ຫຼວງພະບາງ ມອບ-ຮັບໜ້າທີ່ຫົວໜ້າໂຄສະນາອົບຮົມແຂວງ

 ພິທີມອບ-ຮັບໜ້າທີ່ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງລະຫວ່າງຜູ້ເກົ່າ ແລະຜູ້ໃໝ່ໄດ້ຈັດຂຶ້ນວັນທີ17 ທັນວາ 2020 ນີ້ຢູ່ຫ້ອງປະຊຸມພະແນກແຮງ ງານ ແລະສະຫວັດດີການສັງຄົມແຂວງໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຄຳຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ, ມີຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຕາງໜ້າພະແນກການກ່ຽວຂ້ອງ, ຫົວໜ້າຫ້ອງການອ້ອມຂ້າງເຂົ້າຮ່ວມ.

    ໃນພິທີຕາງໜ້າຄະນະຈັດຕັ້ງແຂວງໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງວ່າດ້ວຍການຍົກຍ້າຍໜ້າທີ່ ແລະ ບ່ອນປະຈຳການຂອງພະນັກງານການນຳແຂວງ, ໃນນີ້ໄດ້ເຫັນດີຕົກລົງຍົກຍ້າຍສະຫາຍ ຄໍາຫຼ້າ ລຽນປະດິດ ຫົວໜ້າຄະນະໂຄສະນາອົບຮົມແຂວງໄປຮັບໜ້າທີ່ໃໝ່ຢູ່ຫ້ອງການກວດກາພັກ-ລັດແຂວງ ລະຕົກ ລົງອະນຸມັດແຕ່ງຕັ້ງຍົກຍ້າຍສະຫາຍ ມອນໄຊລາວມົວ ຊົ່ງຫົວໜ້າຄະນະຈັດຕັ້ງແຂວງເປັນຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ໃໝ່.

   ໃນໂອກາດດັ່ງກ່າວສະຫາຍ ຄໍາຫຼ້າ ລຽນປະດິດ ຫົວໜ້າຄະນະໂຄສະນາອົບຮົມແຂວງຍັງໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຮອບດ້ານໃນການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມຜ່ານມາຊຶ່ງມີຜົນງານອັນພົ້ນເດັ່ນຫຼາຍດ້ານ ແລະໄດ້ມອບໝາຍໃຫ້ຜູ້ໃໝ່ຈົ່ງສຶບຕໍ່ພັດທະນາຊີ້ນໍາຕໍ່ໄປໃຫ້ມີບາດກ້າວໃໝ່ໃນການພັດທະນາວຽກງານໂຄ ສະນາອົບຮົມຂອງແຂວງຫຼວງພະບາງ.

   ຈາກນັ້ນຫົວໜ້າຜູ້ເກົ່າ ແລະຜູ້ໃໝ່ໄດ້ເຊັນມອບ-ຮັບໜ້າທີ່ໃຫ້ເຊິ່ງກັນ ແລະກັນພ້ອມດຽວກັນນັ້ນສະຫາຍ ຄຳຂັນ ຈັນທະວີສຸກ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີຊຶ່ງສະຫາຍໄດ້ກ່າວຍ້ອງຍໍຊົມເຊີຍຜົນງານໃນການຊີ້ນໍາວຽກງານໂຄສະນາອົບຮົມຂອງຜູ້ເກົ່າທີ່ຍາດຜົນງານໄດ້ຫຼາຍດ້ານໃນຜ່ານມາ ແລະເນັ້ນໜັກໃຫ້ຜູ້ ໃໝ່ສືບຕໍ່ຊີ້ນຳໆພາຈັດຕັ້ງປະຕິບັດວຽກງານສານຕໍ່ໃນການໂຄສະນາອົບຮົມພໍ່ແມ່ປະຊາຊົນບໍ່ໃຫ້ເຊື່ອຄໍາຕວົະຍົວະຫຼອກລວງຂອງກຸ່ມຄົນບໍ່ຫວັງດີມ້າງເພທໍາລາຍພາຍໃນໃຫ້ມີປະສິດທິຜົນສູງແລະ ມີຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້.

---------------

ຂ່າວສີສຸວັນ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ