ລາງວັນທຸລະກິດດີເດັ່ນອາຊຽນແຫ່ງຄວາມພາກພູມໃຈຂອງຄໍາສິງ

   ທ່ານ ຄໍາສິງ ຈັນທະວົງ ຜູ້ອໍານວຍການໂຮງງານຜະລິດກະເບື້ອງກາສິງໄດ້ເລີ່ມເຮັດທຸລະກິດໂຮງງານກະເບື້ອງດ້ວຍຄວາມມຸ່ງໝັ້ນບວກກັບຄວາມຂະຫຍັນ, ບໍ່ຄິດທໍ້ຖອຍຕໍ່ອຸປະສັກນາໆປະການທີ່ມາຂວາງໜ້າຊ່ວງທີ່ດໍາເນີນທຸລະກິດມີແຕ່ທຸ້ມໃຈໃສ່ຢ່າງຕັ້ງໜ້າເພື່ອໃຫ້ຜະລິດຕະພັນໂຮງງານທີ່ຜະລິດອອກມາຮັບໃຊ້ສັງຄົມໃຫ້ໄດ້ຊົມໃຊ້ດ້ວຍຄຸນນະພາບທີ່ແທ້ຈິງຈົນໄດ້ເຮັດໃຫ້ຄໍາວ່າຜົນສໍາເລັດໄດ້ກ້າວເຂົ້າມາຫາ ແລະ ກາຍເປັນນັກທຸລະກິດໜຸ່ມດີເດັ່ນທີ່ໄດ້ຮັບລາງວັນຫຼາຍປີ ແລະພິເສດໃນປີ 2020 ນີ້ກໍໄດ້ຮັບລາງວັນອັນຊົງກຽດລະດັບອາຊຽນທຸລະກິດດີເດັ່ນແຫ່ງ ສປປ ລາວ ຕື່ມອີກ.

 ຈາກເມື່ອກ່ອນແມ່ນໄດ້ສູ້ງານຊອກຮູ້ການເຮັດວຽກດ້ານຕ່າງໆເພື່ອຫາປະສົບການຢູ່ໂຮງງານຊີມັງວັງວຽງ, ສະສົມຄວາມຮູ້, ປະສົມການຕ່າງໆມາໜູນໃຊ້ເຂົ້າໃນການຕັດສິນໃຈເຮັດທຸລະກິດຂອງຕົນເອງໂດຍໄດ້ລົງທຶນຕັ້ງໂຮງງານຜະລິດກະເບື້ອງກາສິງ ແລະເນັ້ນການຜະລິດທີ່ໄດ້ມາດຕະຖານນອກຈາກທຸລະກິດນີ້ແລ້ວກໍຍັງມີທຸລະກິດປິ່ນອ້ອມອີກຕື່ມຈໍານວນໜຶ່ງເປັນຕົ້ນແມ່ນເຮັດສວນຮ້ານອາຫານບ່ອນນັ່ງຫຼິ້ນພັກຜ່ອນຄາຍເມື່ອຍ, ສວນປູກໝາກມັງກອນໄປຄຽງຄູ່ກັບການຮັກສາສິ່ງແວດລ້ອມອ້ອມຂ້າງທຸລະກິດ ແລະ ສໍາລັບລາງວັນອັນຊົງກຽດລະດັບອາຊຽນທຸລະກິດດີເດັ່ນແຫ່ງ ສປປ ລາວ ທີ່ໄດ້ຮັບໃນປີນີ້ໄດ້ກາຍເປັນຂີດຄວາມໝາຍແຫ່ງຄວາມພາກພູມໃຈທີ່ຕົນ ເອງໄດ້ທຸ້ມເທເຫື່ອແຮງ, ເຮັດດ້ວຍໃຈເພື່ອໃຫ້ຜູ້ຊົມໃຊ້ໄດ້ໃຊ້ຜະລິດຕະພັນທີ່ດີໄດ້ມາດຕະຖານທຽບເທົ່າກັບສາກົນຈົນເຮັດໃຫ້ການຂະຫຍາຍຕົວດ້ານຕະຫຼາດຈໍາໜ່າຍອອກສູ່ສັງຄົມເປັນວົງກວ້າງ ແລະກາຍເປັນທີ່ຍອມຮັບຂອງລູກຄ້າໄດ້ເປັນຢ່າງດີ.

 ມາຮອດປະຈຸບັນຜະລິດຕະພັນກະເບື້ອງກາສິງແມ່ນໄດ້ສົ່ງອອກໄປຢູ່ 6 ແຂວງພາກເໜືອຄື: ແຂວງອຸດົມໄຊ, ຫຼວງນໍ້າທາ, ຜົ້ງສາລີ, ຫົວພັນ, ແຂວງໄຊຍະບູລີ ແລະແຂວງຫຼວງພະບາງ, ສໍາລັບຜະລິດຕະພັນຂອງໂຮງງານທີ່ຜະລິດອອກມີກະເບື້ອງ 2 ຮ່ອງ ແລະ 4 ຮ່ອງນ້ອຍ, ກໍລັງການຜະລິດແມ່ນ 3.000 ແຜ່ນຕໍ່ມື້.

   ທ່ານ ຄໍາສິງ ຈັນທະວົງ ນັກທຸລະກິດໜຸ່ມແຂວງຫຼວງພະບາງຊຶ່ງເປັນຜູ້ໜຶ່ງທີ່ປະສົບຜົນສໍາເລັດໃນການດໍາເນີນທຸລະກິດນັບແຕ່ຈຸດລິເລີ່ມທຸລະກິດຈົນກ້າວມາປະສົບຜົນສໍາເລັດຮອດມື້ນີ້ໄດ້ກ່າວຈາກໃຈຕໍ່ສື່ຂ່າວໜັງສືພິມພວກເຮົາວ່າຈາກການທີ່ໄດ້ຕັດສິນໃຈລົງທຶນສ້າງຕັ້ງໂຮງງານຜະລິດກະເບື້ອງກາສິງຂຶ້ນຊຶ່ງຕັ້ງຢູ່ບ້ານຊາງເມືອງ ນໍ້າບາກແຂວງຫຼວງພະບາງໃນເບື້ອງຕົ້ນເຫັນວ່າຂັ້ນຕອນການດໍາເນີນທຸລະກິດພົບຄວາມຫຍຸ້ງຍາກຫຼາຍພໍສົມຄວນເປັນຕົ້ນແມ່ນຕົ້ນທຶນທີ່ຈະເອົາມາຊື້ເຄື່ອງຈັກອຸປະ ກອນການຜະລິດ, ວັດຖຸດິບນໍາເຂົ້າຖືວ່າເປັນເລື່ອງທີ່ທ້າທາຍທີ່ສຸດແຕ່ຍ້ອນຄວາມພະຍາຍາມສູງຂອງຕົນເອງຈຶ່ງສາມາດບັນລຸເປົ້າໝາຍທີ່ວາງໄວ້ ແລະສາມາດເປີດທໍາ ການຜະລິດຈໍາໜ່າຍກະເບື້ອງກາສິງຮັບໃຊ້ບໍລິການສັງຄົມດ້ວຍຜະລິດຕະພັນທີ່ເປັນທີ່ຍອມຮັບຈາກສັງຄົມຢ່າງກວ້າງຂວາງ ແລະ ໃນໄລຍະຊ່ວງການແຜ່ລະບາດໂຄ ວິດ-19 ທາງໂຮງງານແມ່ນໄດ້ຮັບຜົນກະທົບພໍສົມຄວນເປັນຕົ້ນແມ່ນການນໍາເຂົ້າວັດຖຸດິບເມື່ອທຽບຈາກໄລຍະຜ່ານມາເຫັນວ່າມີຄ່າສີ້ນເປືອງເພີ່ມຂຶ້ນ ແລະ ຜູ້ຊົມໃຊ້ກໍຄືລູກຄ້າມີກໍາລັງຊື້ຫຼຸດລົງເປັນຈໍານວນຫຼາຍຍ້ອນເນື່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ-19, ຕໍ່ກັບການແຜ່ລະບາດຂອງໂຄວິດ-19 ນີ້ເຖິງຈະຫຼຸດກໍາລັງການຜະລິດກະເບື້ອງລົງເພື່ອຮັກສາພະນັກງານໄວ້ບໍ່ໃຫ້ພະນັກງານຕົກງານຈຶ່ງໄດ້ໃຫ້ພະນັກງານຈໍານວນໜຶ່ງໄປເຮັດວຽກງານອື່ນແທນທີ່ເປັນທຸລະກິດປິ່ນອ້ອມຂອງ ໂຮງງານຜະລິດກະເບື້ອງກາສິງ.

ທ່ານກ່າວອີກວ່າ ສໍາລັບແຜນຕໍ່ໜ້າທາງໂຮງງານຜະລິດກະເບື້ອງ ກາສິງກໍຍັງຈະເນັ້ນການຜະລິດສິນ ຄ້າທີ່ໄດ້ຄຸນນະພາບມາດຕະຖານລະດັບສາກົນຮັບໃຊ້ສັງຄົມປົກກະ ຕິຕະຫຼອດໄປ ແລະຈະເພີ່ມເຄື່ອງ ພົ່ນສີກະເບື້ອງເຂົ້າມາອີກຕື່ມເພື່ອ ໃຫ້ມີທາງເລືອກໃໝ່ຕາມຄວາມຕ້ອງການຊົມໃຊ້ຂອງລູກຄ້າພ້ອມ ນີ້ກໍມີຄວາມພາກພູມໃຈທີ່ໄດ້ເປັນ ສ່ວນໜຶ່ງໃນການປະກອບສ່ວນ ຊ່ວຍເຫຼືອສັງຄົມກໍຄືປະຊາຊົນ ອ້ອມຂ້າງໄດ້ມີວຽກເຮັດງານທໍາ ນັບຫຼາຍ 100 ຄົນ.

ສະນັ້ນການພັດທະນາຂອງ ປະເທດລາວເຮົາແບບລາວເຮັດ ລາວໃຊ້ລາວໄດ້ລາວຈະເລີນໃຫ້ພ້ອມກັນຫັນມາຊົມໃຊ້ຜະລິດຕະ ພັນທີ່ມີຢູ່ພາຍໃນປະເທດເຮົາ ໂດຍ ສະເພາະແມ່ນກະເບື້ອງກາສິງທີ່ມີ ຄຸນນະພາບດີທຽບເທົ່າກັບສາກົນ ເພື່ອຈະສາມາດຫຼຸດຕົ້ນທຶນນໍາເຂົ້າຜະລິດຕະພັນກະເບື້ອງຈາກຕ່າງ ປະເທດຕື່ມອີກ.

ຫາກທ່ານໃດສົນໃຈຕ້ອງການ ກະເບື້ອງກາສິງ ກະເບືອງທີ່ໄດ້ຄຸນ ນະພາບມາດຕະຖານລະດັບສາ ກົນທີ່ຄົນລາວເປັນຜູ້ຜະລິດເອງນໍາໄປມຸງເຮືອນ ຫຼືອາຄານບໍລິສັດ, ສໍານັກງານຕ່າງໆກໍສາມາດຕິດ ຕໍ່ພົວພັນນໍາເພິ່ນໄດ້ໂຮງງານຕັ້ງ ຢູ່ບ້ານຊາງ ເມືອງນໍ້າບາກແຂວງ ຫຼວງພະບາງ ແລະຢູ່ຕ່າງແຂວງກໍ ມີລາຄາແມ່ນພິເສດແບບເປັນກັນ ເອງ.

--------------

ຂ່າວ: ສີສຸວັນ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ