ອັດຕະປື ຈະສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນບັນລຸ 3,5 ພັນຕື້ກີບ

  ທ່ານ ສຸນະຄອນ ແກ້ວວຽງຄໍາ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງອັດຕະປືລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງຊຸດທີ 1 ໃຫ້ຮູ້ວ່າ: ໃນປີ 2021 ແຂວງອັດຕະປືໄດ້ວາງຄາດໝາຍສູ້ຊົນດ້ານການຂະຫຍາຍຕົວຂອງເສດຖະກິດມະຫາພາກໂດຍຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວບໍ່ໃຫ້ຫຼຸດ 7,5%, ລວມຍອດຜະລິດຕະພັນພາຍໃນ ຫຼືຈີດີພີສ້າງມູນຄ່າເພີ່ມລາຄາໃນປີໃຫ້ໄດ້ 3.506 ຕື້ກີບ, ຄາດຄະເນພົນລະເມືອງໃນປີ 2021 ມີ ປະມານ 164.277 ຄົນ, ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນ 22,6 ລ້ານກີບ ຫຼື 2.437 ໂດ ລາສະຫະລັດ (ອັດຕາແລກປ່ຽນ 9.281 ກີບ/1 ໂດລາສະຫະລັດ), ໃນນີ້ຂະແໜງກະສິກໍາປ່າໄມ້ເພີ່ມຂຶ້ນ 4,5% ກວມເອົາ 22,39%  ຂອງຈີດີພີ,ຂະແໜງອຸດສາຫະກໍາເພີ່ມຂຶ້ນ 8,39%ກວມເອົາ 38,20% ຂອງຈີດີພີ, ຂະແໜງການບໍລິການເພີ່ມຂຶ້ນ 7,72% ກວມເອົາ 39,41% ຂອງຈີດີພີ.

  ທ່ານ ສຸນະຄອນ ແກ້ວວຽງຄໍາ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງອັດຕະປືຍັງໄດ້ກ່າວຕື່ມວ່າ: ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບບໍ່ຫຼຸດ 7,5% ມີຄວາມຕ້ອງການການລົງທຶນທັງໝົດໃນການພັດທະນາເສດຖະກິດ-ສັງຄົມ 1.506 ຕື້ກີບ ຫຼືເທົ່າກັບ 43% ຂອງຈີດີພີ ໃນນີ້ການລົງທຶນຂອງລັດປະມານ 27,86 ຕື້ກີບ ກວມເອົາ 1,84% ຂອງທຶນທັງໝົດ,ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ຫຼື(ODA) ປະມານ 75 ຕື້ກີບ ຫຼືເທົ່າກັບ 8,56 ລ້ານໂດລາ, ກວມ ເອົາ 4,97% ຂອງທຶນທັງໝົດ, ການລົງທຶນຂອງເອກະຊົນທັງພາຍໃນ ແລະຕ່າງປະເທດປະມານ 989 ຕື້ກີບ ຫຼືເທົ່າກັບ 112,92  ລ້ານໂດ ລາ, ກວມເອົາ 65,63% ຂອງທຶນທັງໝົດ ແລະສິນເຊື່ອທະນາຄານປະມານ 415 ຕື້ກີບ, ກວມເອົາ 27,54% ຂອງທຶນທັງ ໝົດ.

-----------

ຂ່າວວັດທະນາ .ອັດຕະປື