ກອງປະຊຸມໃຫຍ່ຄັ້ງທີ VIII ຊາວໜຸ່ມທົ່ວປະເທດເປີດຂື້ນເປັນທາງການ

 ເຊົ້າວັນທີ 24 ທັນວາ 2020 ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII ເປີດຂຶ້ນເປັນທາງການທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ, ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ບັນດາ ການນໍາພັກ-ລັດ, ຜູ້ແທນສົມ ບູນ 443 ສະຫາຍ, ຍິງ 89 ສະຫາຍ ທີ່ເປັນຕົວ ແທນໃຫ້ສະມາຊິກຊາວໜຸ່ມທັງໝົດຈໍານວນ 702.693 ສະຫາຍ ຍິງ 303.770 ແລະແຂກຮັບເຊີນເຂົ້າຮ່ວມ.

  ໃນໂອກາດກ່າວເປີດກອງປະຊຸມຢ່າງເປັນທາງການ ທ່ານ ອາລຸນໄຊ ສູນນະລາດ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ຈະໄດ້ສຸມໃສ່ປຶກສາຫາລື ແລະຮັບຮອງຫຼາຍເນື້ອໃນທີ່ສໍາຄັນ ເປັນຕົ້ນ: ຈະໄດ້ພ້ອມກັນຕີລາຄາຄືນຢ່າງຮອບດ້ານເລິກເຊິ່ງກ່ຽວກັບຜົນສຳເລັດຂອງການຈັດຕັ້ງປະຕິບັດທິດທາງ, ຄາດໝາຍ ແລະການຈັດຕັ້ງປະຕິບັດວຽກງານທີ່ໄດ້ວາງອອກໃນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VII, ພ້ອມກັນນັ້ນ, ຈະໄດ້ພ້ອມກັນກຳນົດທິດທາງ, ຄາດໝາຍສູ້ຊົນ, ໜ້າທີ່ວຽກງານຕະຫຼອດໄລຍະກອງປະຊຸມໃຫຍ່ຄັ້ງທີ VIII (2020-2025), ພ້ອມນີ້ກອງປະຊຸມຈະໄດ້ຕີລາຄາຄືນການຈັດຕັ້ງປະຕິບັດແຜນພັດທະນາຊາວໜຸ່ມ-ເຍົາວະຊົນ ຄັ້ງທີ I ເຖິງຜົນສຳເລັດ,ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສາເຫດ ແລະບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດແຜນດັ່ງກ່າວ ແລະຈະໄດ້ພິຈາລະນາຮັບຮອງເອົາແຜນພັດທະນາຊາວໜຸ່ມ-ເຍົາວະຊົນ 5 ປີຄັ້ງທີ II, ຜ່ານຮ່າງກົດລະບຽບວ່າດ້ວຍຄະນະຊາວໜຸ່ມປະຊາຊົນປະຕິວັດລາວສະໄໝທີ VIII ແລະຜ່ານຮ່າງກົດລະບຽບວ່າດ້ວຍເຍົາວະ ຊົນ-ອະນຸຊົນທັນວາສະບັບປັບປຸງໃໝ່ສະໄໝທີ VIII (ສະບັບປັບປຸງ) ເພື່ອໃຫ້ສອດຄ່ອງກັບການປັບປຸງບູລະນະການຈັດຕັ້ງ ແລະການເຄື່ອນໄຫວໃນໄລຍະໃໝ່,ຮັບຟັງການນຳສະເໜີບັນດາຊາວໜຸ່ມຜູ້ດີເດັ່ນຫ້າວຫັນໃນການເປັນຕົວແບບທີ່ມາຈາກບາງຂົງເຂດຂະແໜງການທີ່ພົ້ນເດັ່ນເຊັ່ນ: ຈາກຂົງເຂດກຳລັງ ປກຊ, ຕົວແບບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ, ຕົວແບບຈາກຈົງເຂດນັກທຸລະກິດໜຸ່ມ ແລະຕົວແບບຊາວໜຸ່ມຢູ່ພູດອຍ.

ກອງປະຊຸມໃຫຍ່ຄັ້ງນີ້ຈະໄດ້ດຳເນີນການສຳຫຼວດກວດກາການຊີ້ນຳ-ນຳພາຂອງຄະນະບໍລິຫານງານ ຊຸດທີ VII ແລະ ຜູ້ແທນກອງປະຊຸມຈະໄດ້ໃຊ້ສິດຂອງຕົນໃນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສູນກາງ ຊປປລ ຊຸດທີ VIII ເພື່ອນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງ. ນອກຈາກນີ້ກອງປະຊຸມຍັງຈະໄດ້ຮັບຟັງການໂອ້ລົມເພື່ອຊີ້ທິດເຍື້ອງໃນໃນການປະຕິບັດວຽກງານຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວຈາກສະຫາຍ ບຸນຍັງ ວໍລະຈິດ, ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຕື່ມອີກ.