ສຳນັກຂ່າວ ເອເຄພີ ຂອງກຳປູເຈຍລາຍງານໃນວັນທີ 15 ທັນວາ ທີ່ຜ່ານມາວ່າປະຈຸບັນໝູ່ບ້ານໃນກຳປູເຈຍປະມານ 98% ສາມາດເຂົ້າເຖິງໄຟຟ້າແລ້ວ.

  ທ່ານ ຊຸຍຍ ເຊມ ລັດຖະມົນຕີກະຊວງບໍ່ແຮ່ ແລະພະລັງງານກຳປູເຈຍກ່າວລະຫວ່າງເດີນທາງຢ້ຽມຢາມໂຮງງານໄຟຟ້າຂະໜາດ 400 ເມກະວັດ ໃນແຂວງກັນດານ ທາງພາກໃຕ້ຂອງປະເທດວ່າການແຈກຈ່າຍໄຟຟ້າສູ່ຊົນນະບົດເປັນຄວາມກ້າວໜ້າຫຼາຍຫຼັງຈາກລັດຖະບານຕັ້ງເປົ້າໝາຍແຈກຈ່າຍໄຟຟ້າໃຫ້ກັບໝູ່ບ້ານທັງໝົດ 14.168 ແຫ່ງພາຍໃນປີ 2020, ໂດຍໝູ່ບ້ານທີ່ເຫຼືອອີກ 237 ແຫ່ງ ຫຼື 2% ຊຶ່ງຍັງບໍ່ໄດ້ເຊື່ອມເຂົ້າກັບໂຄງຂ່າຍໄຟຟ້າຂອງປະເທດຕັ້ງຢູ່ໃນພື້ນທີ່ທຸລະກັນດານທີ່ຍາກຕໍ່ການເດີນໜ້າຂະບວນແຈກຈ່າຍໄຟຟ້າ.

ຢ່າງໃດກໍຕາມກະຊວງກຳລັງກຽມແຈກຈ່າຍໄຟຟ້າໃຫ້ກັບພື້ນທີ່ດັ່ງກ່າວດ້ວຍການຕິດຕັ້ງລະບົບພະລັງງານແສງຕາເວັນແທນໂດຍເຂື່ອນໄຟຟ້າຕົ້ນຕໍຂອງກຳປູເຈຍໄດ້ແກ່ເຂື່ອນໄຟຟ້າພະລັງງານນໍ້າ ແລະໂຮງໄຟຟ້າຖ່ານຫີນ, ຊຶ່ງກຳປູເຈຍມີເຂື່ອນລັກສະນະດັ່ງກ່າວ 7 ແຫ່ງທີ່ສ້າງໂດຍ ສປ ຈີນ ແລະມີກຳລັງການຜະລິດລວມ 1.328 ເມກະວັດ ແລະໂຮງໄຟຟ້າຖ່ານຫີນ 3 ແຫ່ງ ມີກຳລັງຜະລິດໄຟຟ້າລວມ 675 ເມກະວັດ.