ນາຍົກ ສັ່ງໂຈະພົນລະເມືອງປະເທດມີໂຄວິດ-19 ລະບາດໃນຊຸມຊົນເຂົ້າລາວ

  ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຖະແຫຼງການດ່ວນໃນເຊົ້າວັນທີ 22 ທັນວາ 2020 ກ່ຽວກັບພະຍາດໂຄວິດ-19 ໂດຍເນື້ອໃນສໍາຄັນແຈ້ງໃຫ້ປະຊາຊົນລາວຊາບວ່າ: ໂຄວິດ-19 ກໍາລັງເປັນໄພຄຸກຄາມຕໍ່ໂລກ ແລະຕໍ່ປະເທດເຮົານັບມື້ນັບເພີ່ມຂຶ້ນຊຶ່ງຍັງບໍ່ມີກຳລັງແຮງໃດໆມາກຳຈັດ ແລະຢຸດຢັ້ງພະຍາດນີ້ໄດ້ເທື່ອ, ຄາດຄະເນວ່າອີກ 2-3 ວັນຂ້າງໜ້າຈະມີຜູ້ຕິດເຊື້ອສູງເຖິງ 80 ລ້ານຄົນໃນທົ່ວໂລກ ແລະຜູ້ເສຍຊີວິດອາດຈະເພີ່ມຂຶ້ນຮອດ 2 ລ້ານຄົນ, ສິ່ງທີ່ເປັນອັນຕະ ລາຍໄປກວ່ານັ້ນໄດ້ຮັບຂໍ້ມູນຈາກນັກວິທະຍາສາດການແພດຂອງໂລກພະຍາດນີ້ໄດ້ມີການກາຍພັນຮ້າຍແຮງຂຶ້ນກວ່າເກົ່າການແຜ່ເຊື້ອຈະມີຄວາມໄວຂຶ້ນ ແລະສະຫຼັບຊັບຊ້ອນກວ່າສາຍພັນເດີມການກວດເຫັນຜູ້ຕິດເຊື້ອສ່ວນຫຼາຍໃນປະຈຸບັນບໍ່ມີອາການຊຶ່ງເຮັດໃຫ້ການປ້ອງກັນຄວບຄຸມຍິ່ງມີຄວາມຫຍຸ້ງຍາກເພີ່ມຂຶ້ນສິ່ງເຫຼົ່ານີ້ກໍໄດ້ເກີດຂຶ້ນຢູ່ບາງປະເທດທີ່ມີຊາຍແດນຕິດກັບລາວເຮົາ.

   ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ທຸກຄົນຕ້ອງໄດ້ເພີ່ມຄວາມມີສະຕິລະວັງຕົວສູງກວ່າເກົ່າຊຶ່ງລັດຖະບານໄດ້ສ້າງກຳລັງແຮງໃນການຮັບມືກັບພະຍາດນີ້ຢ່າງຈິງຈັງບໍ່ດັ່ງນັ້ນໂຄວິດ-19 ຈະກັບມາປະເທດເຮົາອີກຮອບໃໝ່ ແລະ ຮ້າຍແຮງກວ່າເກົ່າການຄວບຄຸມກໍຈະພົບກັບຄວາມສ່ຽງໃຫຍ່ຫຼວງກວ່າເກົ່າຂໍຮຽກຮ້ອງໃຫ້ຄະນະສະເພາະກິດປ້ອງ ກັນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ທົບທວນຄືນຄໍາສັ່ງຕ່າງໆ ແລະມາດຕະການຕ່າງໆທີ່ຜ່ານມາກ່ຽວກັບມາດຕະການຕ້ານພະຍາດນີ້ ແລະໃຫ້ມີມາດຕະການເພີ່ມເພື່ອຮັບມືກັບສະພາບການໃໝ່, ຖ້າມີມາດຕະການໃໝ່ອອກມາຂໍໃຫ້ທຸກຊັ້ນຄົນໃຫ້ການຮ່ວມມືໃນການປະຕິບັດ.

 ຂະນະທີ່ສິ່ງທີ່ຈະຕ້ອງປະຕິບັດໄວຢ່າງທັນການຄືນັບແຕ່ນີ້ຕໍ່ໄປແມ່ນໃຫ້ໂຈະບັນດາພົນລະເມືອງປະເທດທີ່ມີການແຜ່ລະບາດໂຄວິດ-19 ໃນຊຸມຊົນເຂົ້າປະເທດລາວ, ສືບຕໍ່ປິດດ່ານປະເພນີ, ດ່ານທ້ອງຖິ່ນ, ສືບຕໍ່ປິດຖ້ຽວບິນເໝົາລຳຈາກຕ່າງປະເທດໃນໄລຍະນີ້ນອກຈາກກໍລະນີຈຳເປັນແທ້ໆແຕ່ຕ້ອງໄດ້ຮັບອະນຸຍາດທຸກໆຄັ້ງ,ໃຫ້ສືບຕໍ່ກຽມສະຖານທີ່ກັກກັນຊົ່ວຄາວໃຫ້ມີມາດຕະຖານທີ່ດີກວ່າເກົ່າ, ກຽມເພີ່ມສະຖານທີ່ອຸປະກອນຢາການແພດຕ່າງໆ ເພື່ອຮັບໃຊ້ການປິ່ນປົວຜູ້ຕິດເຊື້ອກຽມງົບປະມານເພື່ອຊື້ຢາວັກຊີນຕື່ມອີກສິ່ງສຳຄັນຢາກຮຽກຮ້ອງໃຫ້ປະຊາຊົນລາວຮັກສາໄລຍະຫ່າງບໍ່ສຳຜັດມື ແລະ ປະຕິບັດມາດຕະການຕ້ານພະຍາດໂຄວິດ-19 ຕາມການແຈ້ງການຂອງຄະນະສະເພາະກິດຢ່າງເຂັ້ມງວດ.

ຢ່າງໃດກໍຕາມໃນວັນທີ 22 ທັນວາ 2020 ກະຊວງສາທາລະນະສຸກໄດ້ອອກຂໍ້ຕົກລົງສະບັບເລກທີ 3439/ສທ ວ່າດ້ວຍການອະນຸມັດເກັບເງິນຄ່າບໍລິການກວດ ແລະປິ່ນປົວພະຍາດໂຄວິດ-19 ຕາມສະຖານການບໍລິການຂອງລັດນັບແຕ່ຢູ່ສູນກາງ ແລະທ້ອງຖິ່ນຊຶ່ງຄ່າບໍລິການດັ່ງກ່າວແມ່ນມີລາຄາທີ່ແຕກຕ່າງກັນເລີ່ມຈາກ 50 ພັນກີບ ຫາ 1,2 ລ້ານກີບ.

  ສຳລັບຢູ່ປະເທດເຮົາຜ່ານມາແມ່ນມີການແກ້ໄຂບັນຫາພະຍາດນີ້ໄດ້ດີມີຜູ້ຕິດເຊື້ອບໍ່ຫຼາຍ ແລະບໍ່ມີຜູ້ເສຍຊີວິດປິ່ນປົວກໍໄດ້ດີຍັງເຫຼືອພຽງ 4 ຄົນ ຈາກ 41 ຄົນ ທີ່ຕິດເຊື້ອພະຍາດນີ້ທີ່ຍັງນອນປິ່ນປົວຢູ່ໂຮງໝໍໃນເວລານີ້.