ການບໍລິການສ້ອມແປງ ແລະລ້ຽງງົວ ເປັນສິນຄ້າພາໃຫ້ຄອບຄົວພົ້ນທຸກ

   ຄອບຄົວທ່ານ ພູມມາວົງ ສັກດີ ອາຍຸ 43 ປີ ປະຈຸບັນຢູ່ບ້ານນາສ້ານ ເມືອງບໍ່ແຕນ ແຂວງໄຊຍະບູລີ ແມ່ນປະຊາຊົນ ຫຼືບຸກຄົນກຳມະກອນຜູ້ໜຶ່ງທີ່ລະດັບຄວາມຮູ້ບໍ່ສູງ, ການສຶກສາແມ່ນຮຽນບໍ່ຈົບມັດທະຍົມທ່ານໄດ້ເລົ່າໃຫ້ຟັງວ່າ: ໃນຄອບຄົວມີສະມາຊິກທັງໝົດ 4 ຄົນ ມີແຮງງານຕົ້ນຕໍ 2 ຄົນ ເມື່ອກ່ອນພາຍຫຼັງແຕ່ງງານແລ້ວ ໄດ້ອາໄສມາເປັນກຳມະກອນຊ່ວຍແປງລົດໃຫ້ຮ້ານແປງລົດຂອງຜູ້ເປັນເອື້ອຍຕົນໂດຍສະເພາະແມ່ນສ້ອມແປງລົດໄຖນາໃຫຍ່ຕໍ່ຈາກນັ້ນມາຜູ້ເປັນເອື້ອຍກໍ່ໄດ້ມອບຮ້ານ ແປງລົດນັ້ນໃຫ້ເປັນພື້ນຖານຂອງການເລີ່ມຕົ້ນຊີວິດຊຶ່ງໄດ້ດຳເນີນກິດຈະການດ້ວຍເຫື່ອແຮງຂອງຕົນແຕ່ນັ້ນມາ,

  ນັບແຕ່ປີ 2005 ເປັນຕົ້ນມາຕົນກໍ່ລົງທຶນຕໍ່ເຕີມຮ້ານແປງລົດໂດຍໃຊ້ເປັນທຶນໝູນວຽນຈຳນວນ 60 ລ້ານກວ່າກີບແລະໄດ້ຈ້າງກຳມະກອນຈຳນວນ 5 ຄົນ, ໂດຍໃຫ້ ຄ່າແຮງງານຄົນລະ 1 ລ້ານກວ່າກີບ ມາຮອດປະຈຸບັນສະເລ່ຍລາຍຮັບຈາກການສ້ອມແປງລົດປີໜຶ່ງເປັນເງິນ 180 ລ້ານກີບ ແລະມາຮອດປີ 2017 ກໍ່ໄດ້ເຂົ້າຮ່ວມຮັບຟັງເຜີຍແຜ່ກ່ຽວກັບການລ້ຽງສັດດ້ວຍການນຳໃຊ້ເຕັກນິກວິທະຍາສາດໃໝ່ເປັນຕົ້ນແມ່ນເຕັກນິກການທອມງົວຕົນເອງກໍ່ມີຄວາມສົນໃຈ ແລະ ຄົ້ນຄວ້າຊອກຫາຂໍ້ມູນກ່ຽວກັບການລ້ຽງສັດຕາມຊ່ອງທາງຕ່າງໆເຊັ່ນ: ຈາກຄອບຄົວຕົວແບບ, ຂໍ້ມູນຈາກສື່ອອນລາຍຕ່າງໆຈາກນັ້ນຈຶ່ງນຳມາປຶກສາກັບຄອບຄົວເພື່ອຊື້ງົວມາລ້ຽງໃນເບື້ອງຕົ້ນ ກໍ່ໄດ້ຊື້ງົວແມ່ພັນຈຳນວນ 7 ໂຕໃນລາຄາ 32 ລ້ານກີບນຳມາທົດລອງລ້ຽງໃນເນື້ອທີ 6 ເຮັກຕາ ແລະ ປູກຫຍ້າເນເປຍປະສົມກັບຫຍ້າລູຊີຢູ່ສວນແຄມນາໂດຍໃຊ້ລະບົບຊີດຜົ້ນ (ສະປິງເກີ້) ແລະ ໄດ້ສ້າງຄອກງົວແບບປະຖົມປະຖານສຳລັບຂັງງົວໄດ້ປະມານ 5-10 ໂຕໂດຍໃຊ້ງົບປະມານໃນການປຸກສ້າງເປັນເງິນ 2 ລ້ານກີບ ແລະ ຕົນກໍ່ໄດ້ຜະລິດເຄື່ອງປັ່ນຫຍ້າເພື່ອປັ່ນຫຍ້າໃຫ້ສັດກິນ,ຫຼັງຈາກປູກຫຍ້າໄດ້ 4 ເດືອນພໍຫຍ້າງາມກໍ່ໄດ້ເອົາງົວທີ່ເປັນງົວເພດຜູ້ອາຍຸ 2 ປີມາທົດລອງທອມຈຳນວນ 5 ໂຕໂດຍ ນຳເອົາງົວມາໃສ່ຄອກໄວ້ຕະຫຼອດຊຶ່ງການໃຫ້ອາຫານມື້ໜຶ່ງໃຫ້ 3 ຄາບຄື: ຕອນເຊົ້າຕັດຫຍ້າເນເປຍປະສົບກັບຫຍ້າຫວານອິດສະລາເອວມາໃສ່ເຄື່ອງບົນໃຫ້ກິນ, ຕອນ ສວາຍໄດ້ເອົາເຟືອງໃຫ້ກິນ, ຕອນແລງຕັດຫຍ້າລູຊີໃຫ້ກິນສະເລ່ຍໂຕລະ 17 ກິໂລຕໍ່ວັນ.

  ຜ່ານການປູກຫຍ້າຕິດພັນກັບການທອມງົວຄືດັ່ງກວ່າເຫັນວ່າປະຢັດເວລາ, ປະຢັດແຮງງານ ແລະປະຢັດຕົ້ນທຶນໄດ້ດີກວ່າການລ້ຽງແບບທຳມະຊາດສ່ວນສັດທີ່ນຳມາທອມກໍ່ເຫັນວ່າອ້ວນ ແລະໃຫຍ່ໄວການເຮັດຄອກໃຊ້ຕົ້ນທຶນຕໍ່າເໝາະສົມຕໍ່ຄອບຄົວບໍ່ມີທຶນຫຼາຍ ແລະເຮັດດ້ວຍຕົນເອງກໍ່ໄດ້ປະຈຸບັນຂ້າພະເຈົ້າມີງົວທັງໝົດ 30 ກວ່າໂຕຂາຍກໍ່ໄດ້ລາຄາດີສະເລ່ຍຮັບຈາກການຂາຍງົວປີໜຶ່ງໄດ້ 90 ລ້ານກວ່າກີບ ແລະນອກຈາກນັ້ນຍັງໄດ້ເຮັດນາປູກເຂົ້າຂາຍໄດ້ 27 ລ້ານກີບປະຈຸບັນນີ້ຕົນຍັງໄດ້ຜະລິດເຄື່ອງປັ່ນຫຍ້າບໍລິການສັງຄົມຈຳນວນ 20 ເຄື່ອງຂາຍໃນລາຄາເຄື່ອງລະ 8 ແສນກີບ.

  ນອກນັ້ນຍັງມີລາຍຮັບຈາກການບໍລິການສ້ອມແປງສະເລ່ຍປະມານ 100 ລ້ານກວ່າກີບຕໍ່ປີລວມລາຍຮັບທັງໝົດໄດ້ 160 ລ້ານກວ່າກີບຕໍ່ປີ, ຜ່ານການເຮັດອາຊີບນີ້ມາເຮັດໃຫ້ພື້ນຖານຊີວິດການເປັນຢູ່ຂອງຄອບຄົວນັບມື້ນັບດີຂຶ້ນສາມາດກໍ່ສ້າງເຮືອນຢູ່ຖາວອນ, ຊື້ລົດໄຖນາໃຫຍ່ 1 ຄັນ, ລົດຈັກ 3 ຄັນ, ມີເງິນສົ່ງລູກຮໍ່າຮຽນ ແລະມີເງີນສະສົມໄວ້ໃນເວລາເຈັບເປັນຄອບຄົວມີຄວາມອົບອຸ່ນ ແລະເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນເລື້ອຍໆ.

  ທ່ານ ພູມມາ ຍັງໄດ້ກ່າວຕື່ມອີກວ່າ: ໃນຕໍ່ໜ້າຂ້າພະເຈົ້າຈະໄດ້ສຸມໃສ່ປັບປຸງສະຖານທີ່ປູກຫຍ້າ ແລະຂະຫຍາຍພັນຫຍ້າໃຫ້ໄດ້ຫຼາຍສາຍພັນ, ຊອກຫາບົດຮຽນເກັບ ຮັກສາຫຍ້າແຫ້ງທີ່ມີຄຸນນະພາບ ໄວ້ໃຫ້ສັດກິນຕະຫຼອດປີ, ສືບຕໍ່ ປັບປຸງ ແລະຂະຫຍາຍຄອກໃຫ້ ລ້ຽງໄດ້ຫຼາຍໂຕ, ເພື່ອຮັບປະກັນ ໃນການທອມງົວໄດ້ຮັບຜົນດີຂຶ້ນທັງປະລິມານ ແລະ ຄຸນນະພາບຊອກຄວາມຮູ້ ແລະ ປະສົບການດ້ວຍການພົວພັນແລກປ່ຽນວິທີການປູກ-ການລ້ຽງນຳບັນດາຕົວແບບເພື່ອນຳໄປປັບປຸງໝູນໃຊ້ໃຫ້ດີກວ່າເກົ່າ.

----------------

ຂ່າວ: ຄຳໃສພົມມະວັນ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ