ຄົນລາວສັງເວີຍຊີວິດໃຫ້ພະຍາດເອດແລ້ວເກືອບ 5 ພັນຄົນ

   ຕາມຕົວເລກແຕ່ປີ 1990 ຫາ ເດືອນກັນຍາ 2020 ຢູ່ລາວມີຜູ້ຕິດເຊື້ອເຮສໄອວີ 14,9 ພັນຄົນ ເປັນພະຍາດເອດ 6,01 ພັນຄົນ ແລະເສຍຊີວິດ 4,8 ພັນຄົນ ມີຜູ້ລົງທະບຽນກິນຢາ 12,8 ພັນຄົນ ແລະມີໜ້າກິນຢາ 7,9 ພັນຄົນ.

  ອົງການສະຫະປະຊາຊາດ ແລະອົງການອະນາໄມໂລກປະຈຳລາວຮ່ວມກັບສູນຕ້ານເອດ ແລະພະຍາດຕິດຕໍ່ທາງເພດສຳພັນ (ພຕພ) ກະຊວງສາທາລະນະສຸກ ແລະສະມາຄົມເຄືອຂ່າຍຜູ້ຕິດເຊື້ອ ເຮສໄອວີ ແລະ ອົງການ Epic ຈັດພິທີສະເຫຼີມສະຫຼອງວັນສາກົນຕ້ານເອດປະຈຳປີ 2020 ຂຶ້ນໃນວັນທີ 22 ທັນວາ 2020 ຢູ່ນະ ຄອນຫຼວງວຽງຈັນ ໂດຍມີທ່ານ ພູທອນ ສຸດທະລັກ ຫົວໜ້າສູນຕ້ານເອດ ແລະ ພຕພ, ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະ ຊວງສາທາລະນະສຸກພ້ອມດ້ວຍຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 ທ່ານ ສີສະຫວາດ ສຸດທານີລະໄຊ ກ່າວວ່າ: ວັນທີ 1 ທັນວາຂອງທຸກໆ ປີທົ່ວໂລກໄດ້ຈັດພິທີສະຫຼອງວັນສາກົນຕ້ານເອດປະຊາຊົນໃນທົ່ວໂລກສາມັກຄີກັນສະແດງການສະໜັບສະໜູນຜູ້ຕິດເຊື້ອ ແລະ ໄດ້ຮັບຜົນກະທົບຈາກພະຍາດເອດເພື່ອລະນຶກເຖິງຜູ້ທີ່ສູນເສຍຊີວິດຍ້ອນພະຍາດດັ່ງກ່າວ ປີ 2020 ຫົວຂໍ້ຂອງວັນສະເຫຼີມສະຫຼອງ ວັນສາກົນຕ້ານຈຶ່ງກຳນົດວ່າ: ສາມັກຄີເປັນປຶກແຜ່ນ ແລະຮ່ວມກັນຮັບຜິດຊອບເພື່ອຮ່ວກັນສະຫຼອງວັນສຳຄັນດັ່ງກ່າວໃຫ້ເປັນຂະບວນຟົດຟື້ນ ແລະເຕັມໄປດ້ວຍຄວາມໝາຍສຳຄັນ ແລະເລີກເຊິ່ງ.

 ສຳລັບ ສປປ ລາວ ການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະຕ້ານເຊື້ອເຮສໄອວີພາຍາດເອດ ແລະ ພຕພ ອີງຕາມຕົວເລກແຕ່ປີ 1990 ຫາເດືອນກັນຍາ 2020 ມີຜູ້ຕິດເຊື້ອເຮສໄອວີ 14.915 ຄົນ ເປັນພະຍາດເອດ 6.014 ຄົນ ແລະເສຍຊີວິດ 4.801 ຄົນມີຜູ້ລົງທະບຽນ ກິນຢາ 12.860 ຄົນ ແລະມີໜ້າກິນຢາ7.920 ຄົນການຕິດເຊື້ອສ່ວນຫຼາຍແມ່ນທາງເພດສຳພັນໂດຍກຸ່ມປະກອນທີ່ມີຄວາມສ່ຽງສູງຄື: ກຸ່ມສາວບໍລິການຊາຍມີເພດສຳພັນກັບຊາຍ (ຊພຊ)ກຸ່ມສັກຢາເສບຕິດເຂົ້າທາງເສັ້ນເລືອດຮອດປີ 2020 ອັດຕາການຕິດເຊື້ອເຮສໄອວີໃນກຸ່ມປະຊາກອນທົ່ວໄປອາຍຸ 15-49 ປີ ເທົ່າກັບ 0,3% ສາວບໍລິການ 1% ຊພຊ 2,5% ແລະ ກະເທີຍ 3,3%.

  ພາຍໃຕ້ການນຳພາຂອງພັກ-ລັດຖະບານ ແລະຄວາມເອົາໃຈໃສ່ຂອງການນຳແຕ່ລະຂັ້ນມາຮອດປີ 2020 ການຈັດຕັ້ງປະຕິບັດວຽກສະກັດກັ້ນ ແລະຕ້ານເຊື້ອພະຍາດດັ່ງກ່າວມີຄວາມຄືບໜ້າຫຼາຍເປັນຕົ້ນດ້ານການປິ່ນປົວການດູແລເບິ່ງແຍງ ແລະ ຊ່ວຍເຫຼືອຜູ້ຕິດເຊື້ອເຮສໄອວີຊຶ່ງປະຈຸບັນມີສະຖານທີ່ໃຫ້ຄຳປຶກສາ ແລະ ກວດເລືອດ 189 ແຫ່ງທົ່ວປະເທດມີສະຖານທີ່ປິ່ນປົວດ້ວຍຢາຕ້ານເຊື້ອເຮສໄອວີ 11 ແຫ່ງໃນ 8 ແຂວງ ມີຈຸດແຈກຢາຍຢາຢູ່ 2 ແຂວງ ແລະຈະມີການຂະຫຍາຍການປົກຄຸມໃຫ້ໄດ້ທົ່ວປະເທດໃນປີ 2021.