ອັດຕະປື ສຸມໃສ່ຜະລິດພືດສະບຽງອາຫານ

  ທ່ານ ພອນປະເສີດ ທອງສີຫາວົງ ຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງອັດຕະປືໄດ້ກ່າວລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ X ຂອງສະພາປະຊາຊົນ ແຂວງຊຸດທີ I ໃນວັນທີ 22 ທັນວານີ້ວ່າ: ປີ 2020 ນີ້ແຂວງອັດຕະປືກໍ່ຄືຊາວກະສີກອນໃນຂອບເຂດທົ່ວແຂວງໄດ້ສຸມໃສ່ຜະລິດພືດສະບຽງອາຫານເພື່ອແກ້ໄຂຄວາມທຸກຍາກໃນນັ້ນໄດ້ສຸມໃສ່ການຜະລິດເຂົ້າເປັນສ່ວນໃຫຍ່ຊຶ່ງໃນເບື້ອງຕົ້ນການຜະລິດເຂົ້າໄດ້ມີເນື້ອທີ່ຕາມແຜນການທັງໜົດ 25.130 ເຮັກຕາ, ຄາດຄະເນຜົນຜະລິດໃນເບື້ອງຕົ້ນໃຫ້ໄດ້ 72. 194 ໂຕນ, ເນື້ອທີ່ປະຕິບັດໄດ້ຕົວຈິງໃນປີມີ 24.841 ເຮັກຕາົນຜະລິດໄດ້ຮັບຕົວຈິງມີ 65.910 ໂຕນ, ສະເລ່ຍຜົນຜະລິດໄດ້ 2 ໂຕນເຄິ່ງຕໍ່ເຮັກຕາ ໃນນັ້ນການປູກເຂົ້ານາແຊງຕາມແຜນເບື້ອງຕົ້ນມີ 400 ເຮັກຕາປະຕິບັດຕົວຈິງໄດ້ 532 ກວ່າເຮັກຕາ, ລື່ນແຜນ 33%, ຜົນຜະລິດທັງໜົດໄດ້ 2.111 ກວ່າໂຕນ, ທຽບໃນແຜນການປີລື່ນແຜນ 33%, ເຂົ້ານາປີມີ 22.674 ກວ່າເຮັກຕາ, ຜົນຜະລິດ 61.339 ໂຕນ, ສະມັດຕະພາບສະເລ່ຍ 2,7 ໂຕນຕໍ່ເຮັກຕາ, ເຂົ້າໄຮ່1.633 ເຮັກຕາ, ຜົນຜະລິດ 2.459 ໂຕນ, ສະມັດຕະພາບສະເລ່ຍ 1,5 ໂຕນຕໍ່ເຮັກຕາ.

  ທ່ານ ພອນປະເສີດ ທອງສີຫາວົງ ຍັງໄດ້ກ່າວຕື່ມວ່າ: ແຂວງອັດຕະປືຈະໄດ້ຮັບຜົນກະທົບໃນຫຼາຍໆດ້ານກໍ່ຕາມແຕ່ດ້ວຍຄວາມຮັບຜິດຊອບສູງຂອງບັນດາສະຫາຍໃນຄະນະພັກ-ອົງການປົກຄອງແຂວງ, ບວກກັບຄວາມຕື່ນຕົວຂອງຊາວກະສິກອນສະເລ່ຍທົ່ວແຂວງມີເຂົ້າເຫຼືອກິນ 2,8 ໂຕນ, ບໍລິໂພກ 280 ກິໂລຕໍ່ຄົນຕໍ່ປີເຂົ້າເປືອກຄິດໄລ່ໃສ່ພົນລະເມືອງຈໍານວນ 159.192 ຄົນໃນນັ້ນຂາດເຂົ້າກິນເມືອງສາມັກຄີໄຊ 0,2 ເດືອນ ແລະເມືອງຊານໄຊ 5ເດືອນນອກຈາກນັ້ນການຜະລິດພືດລະດູແລ້ງໃນເຂດ ແລະ ນອກເຂດຊົນລະປະທານມີແຜນການປີທັງໜົດ 900 ເຮັກຕາສາມາດປະຕິບັດໄດ້ 910 ເຮັກຕາລື່ນແຜນ 1% ທຽບໃສ່ແຜນປີຜົນຜະລິດໄດ້ 72.194 ໂຕນນອກນີ້ການປູກພືດລະດູຝົນມີແຜນການ 1.050 ເຮັກຕາ, ຄາດຄະເນຜົນຜະລິດ 8.876 ໂຕນປະຕິບັດໄດ້ 528, 9 ເຮັກຕາ, ຜົນຜະລິດ 4.8 17, 3 ໂຕນເທົ່າກັບ 50% ຂອງແຜນການ, ສາເຫດຍ້ອນສະພາບແຫ້ງແລ້ງ, ນໍ້າຖ້ວມຈາກໄພພິບັດທຳມະຊາດ.

----------------

ຂ່າວວັດທະນາ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ