2 ແຂວງແລກປ່ຽນບົດຮຽນພະລັງງານ ແລະບໍ່ແຮ່

 ກອງປະຊຸມພົບປະຖອດຖອນບົດຮຽນລະຫວ່າງພະແນກພະລັງງານ ແລະບໍ່ແຮ່ແຂວງໄຊສົມບູນ ແລະພະແນກພະລັງງານ ແລະບໍ່ແຮ່ແຂວງບໍລິຄໍາໄຊໄດ້ຈັດຂຶ້ນໃນວັນທີ 18 ທັນວານີ້ທີ່ຫ້ອງປະຊຸມລັດວິສາຫະກິດໄຟຟ້າລາວສາຂາແຂວງໄຊສົມບູນໂດຍການເປັນປະທານຮ່ວມຂອງທ່ານ ບຸນທຽມ ໄຊສົງຄາມ, ຫົວໜ້າພະແນກພະລັງງານ ແລະບໍ່ແຮ່ແຂວງໄຊສົມບູນທ່ານ ມະນີວັນ ໄຊຍະເພັດ, ຫົວໜ້າພະແນກພະລັງງານ ແລະບໍ່ແຮ່ແຂວງບໍລິຄໍາໄຊ, ມີຄະນະພັກ-ຄະນະພະແນກ, ພະນັກງານ-ລັດຖະກອນທັງ 2 ພະແນກເຂົ້າຮ່ວມ.

   ໃນໂອກາດພົບປະຖອດຖອນບົດຮຽນເຊິ່ງກັນ ແລະກັນຄັ້ງນີ້ທັງສອງພະແນກກໍຄືທັງສອງແຂວງໄດ້ຜັດປ່ຽນກັນລາຍງານໂດຍຫຍໍ້ໃນການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມວຽກງານພະລັງງານ ແລະ ບໍ່ແຮ່ພາຍໃນແຂວງຂອງຕົນໃນໄລຍະທີ່ຜ່ານ ແລະ ທິດທາງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າພ້ອມດຽວກັນນີ້ທັງ ສອງຝ່າຍຍັງໄດ້ມີການປຶກສາຫາລືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນການຈັດຕັ້ງປະຕິບັດວຽກງານຕົວຈິງເປັນຕົ້ນ: ແມ່ນປຶກສາຫາລືກ່ຽວກັບການຄຸ້ມຄອງໂຄງ ການພະລັງງານພາຍໃນແຂວງ, ການນໍາໃຊ້ງົບປະມານພັດທະນາທ້ອງຖິ່ນ ແລະງົບປະມານພັດທະນາຊຸມຊົນ, ການຄຸ້ມຄອງ ແລະ ການອະນຸຍາດໂຄງການບໍ່ແຮ່ ແລະວຽກງານອື່ນໆທີ່ເຫັນວ່າຍັງມີຄວາມຫຍຸ້ງຍາກສັບສົນ,ທັງນີ້ກໍ່ເພື່ອເປັນການສ້າງສາຍພົວພັນເຊິ່ງກັນ ແລະກັນບົນຈິດໃຈຄວາມສາມັກຄີມິດຕະພາບໃນການພົວພັນວຽກ ງານຂອງ 2 ພະແນກຄື 2 ແຂວງ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.

--------------

ຂ່າວ: ສຸກສັນ ອ້ວນລິທິກຸນ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ