ໄຊສົມບູນອະນຸຍາດເອກະຊົນສຶກສາສຳຫຼວດແຮ່ທາດຢູ່ 2 ບ້ານ

  ອົງການປົກຄອງ ແຂວງໄຊສົມບູນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອອະນຸຍາດໃຫ້ບໍລິສັດ ລິກໍ່ສ້າງສໍາຫຼວດ ແລະອອກແບບຈໍາກັດຜູ້ດຽວສໍາຫຼວດ ແລະສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ເຫຼັກ,ແຮ່ໄດໂອໄທ ແລະແຮ່ແມັກດີໄທຢູ່ເຂດບ້ານກໍໄຮ ເມືອງອະນຸວົງ ແລະເຂດບ້ານໂພນໂຮມ ເມືອງທ່າໂທມ.

   ການອະນຸຍາດດັ່ງກ່າວມີຂຶ້ນຢ່າງເປັນທາງການໃນວັນທີ 25 ທັນວາຜ່ານມາທີ່ເມືອງອະນຸວົງລະຫວ່າງອົງການປົກຄອງແຂວງຊຶ່ງຕາງໜ້າໂດຍທ່ານ ໄຊຍະເດດ ວົງສາຣາວັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງກັບທ່ານ ວຽງໄຊອຸດົມວິໄລ ຮອງອໍານວຍການບໍລິສັດລີກໍ່ສ້າງ, ສໍາຫຼວດ ແລະ ອອກແບບຈໍາກັດຜູ້ດຽວໂດຍມີທ່ານ ພອຍຄໍາຮຸງ ບຸນຍວງ,ຮອງເຈົ້າແຂວງໄຊສົມບູນພ້ອມນີ້ກໍມີທ່ານ ບຸນມີ ພຸດທະວົງ,ຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ, ທ່ານ ຄໍາບຸນ ນັດໄຊຍະນົນ, ຮອງລັດຖະມົນຕີ ກະຊວງກະສີກໍາ ແລະປ່າໄມ້ຕະຫຼອດພາກສ່ວນກ່ຽວຂ້ອງພາຍໃນແຂວງແລະ 2 ເມືອງ ນອນໃນໂຄງການເຂົ້າຮ່ວມ.

   ທ່ານ ສົມລິດ ສຸຜັດດີ, ຮອງຫົວໜ້າພະແນກແຜນການ ແລະການລົງທຶນແຂວງກ່າວວ່າໂຄງການດັ່ງກ່າວແມ່ນໂຄງການຊອກຄົ້ນ, ສໍາຫຼວດ ແລະສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ເຫຼັກ, ແຮ່ໄດໂອໄທ ແລະ ແຮ່ແມັກດີໄທຢູ່ເຂດ ບ້ານກໍໄຮ ເມືອງອະນຸວົງ ແລະ ເຂດບ້ານໂພນໂຮມ ເມືອງທ່າໂທມ ແຂວງໄຊສົມ ບູນ ໃນເນື້ອທີ່ 49,24 ກິໂລແມັດ, ດ້ວຍໄລຍະ 24 ເດືອນທີ່ບໍລິສັດຈະຕ້ອງໄດ້ຊອກຄົ້ນ-ສໍາຫຼວດ, ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແລະສຶກສາຜົນກະທົບເບື້ອງຕົ້ນຕໍ່ສິ່ງແວດລ້ອມ-ສັງຄົມ ແລະທໍາມະຊາດໃນນີ້ບໍລິສັດໄດ້ວາງຄໍາປະກັນໂຄງການ 50 ພັນໂດລາແລະປະຕິບັດພັນທະຕ່າງໆຕາມລະບຽບການຄືພາຍ ຫຼັງເຊັນບົດບັນທຶກຄວາມເຂົ້າໃຈ (MOU) ແລ້ວພາຍໃນ 60 ວັນບໍລິສັດຈະສ້ອມແປງເສັ້ນທາງແຕ່ບ້ານກໍໄຮ ເມືອງອະນຸວົງ ຫາ ບ້ານໂພນໂຮມ ເມືອງທ່າໂທມ ແຂວງໄຊສົມບູນໃຫ້ສາມາດທ່ຽວໄດ້ສອງລະດູ.

   ພ້ອມນີ້ຖ້າໂຄງການດັ່ງກ່າວໄດ້ຮັບການພັດທະນາແມ່ນໃຫ້ແຂວງຖືຮຸ້ນນໍາ 10%  ້ອມທັງປະກອບທຶນພັດທະນາເສດຖະກິດສັງຄົມໃຫ້ແຂວງ 10 ພັນ ໂດລາຕໍ່ປີ, ທຶນພັດທະນາທອງຖິ່ນໃຫ້ເມືອງລ້ອງແຈ້ງ 15 ພັນໂດລາຕໍ່ປີທຶນຝຶກອົບຮົມວິຊາການ 2 ພັນໂດລາສະຫະລັດຕໍ່ປີ ແລະ ປະກອບທຶນອື່ນໆ ອີກຕາມບົດບັນທຶກຄວາມເຂົ້າໃຈ.

   ນອກນີ້ທາງບໍລິສັດຈະຊ່ວຍສົ່ງເສີມດ້ານກະສີກໍາ, ປັບປຸງສ້ອມແປງ ແລະກໍ່ສ້າງພື້ນຖານໂຄງລ່າງຂອງບ້ານ, ສ້າງໂຮງຮຽນ, ສຸກສາລາໃນບ້ານທີ່ໂຄງການຕັ້ງຢູ່ຕາມຄວາມຈໍາເປັນຂອງການພັດທະນາບ້ານຕື່ມອີກ.

--------------

ຂ່າວ: ນາງ ຕູດຄໍາ ພໍໃຈ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ