ນັກສຶກສາວິທະຍາຄານແພດກອງທັບ 105 ຊ່ວຍສ້າງວັດສຸຂສົມຫັວງໄຊຍະຣາມ

  ວັນທີ 20,12,2020 ທະຫານນັກສຶກສາຈາກວິທະຍາຄານແພດກອງທັບ 105 ໄດ້ປະກອບສ່ວນການສ້າງສາພັດທະນາວັດສຸຂສົມຫັວງໄຊຍະຣາມທາງ 450 ປີ ບ້ານນາໄຫ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ.


  ເຊິ່ງວັດດັ່ງກວ່າມີການເທພື້ນທາງເຂົ້າວັດພ້ອມບູຣະນະປະຕິສັງຂອນເພື່ອກະກຽມສ້າງພຣະເຈົ້າໃຫ່ຍສຸຂສົມຫັວງ ກົມມະເມືອງ !ໃນປັດຈຸບັນນຳພາສ້າງສາພັດທະນາໂດຍເຈົ້າອະທິການວັດ ສົມເດັຈ ພຣະອາຈາຣຍ໌ ປທ ຖາວອນ ກົມມະເມືອງ ພ້ອມຄະນະສົງພາຍໃນວັດ ແລະ ສິດຍານຸສິດຈາກວັດທາດຫຼວງເໝືອພ້ອມອອກຕົນຍາດໂຍມເພື່ອສ້າງຄວາມສາມັກຄີກັນ ລະຫວ່າງວັດກັບອົງການຈັດຕັ້ງ ແລະ ພໍ່ແມ່ປະຊາຊົນພາຍໃບ້ານນາໄຫດັ່ງນັ້ນທາງເຈົ້າອະທິການວັດ ສຸຂສົມຫັວງໄຊຍະຣາມ ທາງ

450 ປີ ບ້ານນາໄຫ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຈຶ່ງຂໍຂ່າວບຸນຂ່າວກຸສົນມາຍັງຊາວພຸດທຸກພາກສ່ວນໄດ້ມາຮ່ວມກິນຮ່ວມທາງຮ່ວມສ້າງບຸນສ້າງບາຣະມີນຳກັນໃນຕໍ່ໄປແມ່ນທາງວັດຈະໄດ້ສ້າງພຣະເຈົ້າໃຫ່ຍລວງສູງປະມານ 6 ແມັດ ໜ້າຕັກປະມານ 3 ແມັດ.