ວິທະຍາໄລການເງິນພາກເໜືອ ຮັບນາມມະຍົດ 5 ເປັນເຈົ້າ

  ວິທະຍາໄລການເງິນພາກເໜືອ ແຂວງຫຼວງພະບາງໄດ້ຈັດພິທີມອບ-ຮັບນາມມະຍົດກຳມະບານ 5 ເປັນເຈົ້າ ຮອບທີ 2 ປະຈຳປີ 2020 ໂດຍເປັນປະທານຮ່ວມຂອງສະຫາຍ ສົມເພັ ັນນະກອນ ຮອງປະທານກຳມະບານແຂວງສະຫາຍ ແກ່ນຈັນ ບຸນເຕີມ ເລຂາໜ່ວຍພັກຜູ້ອຳນວຍການວິທະຍາໄລການເງິນພາກເໜືອມີປະ ທານກຳມະບານວິທະຍາໄລການເງິນພາກເໜືອພ້ອມດ້ວຍຄູ-ອາຈານແລະນັກສຶກສາເຂົ້າຮ່ວມ.

  ສະຫະພັນກຳມະບານວິທະຍາໄລການເງິນພາກເໜືອເປັນສະຫະພັນເອກະລາດ, ສາຍຕັ້ງຂຶ້ນກັບສະຫະພັນກໍາມະບານແຂວງ,ສາຍຂວາງຂຶ້ນກັບວິທະຍາໄລການເງິນພາກເໜືອ, ປະກອບມີຄະນະປະທານ 5 ສະຫາຍ, ຍິງ 2 ສະຫາຍມີ 3 ຮາກຖານກໍາມະບານຂຶ້ນກັບ,ມີຄະນະກໍາມະບານຮາກຖານສະຫາຍ, ຍິງ 2 ສະຫາຍ, ມີສະມາຊິກກໍາມະບານທັງໝົດ 368 ສະຫາຍ, ຍິງ 221 ສະຫາຍ, ໃນນັ້ນມີສະມາຊິກກຳມະບານທີ່ເປັນນັກສຶກສາ 312 ສະຫາຍ,ຍິງ 200 ສະຫາຍ.  

  ຜ່ານການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າໃນໜຶ່ງປີຜ່ານມາວິທະຍາໄລການເງິນພາກເໜືອສາມາດປະຕິບັດໄດ້ວຽກງານພົ້ນເດັ່ນຫຼາຍດ້ານເປັນຕົ້ນແມ່ນໄດ້ເປັນເຈົ້າໂຄສະນາສຶກສາອົບຮົມການເມືອງແນວຄິດປະຕິບັດໄດ້ 98%, ເປັນເຈົ້າການປັບປຸງແບບ ແຜນການນຳພາ ແລະຂະຫຍາຍການຈັດຕັ້ງກຳມະບານປະຕິບັດໄດ້ 99%, ເປັນເຈົ້າການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພະນັກງານສະມາຊິກກຳມະບານກຳມະການ ແລະ ຊາວຜູ້ອອກແຮງງານປະຕິບັດໄດ້  99%, ເປັນເຈົ້າການເຂົ້າຮ່ວມການຕິດຕາມ, ກວດກາ, ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດວັດທະນະທໍາ-ສັງຄົມປະຕິບັດໄດ້ 98%, ເປັນເຈົ້າການໃນການເຂົ້າຮ່ວມ ການຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກ ແລະລະບຽບກົດໝາຍຂອງລັດປະຕິບັດໄດ້ 95% ແລະ ໄດ້ນຳເອົາມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງສະຫະພັນກຳມະບານລາວ, ມະຕິກອງປະຊຸມໃຫຍ່ຂອງສະຫະພັນກຳມະບານແຂວງ,ມະຕິກອງປະຊຸມໃຫຍ່ຂອງວິທະຍາໄລການເງິນມາເຜີຍແຜ່ໃຫ້ສະມາຊິກໄດ້ຮັບຮູ້, ເຂົ້າໃຈ, ມີທັດສະນະຫຼັກໝັ້ນ, ຄຸນສົມບັດ, ສິນທຳປະຕິວັດ, ມີສະຕິຕໍ່ການຈັດຕັ້ງ ແລະມີລະບຽບວິໄນ, ມີຄວາມອຸນອຽນທຸ່ນທ່ຽງຫ້າວຫັນພ້ອມກັນຈັດຕັ້ງປະຕິບັດວຽກງານທີ່ຂັ້ນເທິງມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ.

  ດັ່ງນັ້ນ, ສູນກາງສະຫະພັນກໍາມະບານຈຶ່ງໄດ້ມອບໃບຢັ້ງຢືນກຳມະບານ 5 ເປັນເຈົ້າຮອບທີ 2 ປະຈຳປີ 2020 ໃຫ້ວິທະຍາໄລການເງິນພາກເໜືອຂຶ້ນໃນວັນທີ 17 ທັນວາ 2020 ນີ້ໂດຍການໃຫ້ກຽດມອບຂອງສະຫາຍ ສົມເພັດ ວັນນະກອນ ແລະມອບໃບຢັ້ງຢືນ 5 ເປັນເຈົ້າໃຫ້ບຸກຄົນຈຳນວນ 34 ສະຫາຍຢ່າງສົມກຽດ.

ໃນໂອກາດດຽວກັນນີ້ວິທະຍາໄລການເງິນພາກເໜືອຍັງໄດ້ຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກກຳມະບານລາວຈຳນວນ 296 ສະຫາຍ,ຍິງ 221 ສະຫາຍເຄື່ອນໄຫວຢູ່ໃນສາມຮາກຖານຂອງວິທະຍາໄລການເງິນພາກເໜືອຕື່ມອີກ.

------------------

ຂ່າວ: ສີສຸວັນ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ