ຖໍ້ານາງຫຼຽວ ກັບຕຳນານເລື່ອງເລົ່າ

  ດ້ວຍຄວາມງາມແບບທຳມະຊາດສ້າງຂຶ້ນໂດຍບໍ່ມີຜູ້ໃດປັ້ນແຕ່ງໂດຍສະເພາະກໍ່ແມ່ນຄວາມງົດງາມຂອງຫີນງອກທີ່ມີນໍ້າຍ້ອຍໄຫຼຜ່ານຫຼາຍພັນປີລວມທັງຫີນຍ້ອຍຊຶ່ງກ່ຽວພັນກັບນິທານພື້ນບ້ານທີ່ເລົ່າຂານກັນມາເປັນຕົ້ນແມ່ນຫຼາຍປີມາແລ້ວມີພະຍາ ເມືອງຈຽງຕອງ ຊື່ວ່າທ້າວ ແສງເມືອງ ຊຶ່ງເປັນລູກຊາຍຜູ້ທີ 4 ຂອງ ພະຍາເມືອງຊຽງແຂງ (ເມືອງວຽງພູຄາ ແຂວງຫຼວງນໍ້າທາໃນປະຈຸບັນ), ໃນເວລາຕໍ່ມາພະຍາເມືອງຜູ້ເປັນພໍ່ໄດ້ສິ້ນພະຊົນ, ບັນດາລູກຊາຍຈຶ່ງເກີດຍາດຊີງຕຳແໜ່ງ, ເລີຍເຮັດໃຫ້ບໍ່ຖືກກັນ, ທ້າວແສງເມືອງຈຶ່ງໄດ້ລ່ອງເຮືອລົງມາຕາມລຳແມ່ນໍ້າຂອງມາເຫັນພູຜາທີ່ສູງຊັນ, ມີຖໍ້າ, ມີຮູທີ່ ສວຍງາມ, ທ້າວ ແສງເມືອງ ຈຶ່ງເຕົ້າໂຮມບ່າວໄພ້ຣາຊະດອນສ້າງຕັ້ງເປັນເມືອງຈຽງຕອງ (ປະຈຸບັນເອີ້ນວ່າ “ຊຽງທອງ”) ທີ່ຂຶ້ນກັບເມືອງປາກທາ ແຂວງບໍ່ແກ້ວ.

  ພາຍຫຼັງທີ່ທ້າວ ແສງເມືອງ ໄດ້ສ້າງຕັ້ງເມືອງຈຽງຕອງແລ້ວກໍ່ໄດ້ຜູກມິດໄມຕີກັບເມືອງຂອມໄຂ (ເມືອງຄອບແຂວງໄຊຍະບູລີ ໃນປະຈຸບັນ), ພະຍາເມືອງຂອມໄຂໃນເວລານັ້ນມີລູກສາວງາມຄົນໜຶ່ງຊື່ວ່າ: ນາງ ຂຽວຄຳ, ທ້າວ ແສງເມືອງ ຕ້ອງການຢາກເອົານາງມາເປັນຄູ່ຮ່ວມຊີວິດ ແລະ ໄດ້ນັດນາງມາພົບຢູ່ຖໍ້າທົ່ງແລ້ງເປັນປະຈຳ, ວັນໜຶ່ງນາງ ຂຽວຄຳ ໄດ້ມາລໍຖ້າທ້າວ ແສງເມືອງ ຢູ່ຖໍ້າທົ່ງແລ້ງແຕ່ວ່າ ທ້າວ ແສງເມືອງ ບໍ່ມາຕາມທີ່ໄດ້ນັດໝາຍກັນໄວ້, ນາງຈຶ່ງໄດ້ນັ່ງງອຍຢູ່ປາກຖໍ້າ ແລະຫຼຽວເບິ່ງຊາຍຊູ້ຈົນຕາເວັນຕົກດິນນາງຈຶ່ງຮ້ອງໃຫ້ອອກມາດ້ວຍຄວາມເສຍໃຈ, ດັ່ງນັ້ນຊາວບ້ານຈຶ່ງໄດ້ປ່ຽນຊື່ຖໍ້າທົ່ງແລ້ງມາເປັນຖໍ້ານາງຫຼຽວຈົນເຖິງປະຈຸບັນ.

  ຖໍ້ານາງຫຼຽວມີຄວາມຍາວປະມານ 100 ແມັດ, ຕັ້ງຢູ່ບ້ານປ່າຊາງ ເມືອງຄອບ ຫ່າງຈາກເທສະບານເມືອງຄອບປະມານ 22 ກິໂລແມັດ, ນັກທ່ອງທ່ຽວສາມາດໄປຊົມຄວາມງາມຂອງຖໍ້ານາງຫຼຽວໂດຍທາງລົດ,ຊຶ່ງມີເສັ້ນທາງໄປເຖິງຮັບຮອງວ່າເມື່ອທ່ານໄປເຖິງຈະໄດ້ສຳພັດກັບຄວາມສວຍງາມ ແລະ ເຮັດໃຫ້ທ່ານຫາຍອິດຫາຍເມື່ອຍເລີຍ.