ທະນາຄານກາງລາວ-ກຳປູເຈຍ ສືບຕໍ່ຮ່ວມມື

 ໃນວັນທີ 21 ທັນວາ 2020 ທີ່ທະນາຄານແຫ່ງ ສປປ ລາວ (ທຫລດ້ມີກອງປະຊຸມທະວິພາຄີປະຈຳປີ 2020 (ແບບທາງໄກ) ລະຫວ່າງທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງຊາດກໍາປູເຈຍຊຶ່ງຝ່າຍ ທຫລ ນຳໂດຍທ່ານ ສອນໄຊ ສິດພະໄຊຜູ້ວ່າ ການ ທຫລ ພ້ອມຄະນະ ແລະ ຝ່າຍທະນາຄານແຫ່ງຊາດກໍາປູເຈຍ ນຳໂດຍ ທ່ານ ເຈຍ ຈັນໂຕ ຜູ້ວ່າການທະນາຄາແຫ່ງຊາດກໍາປູເຈຍພ້ອມຄະນະ.

   ກອງປະຊຸມໃນຄັ້ງນີ້ໄດ້ສະຫຼຸບໝາກຜົນການຮ່ວມມືໃນຂະແໜງການເງິນ-ເງິນຕາ ແລະແລກປ່ຽນບົດຮຽນທາງດ້ານວິຊາການຮ່ວມກັນໃນຫຼາຍບັນຫາສຳຄັນໂດຍສະເພາະສະພາບເສດຖະກິດມະຫາພາກ, ແລກປ່ຽນກ່ຽວກັບມາດຕະການແກ້ໄຂທາງດ້ານການເງິນ-ເງິນຕາໃນໄລຍະການແຜ່ລະບາດຂອງພະຍາດ COVID-19, ຕີລາຄາຜົນການຮ່ວມມືສອງຝ່າຍໃນ 1 ປີຜ່ານມາ, ພ້ອມດຽວກັນນີ້, ຍັງໄດ້ປຶກສາຫາລື ແລະແລກປ່ຽນກ່ຽວກັບຄວາມເປັນໄປໄດ້ໃນການຈັດຕັ້ງປະຕິບັດແຜນຮ່ວມມືທາງດ້ານວິຊາການລະຫວ່າງສອງທະນາຄານກາງໃນຮູບແບບທາງໄກເພື່ອເຮັດໃຫ້ແທດເໝາະກັບສະພາບປົກກະຕິໃນຮູບແບບໃໝ່ (New Normal) ໃນຫົວຂໍ້ທີ່ເຫັນວ່າມີຄວາມຈໍາເປັນ ແລະ ບັນຫາອື່ນໆ ທີ່ທັງສອງຝ່າຍມີຄວາມສົນໃຈກອງປະຊຸມໄດ້ດຳເນີນໄປເປັນເວລາເຄິ່ງວັນດ້ວຍບັນຍາກາດໄມຕີຈິດມິດຕະພາບຄວາມສາມັກຄີ ແລະການຮ່ວມມືທີ່ດີລະຫວ່າງ 2 ທະນາຄານກາງ ແລະສາມາດບັນລຸຜົນສຳເລັດຕາມລະດັບຄາດໝາຍ.

----------------

ຂ່າວ: ທະນາຄານແຫ່ງ ສປປ ລາວ