ທ່າຫີນເໜືອ ໄດ້ຫ້ອງການບ້ານຫຼັງໃໝ່

  ບໍລິສັດ ຈໍາປາຄໍາກໍ່ສ້າງ ໄດ້ມອບຫ້ອງການບ້ານຫຼັງໃໝ່ໃຫ້ແກ່ບ້ານທ່າຫີນເໜືອ ນະຄອນປາກເຊ ແຂວງຈໍາປາສັກ ເພື່ອນໍາໃຊ້ເຂົ້າໃນການປະຕິບັດວຽກງານຂອງບ້ານໃຫ້ມີຄວາມສະດວກຍິ່ງລວມມູນຄ່າການກໍ່ສ້າງຈໍານວນ 629 ລ້ານກວ່າກີບ ຊຶ່ງກ່າວມອບໂດຍ ທ່ານ ໄພທູນ ຈໍາປາຄໍາ ປະທານບໍລິສັດ ຈໍາປາຄໍາກໍ່ສ້າງ ແລະ ກ່າວຮັບ ໂດຍທ່ານ ທອງພັນ ໄຊທະນາສີ ນາຍບ້ານໆທ່າຫີນເໜືອ.

  ພິທີມອບ-ຮັບຫ້ອງການບ້ານດັ່ງກ່າວຈັດຂຶ້ນ 18 ທັນວາຜ່ານມາທີ່ສໍານັກບ້ານດັ່ງກ່າວໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບົວລີ ເພັດສົງຄາມ ຫົວໜ້າພະ ແນກກະສີກໍາ ແລະປ່າໄມ້ແຂວງ, ມີທ່ານ ອຸດົມໄຊ ດີວິໄຊ ເຈົ້າຄອງນະຄອນປາກເຊ, ມີບັນດາທ່ານແຂກຜູ້ໃຫຍ່ພາຍໃນແຂວງ, ເມືອງ ແລະອໍານາດການປົກຄອງບ້ານເຂົ້າຮ່ວມ.

  ທ່ານ ທອງພັນ ໄຊທະນາສີ ກ່າວວ່າ: ຫ້ອງການປົກຄອງບ້ານຫຼັງໃໝ່ນີ້ໄດ້ເລີ່ມລົງມືກໍ່ສ້າງແຕ່ເດືອນເມສາ 2020 ເປັນຕົ້ນມາ ແລະສໍາເລັດໃນເດືອນຕຸລາ,ຊຶ່ງຫ້ອງ ການບ້ານແມ່ນມີຄວາມຍາວ 26 ແມັດ ແລະກວ້າງ 15 ແມັດ, ປະກອບດ້ວຍຫ້ອງປະຊຸມ 1 ຫ້ອງ,ຫ້ອງເຮັດວຽກ 4 ຫ້ອງ, ຫ້ອງນໍ້າ 2 ຫ້ອງ, ລວມມູນຄ່າກໍ່ສ້າງ 629 ລ້ານກວ່າກີບ ໂດຍແມ່ນບໍລິສັດຈໍາປາຄໍາກໍ່ສ້າງເປັນຜູ້ຮັບເໝົາ ແລະລົງທຶນກໍ່ສ້າງ 100%.