ທ່ຽວຊົມ ຖໍ້້້າຜາຫວາຍ ເມືອງພຽງ

  ຖໍ້າຜາຫວາຍເປັນສະຖານທີ່ທ່ອງທ່ຽວທີ່ສວຍງາມຂອງທໍາມະຊາດ, ອາກາດປອດໂປ່ງ, ມີທົ່ງຫຍ້າສີຂຽວງົດງາມສຸດສາຍຕາປານວິວທໍາມະຊາດຢູ່ຕ່າງປະເທດເໝາະແກ່ການນັ່ງຊິ່ວໆ, ຈິບກາເຟ, ຖ່າຍຮູບ, ນອນກາງເຕັ້ນ, ຕາກອາກາດເບິ່ງດາວ ແລະຍ່າງອອກກໍາລັງກາຍຫຼິ້ນ.

  ໃນເມື່ອກ່ອນຖໍ້າຜາຫວາຍມີຊື່ວ່າ: ຖໍ້າພະຫຼາຍຕາມການບອກເລົ່າຕໍ່ໆກັນມາວ່າເປັນເຂດປ່າທີ່ຕຶບໜາທີ່ຜູ້ຄົນເອີ້ນເປັນເຂດຜີບໍ່ລ່ອງຄົນບໍ່ທຽວ, ໃນຖໍ້າມີພະພຸດທະຮູບທີ່ຫຼາກຫຼາຍຍາມລະດູໜາວຝາຜະໜັງຖໍ້າຈະເປັນຮູບເງົາເຫຼື້ອມຄືສີເງິນ, ຫຼັງຈາກປີ 1988 ຖໍ້າໄດ້ຖືກທຳລາຍເຮັດໃຫ້ຖໍ້າມີໂຄງສ້າງລັກສະນະທີ່ແຕກຕ່າງຈາກເດີມ, ຈົນມາເຖິງປີ 1995–1996 ມີການບຸກເບີກເສັ້ນທາງຫຼວງ ແລະເປັນການຮູ້ຈັກຖໍ້າຫຼາຍຂຶ້ນໃນນາມ “ຖໍ້າຜາຫວາຍ” ເພາະເອີ້ນຊື່ຕາມສະພາບແວດລ້ອມອ້ອມຂ້າງເຫດຜົນຍ້ອນມີຕົ້ນຫວາຍຫຼາຍຊະນິດລາຍລ້ອມອ້ອມອອກຕາມຜາ ແລະໃນຕົວຖໍ້າກໍ່ບໍ່ພົບພະພຸດທະຮູບຈຶ່ງເອີ້ນວ່າ: ຖໍ້າຜາຫວາຍຈົນເຖິງທຸກວັນນີ້.

  ຖໍ້າຜາຫວາຍ ຕັ້ງຢູ່ບ້ານສົມສະຫວາດ ຫ່າງຈາກຕົວເມືອງພຽງໄປທາງທິດໃຕ້ປະມານ 68 ກິໂລ ແມັດ, ການເຂົ້າເຖິງສະຖານທີ່ດັ່ງກ່າວດ້ວຍທາງລົດ ແລະສາມາດ ໄປໄດ້ທັງສອງລະດູ.