ຜາຮອມ ສະຖານທີ່ໜ້າທ່ອງທ່ຽວອີກບ່ອນໜຶ່ງ

  ເມືອງວັງວຽງ ແຂວງວຽງຈັນ ໜຶ່ງໃນເມືອງທ່ອງທ່ຽວຍອດນິຍົມຂອງລາວໄກຈາກນະຄອນຫຼວງວຽງຈັນໄປທາງທິດເໜືອປະມານ 160 ກິໂລແມັດ ແລະໃຊ້ເວລາເດີນທາງປະມານ 3-4 ຊົ່ວໂມງ, ເຖິງແມ່ນວ່າວັງວຽງຈະເປັນພຽງເມືອງນ້ອຍໆແຕ່ໃນດ້ານການທ່ອງທ່ຽວເມືອງວັງວຽງຖືໄດ້ວ່າມີຊື່ສຽງໂດ່ງດັງ ແລະເປັນທີ່ຮູ້ຈັກບໍ່ນ້ອຍໄປກວ່າເມືອງອື່ນໃນລາວ.

  ບ້ານຜາຮອມຫ່າງຈາກຕົວເມືອວັງວຽງປະມານ 30 ກິໂລແມັດ ໃຜທີ່ເດີ່ນທາງໄປຊຽງຂວາງ, ຫຼວງພະບາງຈາກເມືອງວັງວຽງກໍຈະຕ້ອງໄດ້ເຫັນບ້ານຜາຮອມແນ່ ນອນໃນບ້ານຜາຮອມຈະມີຮ້ານສອງຟາກທາງກໍຈະມີພູຜາທີ່ສູງໃຫຍ່ ແລະ ຍັງສາມາດສໍາຜັດວິຖີຊີວິດຂອງປະຊາຊົນໄດ້ເພາະປະຊາຊົນທີ່ຢູ່ໃນເຂດນີ້ດໍາລົງຊີວິດແບບລຽບງ່າຍທັງການເຮັດໄຮ່, ເຮັດນາ, ລ້ຽງເປັດ, ໄກ່, ປູກຜັກ ແລະອື່ນໆ.

   ນອກຈາກນັ້ນຍັງເປັນແຫຼ່ງຕະຫຼາດຂາຍເຄື່ອງຝາກຂອງຕອນທີ່ແຂກກາຍໄປກາຍມາກໍ່ຕ້ອງໄດ້ແວ່ ແລະສິນຄ້າທີ່ຂຶ້ນຊື່ຂອງຜາຮອມແມ່ນປູຫີນທີ່ວ່າເປັນອາຫານຫຼັກໃນເຂດຜາຮອມກໍ່ວ່າໄດ້ຖ້າເຮົາບໍ່ຢາກຖືປູສົດໆກັບບ້ານເຮົາສາມາດຊື້ໄປໃຫ້ຮ້ານອາຫານທີ່ຢູ່ຜາຮອມປຸ່ງແຕ່ງໃຫ້ກິນໄດ້.