ສະຖາບັນວິທະຍາສາດສັງຄົມແຫ່ງຊາດເກັບກຳຂໍ້ມູນວັດທະນະທຳມູນເຊື້ອຂອງເຜົ່າ

  ໃນລະຫວ່າງວັນທີ 15-16 ທັນວາ 2020 ສະຖາບັນວິທະຍາສາດສັງຄົມແຫ່ງຊາດໄດ້ລົງເຄື່ອນໄຫວວຽກງານເກັບກຳຂໍ້ມູນກ່ຽວກັບການອະນຸລັກວັດທະນະທຳມູນເຊື້ອຂອງເຜົ່າໃນການເຕົ້າໂຮມບ້ານນ້ອຍເປັນບ້ານໃຫຍ່ຢູ່ບ້ານຫາດຄີບ ແລະບ້ານປາກຈີມ ເມືອງງອຍ ແຂວງຫຼວງພະບາງ ໂດຍການຊີ້ນຳໆພາຂອງທ່ານ ຄຳພັນສີທິລັດຮອງຫົວໜ້າສະຖາບັນຄົ້ນຄວ້າວັດທະນະທຳ-ສັງຄົມ ແຫ່ງຊາດພ້ອມດ້ວຍທີມງານ, ມີຫ້ອງການທີ່ກ່ຽວຂ້ອງຂອງເມືອງ ແລະ ອົງການປົກຄອງບ້ານເຖົ້າແກ່ຜູ້ຊົງຄຸນ ວຸດທິ ແລະແນວໂຮມບ້ານທັງສອງບ້ານເຂົ້າຮ່ວມ.

  ບ້ານຫາດຄີບ ແລະບ້ານປາກຈີມ ມີຄອບຄົວທັງໝົດ 320 ຄອບຄົວ ໃນນັ້ນມີຄອບຄົວທີ່ຖືກຜົນກະທົບຈາກການກໍ່ສ້າງເຂື່ອນໄຟຟ້າ ນໍ້າອູ 2 ມີ 220 ຄອບຄົວ, ສໍາລັບການລົງເຮັດວຽກຂອງທ່ານ ຄຳພັນ ສີທິລັດ ຮອງຫົວໜ້າສະຖາບັນຄົ້ນຄວ້າວັດທະນະທຳ-ສັງຄົມແຫ່ງຊາດພ້ອມດ້ວຍທີມງານຄັ້ງນີ້ແມ່ນໄດ້ສຳພາດຂໍ້ມູນດ້ານການດຳລົງຊີວິດປະຈຳວັນຂອງຊາວບ້ານ,ການອະນຸລັກຮັກສາວັດທະນະທຳ-ຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າເປັນຕົ້ນແມ່ນ: ການທຳມາຫາກິນ, ການນຸ່ງຖື, ການຕ່ໍາຫູກ, ທໍໄໝ, ການຈັກສານຕ່າງໆ, ເສບພື້ນເມືອງ, ການຂັບລຳທ້ອງຖິ່ນແບບດັ່ງເດີມ ແລະແບບແຜນດໍາລົງຊີວິດຕ່າງໆ.

  ທັງນີ້ກໍເພື່ອນຳເອົາຂໍ້ມູນຕົວຈິ່ງຈາກປະຊາຊົນບ້ານດັ່ງກ່າວໄປສ້າງເປັນແຜນງານ,ໂຄງການເພື່ອປັບປຸງ ແລະຟື້ນຟູວຽກງານດ້ານວັດທະນະທໍາ, ຮີດຄອງປະເພນີໃຫ້ມີຄວາມຍືນຍົງ ແລະແກ້ໄຂຊີວິດການເປັນຢູ່ໃຫ້ມີຄວາມຮັ່ງມີເຂັ້ມແຂງຂຶ້ນເທື່ອລະກ້າວ.