ທ້າວວິໄລສັກໄດ້ຮັບລາງວັນຊະນະເລີດ ງານປະກວດສ່ອງຟ້າຫາດາວ 4

 ເມື່ອບໍ່ດົນຜ່ານມານີ້ບໍລິສັດ ຄ້າຍເພງທີເຄເອັນເຕີເທັນເມັ້ນ ( TK Entertainment)ຮ່ວມກັບພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງສາລະວັນຈັດງານການປະກວດນັກຮ້ອງສຽງດີສ່ອງຟ້າຫາດາວ 4 ຂຶ້ນທີ່ຕະຫຼາດໃໝ່ເອບີໂຊກໄຊໃຫ້ກຽດເຂົ້າຮ່ວມເປັນປະທານໂດຍທ່ານ ມະໄລວອນ ສີປະເສີດຮັກສາການຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ທ່ານ ທະວີສັກ ທໍາມະວົງສາ ຜູ້ອໍານວຍການບໍລິສັດຄ້າຍເພງທີເຄເອັນເຕີເທັນເມັ້ນ ( TK Entertainment)ທ່ານ ນາງ ລິນທອງ ຄໍາພູມີ ນັກສະແດງຈາກຄ້າຍເພງທີເຄຊາວລາວແລະມີກໍາມະການໃຫ້ຄະແນນ, ພ້ອມດ້ວຍຜູ້ເຂົ້າປະກວດນັກຮອງສຽງດີ ແລະຜູ້ຊົມຜູ້ເຊຍເຂົ້າຮ່ວມຢ່າງຫຼວງຫຼາຍ.

 ທ່ານ ທະວີສັກ ທໍາມະວົງສາກໍໄດ້ໃຫ້ສຳພາດວ່າ: ຈຸດປະສົງໃນການຈັດງານປະກວດນັກຮອງສຽງດີສ່ອງຟ້າຫາດາວ 4 ຄັ້ງນີ້ກໍ່ເພື່ອເປັນການຄົ້ນຫານັກຮ້ອງສຽງດີໄປສັງກັດຄ້າຍເພງທີເຄຊາວລາວອອກຮັບໃຊ້ໃນສັງຄົມ ແລະປະເທດຊາດ, ແລະທັງເປັນການສ້າງໃຫ້ຕົນເອງມີຊື່ສຽງໃນວົງການເພງລາວອີກ, ອີກອັນໜຶ່ງກໍເພື່ອເປັນການຂໍ່ານັບຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະວັນເກີດປະທານ ໄກສອນ ພົມວິຫານຄົບຮອບ 100 ປີ, ແລະ ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງສາລະວັນ, ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຄະນະພັກຮາກຖານພະແນກ ຖວທ ໃຫ້ປາກົດຜົນເປັນຈິງ, ງານປະກວດນັກຮ້ອງສຽງດີສ່ອງຟ້າຫາດາວນີ້ມີຜູ້ເຂົ້າປະກວດທັງໝົດ 23 ໝາຍເລກ, ຜ່ານການແຂ່ງຂັນຜູ້ຊະນະເລີດອັນດັບ1 ແມ່ນ ທ້າວ ວິໄລລັກ ໝາຍເລກ 19 ມາໃນເພງເເຟນປະຈຸບັນສໍາຄັນສໍ່າໃດໄດ້ຮັບເງິນລາງວັນ 1,5 ລ້ານກີບ ພ້ອມດ້ວຍຂັນ 1 ໜ່ວຍ ເປັນກຽດມອບລາງວັນໂດຍ ທ່ານ ມະໄລວອນ ສີປະເສີດ, ອັນດັບ 2 ນາງ ປາວິ້ງ ໝາຍເລກ 13 ມາໃນເພງຄວາມຮັກຜູ້ຍິງໄດ້ຮັບເງິນລາງວັນ 1 ລ້ານກີບ ພ້ອມດ້ວຍຂັນ 1ໜ່ວຍອັນດັບທີ 3 ທ້າວ ທ່ຽງໄກ ທ້ອງຖິ່ນ ໝາຍເລກ 8 ມາໃນບົດເພງ ຍອມເປັນແຟນເກົ່າ ໄດ້ຮັບເງິນລາງວັນ 5 ແສນກີບ ພ້ອມດ້ວຍຂັນ 1 ໜ່ວຍ, ແລະລາງວັນຊົມເຊີຍມີ ທ້າວສຸກ ອານັນ ໝາຍເລກ 16 ມາໃນເພງ ຟ້າສັ່ງສະຫວັນສ້າງ, ນາງ ແກ້ວໃຈ ໝາຍເລກ 7 ມາໃນເພງສັນຍາຮັກກອງເຟືອງ ໄດ້ຮັບເງິນລາງວັນຄົນລະ 250,000 ກີບ, ນອກຈາກນີ້ຜູ້ເຂົ້າຮ່ວມແຂ່ງຂັນຍັງໄດ້ຮັບລາງວັນປອບໃຈຄົນລະ 1 ແສນກີບ, ສ່ວນທ້າວໂຍທະສິນໝາຍເລກ 3 ມາໃນເພງ ຍ່າງກາຍອ້າຍກໍມີແຮງແມ່ນໄດ້ຮັບລາງວັນພິເສດຄື: ໄດ້ສັງກັດເປັນນັກຮ້ອງຢູ່ຄ້າຍເພງ ທີເຄ ພ້ອມທັງດື່ມນໍ້າທີເຄຊາວລາວເປັນເວລາ 1 ປີ.

 ພິເສດຜູ້ເຂົ້າຮ່ວມຊົມ, ຮວ່ມເຊຍໃນການຈັດງານປະກວດຄັ້ງນີ້ທາງບໍລິສັດຄ້າຍເພງທີເຄ ຊາວລາວກໍໄດ້ຈັດໃຫ້ມີຫຼາກຫຼາຍກິດຈະກໍາເຊັ່ນ: ຊົມການສະແດງກາຍະສິນທີ່ໜ້າຕື່ນເຕັ້ນ, ການສະແດງຈາກນັກຮ້ອງຮັບເຊີນທີ່ມາຈາກຄ້າຍເພງທີເຄຊາວລາວ 6 ທ່ານ, ນອກຈາກນັ້ນຍັງໄດ້ຮັບຊົມການປະກວດນັກຮ້ອງສຽງດີຈາກລູກຫຼານຊາວແຂວງສາລະວັນອີກດ້ວຍ.

---------

ຂຽນໂດຍ: ກິນດາວັນ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ