ໄຊສົມບູນ ກຳນົດ 5 ທ່າແຮງ ຍູ້ພັດທະນາ 5 ປີໜ້າໃຫ້ທຸກຍາກເຫຼືອ 185 ຄອບຄົວ

  ແຂວງໄຊສົມບູນ ໄດ້ຖືກກຳນົດເປັນເຂດພັດທະນາຈຸດສຸມໃຈກາງຂອງລັດຖະບານໂດຍລັດໄດ້ອອກດຳລັດສະບັບເລກທີ 414/ລບ, ລົງວັນທີ 10 ທັນວາ 2019 ວ່າດ້ວຍນະໂຍບາຍການພັດທະນາເສດຖະກິດແຂວງໄຊສົມບູນຊຶ່ງໄດ້ກຳນົດນະໂຍບາຍພິເສດເພື່ອຊຸກຍູ້ສົ່ງເສີມພ້ອມດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າ ມາພັດທະນາແຂວງ, ເຮັດທົດລອງການແບ່ງຂັ້ນຄຸ້ມຄອງດ້ານງົບປະມານການເງິນ (ລະຫວ່າງສູນກາງ-ແຂວງ, ແຂວງ-ເມືອງ ແລະ ເມືອງ-ບ້ານ) ສ້າງພື້ນຖານເສດຖະກິດ-ສັງຄົມຂະຫຍາຍຕົວຢ່າງຕໍ່ເນື່ອງ,

  ໝັ້ນທ່ຽງ ແລະເປັນມິດກັບສິ່ງແວດລ້ອມຕາມທິດສີຂຽວ-ຍືນຍົງ ແລະຍົກສູງປະສິດທິພາບການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍນອກນັ້ນຍັງມີກຳລັງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບທີ່ເຂັ້ມແຂງສາມາດສ້າງພື້ນຖານຄວາມສະຫງົບປອດໄພພາຍໃນແຂວງເປັນເງື່ອນໄຂໃຫ້ແກ່ການພັດທະນາເພື່ອພັດທະນາເສດຖະກິດ-ສັງຄົມໃນ 5 ປີ ຄັ້ງທີ II (2021-2025) ຂະນະທີ່ການນໍາແຂວງໄດ້ກຳນົດ 5 ທ່າແຮງຍູ້ແຮງການພັດທະນາຂອງແຂວງເພື່ອເປັນສ່ວນສຳຄັນເຮັດໃຫ້ຕົວເລກທຸກ ຍາກຫຼຸດລົງເຫຼືອບໍ່ເຖິງ 200 ຄອບຄົວຈາກປະຈຸບັນມີຫຼາຍກວ່າ 4 ພັນຄອບຄົວທຸກຍາກ.

  ຕາມຂໍ້ມູນການເປີດເຜີຍຂອງທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນເມື່ອບໍ່ດົນຜ່ານມານີ້ວ່າ: ທ່າແຮງທຳອິດແມ່ນດ້ານກະສິກຳ-ປ່າໄມ້ມີຄວາມອາດສາມາດສູງໃນການພັດທະນາວຽກງານກະສິກໍາເປັນສິນຄ້າເນື່ອງຈາກມີເນື້ອທີ່ດິນກະສິກຳກວມ 1,3 ແສນເຮັກຕາ, ມີແມ່ນໍ້າຫຼາຍສາຍ, ມີປະລິມານນໍ້າຝົນສະເລ່ຍສູງເຖິງ 2.567 ມິນລິແມັດ, ມີເນື້ອທີ່ກວ້າງຂວາງເໝາະສົມແກ່ການລ້ຽງສັດໃຫຍ່ ແລະປູກພືດເຂດໜາວ; ປະຊາກອນສ່ວນຫຼາຍມີອາຊີບກະສິກຳເປັນສ່ວນໃຫຍ່, ມູນເຊື້ອດຸໝັ່ນຂະຫຍັນພຽນໃນການປູກຝັງ ແລະລ້ຽງສັດມາແຕ່ດົນນານ,ຊຶ່ງເປັນທ່າແຮງທາງດ້ານຊັບພະຍາກອນມະນຸດໃນການພັດທະນາຂະແໜງກະສິກຳເປັນສິນຄ້າ, ສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນ.

 ຕໍ່ມາທ່າແຮງດ້ານການທ່ອງທ່ຽວເປັນເຂດພູມສັນຖານສູງ, ສະພາບດິນຟ້າອາກາດໂດຍສ່ວນໃຫຍ່ຈະເປັນອາກາດໜາວ ແລະອົບອຸ່ນ, ອຸນຫະພູມສະເລ່ຍປະຈຳປີແມ່ນ 20,5 ອົງສາ, ອຸນຫະພູມສະເລ່ຍຕໍ່າສຸດ 15,1 ອົງສາ,ມີແຫຼ່ງທ່ອງທ່ຽວທາງທຳມະຊາດ,ວັດທະນະທຳ ແລະປະຫວັດສາດ ຈຳນວນ 73 ແຫ່ງ ທີ່ສາມາດພັດທະ ນາ ແລະຊຸກຍູ້ສົ່ງເສີມເປັນແຫຼ່ງທ່ອງທ່ຽວເປັນຕົ້ນແມ່ນທ່ອງທ່ຽວທຳມະຊາດພູເບ້ຍພູສູງທີ່ສຸດຂອງລາວ, ສັນພູໝອກ, ບໍ່ນໍ້າອຸ່ນ, ອ່າງເກັບນໍ້າຂອງບັນດາເຂື່ອນໄຟຟ້ານໍ້າຕົກ, ມີພູສູງ, ພູພຽງ ແລະອື່ນໆ.

   ທ່າແຮງດ້ານພະລັງງານໄຟຟ້າໄດ້ມີການພັດທະນາເຂື່ອນທັງໝົດ 28 ໂຄງການ, ລວມກໍາລັງຕິດຕັ້ງປະມານ 2.262,65 ເມກາວັດ ຊຶ່ງມີກໍາລັງການຜະລິດທັງ ໝົດປະມານ 7.454,4 ຈີກາວັດໂມງຕໍ່ປີ; ໃນນັ້ນສຳເລັດການກໍ່ສ້າງເປີດການຜະລິດ (COD) ແລ້ວລວມມີ 10 ໂຄງການ, ປະຈຸບັນກໍາລັງດໍາເນີນການກໍ່ສ້າງໂຄງ ການມີ 3 ໂຄງການມີກໍາລັງຕິດຕັ້ງ 505,5 ເມກາວັດ ມີກຳລັງການຜະລິດ 2.442,23 ຈີກາວັດໂມງຕໍ່ປີນອກນີ້ຍັງມີໂຄງການຢູ່ໃນຂັ້ນຕອນກະກຽມເຊັນສັນຍາຄຸ້ມ ຄອງໂຄງການ 10 ໂຄງການມີກຳລັງຕິດຕັ້ງ 1.560,65 ເມກາວັດ, ມີກຳລັງການຜະລິດ 39.300,2 ຈີກາວັດໂມງຕໍ່ປີ.

  ຖັດຈາກນັ້ນແມ່ນທ່າແຮງດ້ານບໍ່ແຮ່ເນື່ອງຈາກເປັນແຂວງທີ່ມີຄວາມອຸດົມສົມບູນດ້ວຍແຮ່ທາດຫາຍຊະນິດເປັນຕົ້ນແຮ່ຄຳ, ແຮ່ທອງ, ແຮ່ເຫຼັກ ແລະ ແຮ່ຕິດພັນອື່ນໆ ໃນໄລຍະຜ່ານມາລັດຖະບານໄດ້ອະນຸຍາດໃຫ້ຕ່າງປະເທດມາສຳຫຼວດ ແລະ ຂຸດຄົ້ນແຮ່ທາດຢູ່ແຂວງຈຳນວນໜຶ່ງເປັນຕົ້ນແມ່ນບໍລິສັດພູເບ້ຍມາຍນິ່ງ, ເຮັດໃຫ້ການພັດທະນາອຸດສາຫະກຳບໍ່ແຮ່ຂອງປະເທດເຮົາໄດ້ມີບາດກ້າວຂະຫຍາຍຕົວ ແລະນຳລາຍໄດ້ມາໃຫ້ປະເທດຊາດກໍຄືທ້ອງຖິ່ນ,ທັງເປັນບົດຮຽນອັນລໍ້າຄ່າໃນການພັດທະນາຂົງເຂດບໍ່ແຮ່ຂອງປະເທດເຮົາ.

 ທ່າແຮງສຸດທ້າຍທ່ານເຈົ້າແຂວງໄຊສົມບູນ ເປີດເຜີຍວ່າ: ແມ່ນດ້ານການບໍລິການທາງຜ່ານຊຶ່ງແຂວງໄຊສົມບູນເປັນຈຸດໃຈກາງຂອງບັນດາແຂວງເປັນຕົ້ນນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຫຼວງພະບາງ, ຊຽງຂວາງ ແລະ ແຂວງບໍລິຄຳໄຊຊຶ່ງພວກເຮົາສາມາດພັດທະນາຈຸດພິເສດທາງດ້ານທີ່ຕັ້ງຂອງແຂວງໃນການພົວພັນເສດຖະ ກິດ, ການຄ້າ, ການບໍລິການດ້ານການຄົມມະນາຄົມຂົນສົ່ງໄປຍັງແຂວງຕ່າງໆ, ສ້າງເປັນແຂວງບໍລິການທາງຜ່ານເຊື່ອມຕໍ່ພາກເໜືອ-ກາງ-ໃຕ້.

  ແນວໃດກໍດີທັງ 5 ທ່າແຮງນັ້ນຊຶ່ງລ້ວນແລ້ວແຕ່ຈະສ້າງຜົນປະໂຫຍດຢ່າງມະຫາສານແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງເວົ້າສະເພາະກໍແມ່ນພໍ່ແມ່ປະ ຊາຊົນລາວບັນດາເຜົ່າພາຍແຂວງໃນໄຊສົມບູນປະກອບກັບສິດທິພິເສດຂອງດຳລັດ 414/ລບ ທີ່ມີໃຫ້ກໍຍີ່ງເພີ່ມກຳລັງໃຫ້ແກ່ການຈະບັນລຸເປົ້າໝາຍທີ່ການນຳແຂວງໄດ້ວາງເອົາໄວ້ໂດຍຄາດຄະເນນັບແຕ່ປີ 2021 ເປັນຕົ້ນ ໄປແຂວງຈະສູ້ຊົນສຸມລຶບລ້າງຄອບຄົວທຸກຍາກໃຫ້ຍັງເຫຼືອສູງສຸດບໍ່ເກີນ 185 ຄອບຄົວ ຈາກທີ່ມີໃນປະຈຸບັນປະ ເມີນຕາມດຳລັດ 348/ລບທັງໝົດ 4.397 ຄອບຄົວ.