ລາວຟອດ ນໍາສະເໜີລົດໃໝ່ຟອດເທຣິທໍຣິ

   ວັນທີ 17 ທັນວາ ຜ່ານມາທີ່ ນະຄອນຫຼວງວຽງຈັນ ບໍລິສັດ ລາວຟອດຊີຕີ ໄດ້ນໍາສະເໜີລົດລຸ້ນໃໝ່ຟອດເທຣິທໍຣິ (Ford Territory) ທີ່ມາພ້ອມກັບຄວາມທັນ ສະໄໝທາງດ້ານເຕັກໂນໂລຊີໂດຍເຂົ້າຮ່ວມທ່ານ ເວນ ແມັກອິນທອດ ຜູ້ຈັດການບໍລິສັດ ລາວຟອດຊີຕີບັນດາລູກຄ້າຂອງລາວຟອດຊີຕີພ້ອມດ້ວຍພະນັກງານ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ເວນ ແມັກອິນທອດ ຜູ້ຈັດການ ບໍລິສັດ ລາວຟອດຊີຕີ ກ່າວວ່າ: 2020 ເປັນປີທີ່ພິເສດສໍາລັບທຸກຄົນເຖິງແມ່ນ ວ່າທົ່ວໂລກຈະໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ຄວາມຕ້ອງການດ້ານການຊົມໃຊ້ລົດພາຍໃນຕະຫຼາດ ສປປ ລາວ ກໍຍັງມີຢ່າງຕໍ່ເນື່ອງ, ສະນັ້ນຈຶ່ງໄດ້ຕັດສິນໃຈນໍາເຂົ້າຟອດເທຣິທໍຣີ ແລະເປີດໂຕລົດລຸ້ນໃໝ່ຟອດເທຣິທໍຣິ ຢ່າງເປັນທາງການເພື່ອໃຫ້ລູກຄ້າຢູ່ພາຍໃນລາວກໍຄືປະຊາຊົນລາວໄດ້ສຳຜັດ, ໄດ້ທົດລອງຂັບ ແລະຈັບຈອງເປັນເຈົ້າຂອງ.

   ຟອດເທຣິທໍຣີ ເປັນລົດມິນິ SUV ທີ່ເປັນລຸ້ນໃໝ່ຫຼ້າສຸດຊຶ່ງອອກແບບໃຫ້ມີຄວາມກວ້າງຂວາງແລະທັນສະໄໝດ້ວຍເຕັກໂນໂລຊີທີ່ຕອບສະໜອງ ແລະເໝາະສຳລັບການນຳໃຊ້ໃນການດຳລົງ ຊີວິດປະຈຳວັນແບບຄົນໃນເມືອງໄດ້ດີ ທີ່ສຸດພ້ອມກັບລະບົບຊ່ວຍເຫຼືອຜູ້ຂັບຂີ່ລະດັບສູງດ້ວຍເຄື່ອງຈັກ 1,5 ລິດ ທີ່ຂັບເຄື່ອນດ້ວຍເກຍ CVT ເພື່ອການຂັບຂີ່ທີ່ດີກວ່າ ແລະຊ່ວຍປະຍັດນໍ້າມັນເຊື້ອໄຟອີກດ້ວຍ, ສໍາລັບຟອດເທຣິທໍຣີ ທີ່ຈຳໜ່າຍຢູ່ຕະຫຼາດ ສປປ ລາວ ມີ2 ລຸ້ນ ຄື: ຟອດ ເທຣິທໍຣີ ເທຣນ ລາຄາ 35,5 ພັນໂດລາ ແລະຟອດເທຣິທໍຣີ ໄທທານຽມ ລາຄາ 37 ພັນໂດລາ ຊຶ່ງມີທັງໝົດ 5 ສີ.

---------------

ຂ່າວ: ສີສຸວັນ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ