ບໍລິສັດວິເຄາະຊີ້ ສະມາດໂຟນກ້ອງ 4 ຕົວເປັນທີ່ຕ້ອງການຂອງຜູ້ບໍລິໂພກຫຼາຍທີ່ສຸດ

  ແບຣນສະມາດໂຟນໄດ້ເລີ່ມເປີດໂຕສະມາດໂຟນທີ່ມາພ້ອມກ້ອງ 3-4 ຕົວ ມາຕັ້ງແຕ່ຕົ້ນປີ 2018 ຊຶ່ງໄດ້ກາຍເປັນກະແສພັດທະກ້ອງສະມາດໂຟນຈົນເຖິງປະຈຸບັນ.
  ຫຼ້າສັດບໍລິສັດວິເຄາະຂໍ້ມູນ omdia ໄດ້ລາຍງານວ່າສະມາດໂຟນທີ່ມາພ້ອມກ້ອງຫຼັງ 4 ຕົວນັ້ນ ໄດ້ການເປັນທີ່ຕ້ອງການຂອງຜູ້ບໍລິໂພກຫຼາຍທີ່ສຸດໃນປີ  2020 ນີ້ທາງ omdia ໄດ້ກ່າວວ່າສະມາດໂຟນທີ່ມາພ້ອມເລນກ້ອງ ແລະເຊນເຊີຫຼາຍຕົວນັ້ນຊ່ວຍໃຫ້ສາມາດຖ່າຍພາບໄດ້ຢ່າງມີຄຸນນະພາບຫຼາຍຂຶ້ນຊຶ່ງຈຳເປັນຕ້ອງຕິດຕັ້ງສະເພາະໃນສະມາດໂຟນລະດັບພີມຽມເທົ່ານັ້ນແຕ່ຍັງໄດ້ຮັບບໍລິການຕິດຕັ້ງສະມາດໂຟນລະດັບກາງ ແລະລະດັບລຸ່ມອີກດ້ວຍ.

    ທັງນີ້ໃນໄລຍະໄຕມາດ 3 ປີ 2020 ໄດ້ມີການຈຳໜ່າຍສະມາດໂຟນທີ່ມາພ້ອມກ້ອງຫຼັງ 4 ຕົວ ຫຼາຍເຖິງ 60%ຂອງສະມາດໂຟນທີ່ຈຳໜ່າຍທັງໝົດເລີຍ.