ຜູ້ປະກອບການທ່ອງທ່ຽວ ໄຊສົມບູນ ຍົກລະດັບການບໍລິການລູກຄ້າ

  ພິທີຝຶກອົບຮົມຫຼັກສູດສຳລັບຜູ້ບໍລິຫານການຍົກລະດັບຄຸນນະພາບ ແລະການຮັກສາການບໍລິການໃຫ້ມີຄຸນນະພາບສຳລັບລູກຄ້າໃຫ້ແກ່ຜູ້ປະກອບການໃນຂະແໜງການທ່ອງທ່ຽວຢູ່ແຂວງໄຊສົມບູນໄດ້ຈັດຂຶ້ນໃນວັນທີ 15 ທັນວາ ຜ່ານມາທີ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງໂດຍການເຂົ້າຮ່ວມຂອງທ່ານ ທົງສະຫວັນ ໂພສະລາດ ຮອງຫົວໜ້າພະແນກ ຖວທ ແຂວງ, ທ່ານ ນາງ ສີເນີຍ ຈັນທະສອນ ຫົວໜ້າພະແນກຝຶກອົບຮົມວິຊາການທ່ອງທ່ຽວ, ມີພະນັກ ງານຂະແໜງທ່ອງທ່ຽວ, ທີມງານຄູຝຶກທີ່ມາຈາກສະຖາບັນສື່ມວນຊົນ, ວັດທະນະທຳ ແລະທ່ອງທ່ຽວຕະຫຼອດຮອດຜູ້ປະກອບການເຮືອນພັກ, ຮ້ານອາຫານ ແລະຮ້ານກິນດື່ມເຂົ້າຮ່ວມ.

  ການຝຶກອົບຮົມໃນຄັ້ງນີ້ກໍ່ເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດ ແລະສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການໃນຂະແໜງທ່ອງທ່ຽວ ແລະຜູ້ປະກອບການເຮືອນພັກ, ຮ້ານອາຫານ ແລະຮ້ານກິນດື່ມ ໃນການບໍລິການແຂກທີ່ມີຄຸນນະພາບນອກນີ້ຍັງເປັນການ ແລກປ່ຽນຄວາມຮູ້ ແລະປະສົບການທີ່ເປັນປະໂຫຍດແກ່ທຸລະກິດ ການບໍລິການ ແລະການທ່ອງທ່ຽວ, ຊຶ່ງສຳມະນາກອນຈະໄດ້ຮຽນຮູ້ ກ່ຽວກັບການລະບຸຄວາມຕ້ອງການຂອງລູກຄ້າ, ພົບປະກັບສະມາຄົມທຸລະກິດທ່ອງທ່ຽວ ແລະກຸ່ມບໍລິການນຳທ່ຽວ, ການສະໜອງສິນຄ້າ ແລະບໍລິການທີ່ມີຄຸນນະພາບ, ການປະເມີນການບໍລິການລູກຄ້າ ແລະການຮັກສາມາດຖານຂອງການບໍລິການ, ພາວະຜູ້ນຳທີ່ດີ, ການສອນວຽກລູກນ້ອງ ແລະການໃຫ້ນະໂຍບາຍ ແລະວົງຈອນການພັດທະນາຄຸນນະພາບ. 

 ຊຸດຝຶກອົບຮົມໃນຄັ້ງນີ້ນອກຈາກສໍາມະນາກອນຈະໄດ້ຮຽນຮູ້ບັນດາທິດສະດີແລ້ວຍັງຈະໄດ້ຝຶກແອບຕົວຈິງໃນການຂຽນຂັ້ນຕອນການປະຕິບັດງານ ແລະການເຮັດແບບຟອມການປະເມີນເພື່ອໃຫ້ສາມາດນຳໃຊ້ໃນການແກ້ໄຂບັນຫາໃນການດຳເນີນທຸລະກິດໂດຍໄດ້ຮັບທຶນສະໜັບສະໜູນຈາກໂຄງການທັກສະດ້ານການທ່ອງທ່ຽວ ຫຼື ໂຄງ ການລາວ 029, ຊຸດຝຶກອົບຮົມໃນຄັ້ງນີ້ຈະດຳເນີນເປັນເວລາ 3 ວັນຈຶ່ງຈະສຳເລັດ.

----------

ຂ່າວ: ພຸດທະສອນ ເວດສະວົງ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ