ເມືອງບາຈຽງ ຫາລືກ່ຽວກັບປະກາດບ້ານແບບຢ່າງ ແລະຢຸດຖ່າຍຊະຊາຍ

   ໃນວັນທີ 22 ທັນວາ 2020 ຜ່ານມານີ້ສາທາລະນະສຸກເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໄດ້ເປີດກອງປະຊຸມປຶກສາຫາລືເພື່ອກຽມຄວາມພ້ອມໃນການປະກາດບ້ານສາທາລະນະສຸກແບບຢ່າງ ແລະບ້ານຢຸດຕິການຖ່າຍຊະຊາຍຂຶ້ນທີ່ຫ້ອງປະຊຸມບ້ານຂອງຕົນພາຍໃຕ້ການເປັນປະທານຂອງທ່ານ ຄຳກິ່ງແກ້ວ ປິດທຳມະວົງ ຮອງເຈົ້າເມືອງໆ ບາຈຽງຈະເລີນສຸກ, ທ່ານນາງ ວຸດຕະພອນ ສົມສີທາ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີບັນດາຫົວໜ້າຫ້ອງການ, ອຳນວຍການໂຮງໝໍ ພ້ອມຄະນະໂຮງໝໍ 5 ແຫ່ງເຂົ້າຮ່ວມ.

   ໃນກອງປະຊຸມທ່ານ ນາງ ວຸດຕະພອນ ສົມສີທາ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດການສ້າງບ້ານສາທາລະນະສຸກແບບຢ່າງ ແລະບ້ານຢຸດຕິການຖ່າຍຊະຊາຍເພື່ອແນໃສ່ການຫັນປ່ຽນພຶດຕິກຳອັນໃໝ່ໃຫ້ແກ່ຊຸມຊົນທາງດ້ານສຸຂະອານາໄມຈາກການຖ່າຍຊະຊາຍຕາມທຳມະຊາດຫັນປ່ຽນມາຖ່າຍໃສ່ວິດຖ່າຍ.

 ໃນໂອກາດດັ່ງກ່າວທ່ານ ວັດທະນາ ຈັນທະລາສີນ ຮ້ອງຫົວໜ້າຫ້ອງການສາສາທາລະນະສຸກເມືອງດັ່ງກ່າວໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງໆບາຈຽງຈະເລີນສຸກ, ວ່າດ້ວຍການແຕ່ງຕັ້ງຄະນະກຳມະການໆກະກຽມເປີດບ້ານສາທາລະນະສຸກແບບຢ່າງ ແລະ ບ້ານຢຸດຕິການຖ່າຍຊະຊາຍພ້ອມໄດ້ມີຄຳເຫັນແລກປ່ຽນບົດຮຽນເຊິ່ງກັນແລະກັນ,ເຫັນດີເປັນເອກະພາບກັນໃນການສະເໜີລາຍງານຕ່າງໆ ໃນການກະກຽມຄວາມພ້ອມທີ່ຈະເປີດບ້ານສາທາລະນະສຸກແບບຢ່າງ ແລະ ບ້ານຢຸດຕິການຖ່າຍຊະຊາຍ.