ແຫຼ່ງທ່ອງທ່ຽວ ນໍ້າປ່ຽນຢໍລະປ່າ ຈັດລາຄາສຸດພິເສດຕ້ອນຮັບປີໃໝ່

  ມາອີກແລ້ວກັບຂ່າວດີສາຍນັກທ່ອງທ່ຽວໄປແບບເປັນກຸ່ມກຽມພົບກິດຈະກຳ ແລະແພັກເກັດລາຄາເບົາໆແຫຼ່ງທ່ອງທ່ຽວນໍ້າປ່ຽນຢໍລະປ່າເພື່ອຕ້ອນຮັບປີໃໝ່ 2021 ແລະອີກຢ່າງເພື່ອເປັນການເປີດໂອກາດໃຫ້ຄົນລາວໄດ້ມາທ່ຽວພັກຜ່ອນແບບທຳມະຊາດສົ່ງເສີມການທ່ອງທ່ຽວລາວຊ່ວຍລາວນຳອີກ.

  ແພັກເກັດທີ 1: ຖ້າມາກຸ່ມ 40 ຫາ 45 ຄົນລາຄາ 150.000 ກີບ ຕໍ່ຄົນ, ຖ້າມາກຸ່ມ 30 ຫາ 39 ຄົນລາຄາ 165.000 ກີບຕໍ່ຄົນ, ຖ້າມາກຸ່ມ 20 ຫາ 29 ຄົນລາຄາ 190.000 ກີບຕໍ່ຄົນໃນແພັກເກັດລວມມີ: ກິດຈະກຳ 3 ລາຍການ: ຍ່າງຂົວອູ່,ຂີ່ລົດລຸກ ແລະ ສວນນໍ້າ, ອາຫານທ່ຽງລົດຮັບສົ່ງຈາກເທສະບານນະຄອນ ຫຼວງວຽງຈັນ.

ແພັກເກັດທີ 2: ຖ້າມາກຸ່ມ 40 ຫາ 45 ຄົນລາຄາ 195.000 ກີບຕໍ່ຄົນ, ຖ້າມາກຸ່ມ 30 ຫາ 39 ຄົນ ລາຄາ 220.000 ກີບຕໍ່ຄົນ, ຖ້າມາກຸ່ມ 20 ຫາ 29 ຄົນລາຄາ 245. 000 ກີບຕໍ່ຄົນໃນແພັກເກັດລວມມີກິດຈະກຳ 4 ລາຍການ:ຍ່າງຂົວອູ່, ຂີ່ໂລເລີ, ຂີ່ລົດລຸກ ແລະສວນນໍ້າ, ອາຫານທ່ຽງ, ລົດຮັບສົ່ງຈາກເທສະບານນະຄອນຫຼວງວຽງຈັນ.

   ເລີ່ມວັນທີ 21 ທັນວາ 2020 ສົນໃຈຈອງແພັກເກັດຕິດຕໍ່ໝາຍເລກໂທ/ວອດແອ໋ບ 02059 185 559