ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຫຼວງພະບາງ ເປີດກວ້າງຄັ້ງທີ 3 ສະໄໝທີ VIII

  ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຫຼວງພະບາງເປີດກວ້າງຄັ້ງທີ 3 ສະໄໝທີ VIII ໄດ້ໄຂຂຶ້ນໃນວັນທີ 14-15 ທັນວາ 2020 ຢູ່ຫ້ອງປະຊຸມໃຫຍ່ຂອງແຂວງ ໂດຍການເປັນປະທານຂອງສະຫາຍ ຄຳຂັນ ຈັນທະວີສຸກ ເລຂາພັກແຂວງເຈົ້າແຂວງໆຫຼວງພະບາງ, ມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະ ການພັກແຂວງ, ເລຂາພັກເມືອງ-ນະຄອນ, ເລຂາຄະນະພັກຮາກຖານ ແລະໜ່ວຍພັກອ້ອມຂ້າງເຂົ້າຮ່ວມ.

 ສະຫາຍ ຄຳຂັນ ຈັນທະວີສຸກ ເລຂາພັກແຂວງເຈົ້າແຂວງໆຫຼວງພະບາງກ່າວວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຫຼວງພະບາງເປີດກວ້າງຄັ້ງທີ 3 ສະ ໄໝທີ VIII ນີ້ຈະໄດ້ພ້ອມກັນປຶກສາຫາລື, ປະກອບຄຳຄິດຄຳເຫັນຕໍ່ການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະຄັ້ງທີ 12 ແລະ13 ສະໄໝທີ 7 ໂດຍສຸມໃສ່ປະ ກອບເຫັນຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 1 ປີຜ່ານມາ ແລະໄດ້ລົງເລິກຄົ້ນຄວ້າ, ປະກອບຄຳເຫັນໃສ່ທິດທາງລວມ , ຄາດໝາຍ, ທິດທາງຈຸດສຸມປີ 2021,ນອກຈາກນີ້ຍັງມີການກວດກາ,ຕີລາຄືນການຜັນຂະຫຍາຍການດຳເນີນຊີວິດການເມືອງ,ການປັບປຸງປົວແປງພັກ ແລະບັນດາບັນຫາທີ່ສະມາຊິກພັກ, ພະນັກງານ-ນຳພາຄຸ້ມຄອງ, ພະນັກງານຫຼັກແຫຼ່ງແກ່ນສານ ແລະ ສັງຄົມສ່ອງແສງຕໍ່ການຊີ້ນຳໆພາລວມຂອງອົງຄະນະພັກ ແລະ ບຸກຄົນຄະນະພັກແຂວງສະໄໝທີ 7 ເພື່ອສະເໜີຕໍ່ກອງປະຊຸມພາຍໃນຄະນະພັກແຂວງສະໄໝທີ 8 ເພື່ອມີທິດ, ມີຄວາມຕັດສິນໃຈ, ປັບປຸງແກ້ໄຂ, ປ່ຽນແປງໃຫ້ມີການຫັນປ່ຽນ.

  ກອງປະຊຸມຄັ້ງນີ້ຜູ້ແທນເຂົ້າຮ່ວມຍັງໄດ້ປະກອບຄຳຄິດເຫັນໃສ່ບັນດາເນື້ອໃນບົດສະຫຼຸບ, ທິດທາງແຜນການ ແລະຄາດໝາຍລວມຂອງແຂວງເພື່ອໃຫ້ສອດຄ່ອງ ແລະແທດເໜາະກັບສະພາບຕົວຈິງເພື່ອພ້ອມກັນນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້.

---------

ຂ່າວ: ສີສຸວັນ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ