ປະກາດບ້ານວຽງພັດທະນາເປັນບ້ານວັດທະນະທຳ

  ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດພິທີມອບໃບຢັ້ງຢືນປະກາດ-ຮັບຮອງເອົາບ້ານວຽງພັດທະນາເປັນບ້ານວັດ ທະນະທຳໃໝ່ຕິດພັນກັບງານບຸນກິນຈຽງ (ນໍເປ່ເຈົາ) ຂຶ້ນວັນທີ 17 ທັນວາ 2020 ທີ່ໂຮງຮຽນປະຖົມສົມບູນບ້ານວຽງພັດທະນະນາໂດຍການເຂົ້າຮ່ວມຂອງທ່ານສົມນິດ ໄຊທະວົງສິດ ຮອງເຈົ້າເມືອງໆ ຜາອຸດົມຜູ້ຊີ້ນໍາວຽກງານຂົງເຂດວັດທະນະທຳສັງຄົມ, ມີຄະນະພັກຮາກຖານ, ອໍານາດການປົກຄອງບ້ານ, ຄູ-ອາຈານ ແລະແຂກຖືກເຊີນຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

  ທ່ານ ເຈ້ຍເຢັ້ງລີ ໄຊຈືເລົ່າ ອຳນາດການປົກຄອງບ້ານວຽງພັດທະນາໄດ້ໃຫ້ຮູ້ວ່າ: ບ້ານວຽງພັດທະນາກໍ່ເປັນບ້ານໜຶ່ງທີ່ນອນຢູ່ໃນເມືອງຜາອຸດົມແຂວງບໍ່ແກ້ວທົ່ວບ້ານ ມີ 254 ຫຼັງຄາເຮືອນ, ມີ 275 ຄອບຄົວ, ມີພົນລະເມືອງທັງໝົດ 1.972 ຄົນ, ຍິງ 931 ຄົນ ໃນນີ້, ມີຄອບຄົວທີ່ປະຕິບັດໄດ້ຕາມ 5 ມາດຖານເງື່ອນໄຂຂອງການສ້າງຄອບຄົວວັດທະນະທຳທັງໝົດ 247 ຄອບ ຄົວ ກວມເອົາ 89,81 % ຂອງຄອບຄົວທັງໝົດການດຳລົງຊີວິດຂອງປະຊາຊົນແມ່ນຕິດພັນກັບທຳມະຊາດມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການທຳການຜະລິດ, ເພີ່ມພູມຜະລິດຜົນ, ປູກຝັ່ງ-ລ້ຽງສັດພ້ອມເອົາໃຈໃສ່ຢ່າງຕັ້ງໜ້າໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ, ຮັກສາວັດທະນະທຳຮິດຄອງປະເພນີອັນດີງາມຂອງຊາດຂອງເຜົ່າ, ມີຄວາມສາມັກຄີເປັນຜືນແຜ່ນແໜ້ນໜາເຊິ່ງມັນສະແດງອອກໃຫ້ເຫັນເຖິງການດໍາລົງຊີວິດຂອງພໍ່ແມ່ປະຊາຊົນນັບມື້ນັບດີຂຶ້ນເປັນກ້າວໆ ໂດຍອີງໃສ່ພື້ນຖານປະຊາຊົນແມ່ນຖືເອົາການເຮັດນາເປັນອາຊີບຕົ້ນຕໍ່, ຖືເອົາການປູກຝັງ-ລ້ຽງສັດ ແລະຄ້າຂາຍເປັນອາຊີບສຳຮອງທົ່ວບ້ານມີຍອດລາຍຮັບລວມທັງໝົດ 15,23 ຕື້ກີບ ສະເລ່ຍຕໍ່ຫົວຄົນ 7,72 ລ້ານກີບ ເທົ່າກັບ 858,36 ໂດລາຕໍ່ຄົນຕໍ່ປີ.

ໂອກາດເຂົ້າຮ່ວມພິທີທ່ານ ສົມນິດ ໄຊທະວົງສິດ ຮອງເຈົ້າເມືອງໆຜາອຸດົມໄດ້ມີຄຳເຫັນໂອ້ລົມຕໍ່ອໍານາດການປົກຄອງບ້ານ ແລະພໍ່ແມ່ປະຊາຊົນ,ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍທີສາມາດຍາດເອົາຜົນງານ ແລະນາມມະຍົດອັນສະຫງ່າງາມດັ່ງກ່າວມາໄດ້ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງອຳນາດການປົກຄອງບ້ານຈົ່ງເປັນເຈົ້າການໃນການເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ພ້ອມກັນປົກປັກຮັກສາວັດທະນະທຳອັນດີງາມກໍ່ຄືນາມມະຍົດບ້ານວັດທະນະທຳໃຫ້ຢູ່ກັບບ້ານຕະຫຼອດໄປພ້ອມກັນນັ້ນ, ກໍ່ຕ້ອງເອົາໃຈໃສ່ປະຕິບັດວຽກງານອົງການຈັດຕັ້ງຕ່າງໆທີ່ໄດ້ມອບໝາຍ ແລະ ຊ່ວຍກັນແກ້ໄຂບັນຫາຂໍ້ຄົງຄ້າງທີ່ເຮັດໃຫ້ການປະຕິບັດບໍ່ໄດ້ຮັບຜົນສຳເລັດ,ສືບຕໍ່ປຸກລະ ດົມສ້າງຄອບຄົວທີ່ຍັງປະຕິບັດບໍ່ໄດ້ມາດຖານຄອບຄົວວັດທະນະທຳທີ່ຍັງເຫຼືອໃຫ້ກາຍເປັນຄອບຄົວວັດທະນະທຳໃນຕໍ່ໜ້າໃຫ້ກວມເອົາ 100%.

   ໃນຕອນທ້າຍພິທີຄະນະປະທານ ແລະຜູ້ເຂົ້າຮ່ວມຍັງໄດ້ຮັບຊົມການສະແດງສີລະປະວັນນະຄະດີຈາກນ້ອງນັກຮຽນຢ່າງເປັນຂະບວນຟົດຟື້ນ.