ອາກາດເຢັນແບບນີ້ ຕ້ອງໄປສໍາຜັດ ບໍ່ນໍ້າຮ້ອນ ເມືອງຮ້ຽມ

  ອາກາດໃນພາກເໜືອຂອງບ້ານເຮົາເລີ່ມເຢັນລົງເລື້ອຍໆ ຊຶ່ງຫຼາຍໆຄົນກໍ່ຄົງຢາກຈະໄປສໍາຜັດກັບສາຍລົມເຢັນເພື່ອຜ່ອຍຄາຍສະບາຍໂຕໃນມື້ພັກຜ່ອນ ຫຼືໃຜທີ່ກໍາລັງມີແຜນຈະໄປທ່ຽວແບບຄອບຄົວກໍ່ສາມາດພາຄອບຄົວໄປພັກຜ່ອນໄດ້ເຊັ່ນກັນມື້ນີ້ຜູ້ຂຽນມີແຫຼ່ງທ່ອງທ່ຽວມານຳສະເໜີນັ້ນກໍຄື: ບໍ່ນໍ້າຮ້ອນທີ່ຢູ່ທ່າມກາງທໍາມະຊາດໃຫ້ທຸກຄົນໄດ້ລົງສຳພັດແຖມດີຕໍ່ສຸຂະພາບທີ່ບໍ່ຕ້ອງຖ້າໄປເຖິງຕ່າງປະເທດຢູ່ບ້ານເຮົາກໍມີບໍ່ນໍ້າຮ້ອນໃຫ້ບັນດາທ່ານໄດ້ແຊ່ຫຼິ້ນ ໂດຍສະເພາະແມ່ນບໍ່ນໍ້າຮ້ອນເມືອງຮ້ຽມ.

  ບໍ່ນໍ້າຮ້ອນເປັນບໍ່ນໍ້າທີ່ເກີດຈາກທໍາມະຊາດທີ່ມີຄວາມຮ້ອນເຖິງ 90 ອົງສາ, ຈຸດທີ່ຮ້ອນທີ່ສຸດນໍ້າຈະຟົດ ແລະມີອາຍຢູ່ຕະຫຼອດເວລາເປັນທີ່ນິຍົມຈາກນັ້ນທ່ອງທ່ຽວພາຍໃນ ແລະຕ່າງປະເທດໃນບໍລະເວນອ້ອມຂ້າງປະກອບໄປດ້ວຍຕົ້ນໄມ້ໃຫຍ່-ນ້ອຍນາໆຊະນິດ ຊຶ່ງປະຊາຊົນເຊື່ອກັນວ່າເປັນດົງສັກສິດມາແຕ່ດົນນານເໝາະແກ່ການມາຜັກຜ່ອນຢ່ອນໃຈຂອງນັກທ່ອງທ່ຽວທີ່ມີຄວາມຕ້ອງການອາບນໍ້າຮ້ອນ ແລະພັກຜ່ອນໃນບ່ອນທີ່ມີປ່າໄມ້ຮົ່ມເຢັນໃນນັ້ນມີອ່າງອາບ-ແຊ່ ແລະອ່າງອາບກາງແຈ້ງສໍາລັບຊາວບ້ານ.

  ບໍ່ນໍ້າຮ້ອນດັ່ງກ່າວຕັ້ງຢູ່ເມືອງຮ້ຽມ ແຂວງຫົວພັນ ຊຶ່ງລົດໃຫຍ່ ແລະລົດຈັກສາມາດເຂົ້າເຖິງ.

----

ຂ່າວ: ວົງມະນີ