ຝຣັ່ງວຸ່ນວາຍພາຍຫຼັງທ່ານ ເອັມມານູເອລ ມາຄົງ ປະທານາທິບໍດີຂອງຝຣັ່ງຕິດເຊື້ອໂຄວິດທ່ານເລີ່ມກັກຕົວເອງ 7 ວັນ.

  ຕາມຂ່າວຕ່າງປະເທດລາຍງານວ່າຕາມການລາຍງານຈາກທຳນຽບຂາວປະທານາທິບໍດີຝຣັ່ງລະບຸວ່າ ທ່ານ ເອັມມານູເອລ ມາຄົງ ປະທານາທິບໍດີຂອງຝຣັ່ງມີຜົນກວດເຊື້ອໂຄວິດ-19ເປັນບວກ ແລະຜູ້ນໍາຝຣັ່ງຈະກັກຕົວເອງເປັນເວລາ 7 ວັນ ຕາມລະບຽບດ້ານສາທາລະນະສຸກ, ຢ່າງໃດກໍຕາມທ່ານມາຄົງຈະຍັງເຮັດວຽກຕາມໜ້າທີ່ຕໍ່ ໄປໂດຍຈະເຮັດວຽກເວັ້ນໄລຍະຫ່າງຈາກຜູ້ອື່ນຊຶ່ງກ່ອນໜ້ານີ້ທ່ານມາຄົງກໍມີກຳນົດເດີນທາງໄປຍັງປະເທດລີບັງໃນວັນທີ 22-23 ທັນວາແຕ່ຖືກຍົກເລີກໄປແລ້ວ.

  ຝຣັ່ງ ເປັນປະເທດທີ່ມີຜູ້ຕິດເຊື້ອໂຄວິດເປັນອັນດັບ 5 ຂອງໂລກໂດຍຂໍ້ມູນຫຼ້າສຸດໃນວັນທີ 17 ທັນວາທີ່ຜ່ານມາພົບຜູ້ຕິດເຊື້ອຈຳນວນ 2,4 ລ້ານຄົນ ເປັນຮອງອາເມ ລິກາ, ອິນເດຍ, ບຣາຊິນ ແລະຣັດເຊຍ.