດ ກຳມະການຄະນະປະຈຳປະທານກຳມະທິການເສດຖະກິດ,ເຕັກໂນໂລຊີ ແລະສິ່ງແວດລ້ອມສະພາແຫ່ງຊາດມີບັນດາທ່ານຄະນະປະຈຳພັກແຂວງ, ກຳ ມະການພັກແຂວງ,ຫົວໜ້າພະແນການບັນດາທ່ານສະມາຊິສະພາແຫ່ງຊາດສະມາຊິກສະພາປະຊາຊົນແຂວງອົງການຈັດຕັ້ງຕ່າງໆອ້ອມຂ້າງແຂວງ ແລະພະນັກ ງານບຳນານການນຳຂອງແຂວງເຂົ້າຮ່ວມ.

 ທ່ານ ຄຳເຫຼັກ ອິນດາວົງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການວ່າ: ກອງປະຊຸມຄັ້ງນີ້ແມ່ນຈະໄດ້ສຸມໃສ່ຄົ້ນຄວ້າພິຈາລະນາ ແລະຕົກລົງບັນຫາສຳຄັນຂອງແຂວງຈຳນວນໜຶ່ງເປັນຕົ້ນ:ຈະໄດ້ຄົ້ນຄວ້າພິຈາລະນາການເລືອກຕັ້ງເອົາທ່ານເຈົ້າແຂວງ ແລະຮັບຮອງເອົາການແຕ່ງຕັ້ງ ແລະຍົກຍ້າຍຕາມການສະເໜີຂອງທ່ານເຈົ້າແຂວງ, ພ້ອມນັ້ນກອງປະຊຸມຈະໄດ້ຄົ້ນຄວ້າພິຈາລະນາຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປະຈຳປີ 2020 ແລະທິດທາງແຜນການປະຈຳປີ 2021 ຂອງແຂວງ ແລະຈະໄດ້ຄົ້ນຄວ້າພິຈາລະນາຮັບຮອງເອົາບົດລາຍງານກ່ຽວກັບຜົນກວດສອບ, ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານຂອງແຂວງປະຈຳປີ 2019 ຂອງອົງການກວດສອບປະຈຳພາກໃຕ້ ແລະ ການກວດກາຕາມຜົນຂອງການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານຂອງແຂວງ, ຂອງອົງການກວດກາລັດແຂວງ ແລະຈະໄດ້ຄົ້ນຄວ້າພິຈາລະນາຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜການເຄື່ອນໄຫວວຽກງານປະຈຳປີ 2020 ແລະທິດທາງປະຈຳປີ 2021 ຂອງອົງການກວດສອບປະຈຳພາກໃຕ້,ຈະໄດ້ຄົ້ນຄວ້າພິຈາລະນາຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນເຄື່ອນໄຫວວຽກງານປະຈຳປີ 2020 ແລະທິດທາງແຜນການປະຈຳປີ 2021 ຂອງອົງການໄອຍະການແຂວງ ແລະສານປະຊາຊົນແຂວງ ແລະ ຈະໄດ້ຄົ້ນຄວ້າພິຈາລະນາຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2020 ຂອງສະພາປະຊາຊົນແຂວງຊຸດ ທີ I ແລະຄາດຄະເນທິດທາງແຜນການປະຈຳປີ 2021 ຂອງສະພາປະຊາຊົນ ແຂວງຊຸດທີ II, ພ້ອມນັ້ນກອງປະຊຸມຈະໄດ້ຄົ້ນຄວ້າພິຈາລະນາຮັບຮອງເອົາ ການລາຍງານກ່ຽວກັບບົດລາຍງານການຕິດຕາມກວດກາຂອງຄະນະປະຈຳສະພາປະຊາຊົນແຂວງກ່ຽວກັບການຈັດຕັ້ງປະຕິບັດນິຕິກຳລຸ່ມກົດໝາຍ (ຂໍ້ຕົກລົງຂອງທ່ານເຈົ້າແຂວງ) ທີ່ສະພາປະຊາຊົນແຂວງຮັບຮອງ, ນອກຈາກນັ້ນກໍ່ຈະໄດ້ຄົ້ນຄວ້າຮັບຮອງເອົານິຕິກຳລຸ່ມກົດໝາຍຈຳນວນ 1 ສະບັບ.

   ຈາກນັ້ນທ່ານ ສາຍສະໝອນ ອິນທິເສນ  ເລຂາທິການສະພາປະຊາຊົນແຂວງສາລະວັນກໍ່ໄດ້ຂື້ນຜ່ານບັນດານິຕິກຳເພື່ອສະເໜີຄົ້ນຄວ້າພິຈາລະນາຮັບຮອງເອົາການແຕ່ງຕັ້ງທ່ານ ໂພໄຊ ໄຊຍະສອນ ຮັກສາການເຈົ້າແຂວງໆສາລະວັນເປັນເຈົ້າແຂວງໆສາລະວັນ, ພ້ອມດຽວກັນນັ້ນສະມາຊິກສະພາປະຊາຊົນແຂວງກໍ່ໄດ້ໃຊ້ສິດປະຊາທິ ປະໄຕໃນການປ່ອນບັດລົງຄະແນນສຽງຮັບຮອງເອົາຢ່າງເປັນທາງການ.

------------

ຂ່າວ: ສິດຕາ ເພັດວົງສາ

ຮູບພາບໜັງສືພິມເສດຖະກິດສັງຄົມ