ການນຳຄຳມ່ວນ ວາງກະຕ່າດອກໄມ້ເນື່ອງໃນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ

  ເນື່ອງໃນໂອກາດວັນເກີດຂອງປະທານ ໄກສອນ ພົມວິຫານຄົບຮອບ 100 ປີ (13 ທັນວາ 1920-13 ທັນວາ 2020) ການນໍາພັກ-ລັດ ແຂວງຄຳມ່ວນເຊິ່ງນຳໂດຍສະຫາຍວັນໄຊ ພອງສະຫວັນ ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ, ມີບັນດາສະຫາຍຮອງເລຂາ, ຄະນະປະຈຳ, ກຳມະການພັກແຂວງ, ການນຳຂອງພະແນກການ, ອົງການຈັດຕັ້ງມະຫາຊົນ, ລັດວິສາຫະກິດຕະຫຼອດເຖິງພະນັກງານຫຼັກແຫຼ່ງ ແລະນ້ອງນ້ອຍເຍົາວະຊົນ ໄດ້ຮ່ວມວາງກະຕ່າດອກໄມ້ຢູ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ ໃນວັນທີ 13 ທັນວາ 2020 ເພື່ອລະນຶກເຖິງບຸນຄຸນ ແລະຄຸນງາມຄວາມດີອັນປະເສີດເລີດລໍ້າ ທັງເປັນແບບຢ່າງອັນດີງາມຂອງທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະປະຊາຊົນລາວບັນດາເຜົ່າ.

  ປະທານ ໄກສອນ ພົມວິຫານ ແມ່ນປັນຍາຊົນຜູ້ຍິ່ງໃຫຍ່ທີ່ມີນໍ້າໃຈຮັກຊາດອັນດູດດື່ມ, ຕະຫຼອດໄລຍະຂອງການນຳພາຕໍ່ສູ້ປົດປ່ອຍປະເທດຊາດປະທານໄດ້ມີນໍ້າໃຈຮັກຊາດອັນສູງສົ່ງຍາມໃດກໍ່ອຸທິດຕົນເພື່ອຊາດເພື່ອປະຊາຊົນດ້ວຍຄວາມຊື່ສັດບໍລິສຸດ, ມີນໍ້າໃຈເດັດດ່ຽວອົງອາດກ້າຫານ, ດຸໝັ່ນ, ປະຢັດມີທັດສະ ນະມະຫາຊົນສະເໝີຕົ້ນສະເໝີປາຍທັງນໍາພາດ້ານທິດສະດີ ແລະເປັນແບບຢ່າງໃນການປະຕິບັດຕົວຈິງ, ເປັນນັກກົດໝາຍ, ເປັນທັງນັກໂຄສະນາຂົນຂວາຍທີ່ເກັ່ງ, ເຕົ້າໂຮມຄວາມສາມັກຄີພາຍໃນພັກ ແລະປະຊາຊົນບັນດາເຜົ່າໃນຊາດ, ເປັນນັກວິທະຍາສາດທີ່ມີວິໄສທັດກວ້າງໄກທີ່ສາມາດຕີລາຄາສັ່ງຊາສະພາບ ການທັງພາຍໃນ ແລະສາກົນໄດ້ຢ່າງຖືກຕ້ອງ ແລະສາມາດສວຍໃຊ້ສະພາບການໃຫ້ເປັນໂອກາດອຳນວຍໃຫ້ແກ່ຂະບວນການປະຕິວັດຊາດກໍ່ຄືສະໄໝສ້າງສາພັດທະນາປະເທດຊາດປະທານໄດ້ກາຍເປັນຜູ້ ນຳທີ່ດີເດັ່ນ ແລະເປັນວິລະບູລຸດ ຂອງຊາດລາວທີ່ໄດ້ນຳພາປວງຊົນລາວບັນດາເຜົ່າຍາດໄດ້ໄຊຊະນະ ແລະສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975.

  ຕໍ່ກັບບຸນຄຸນ ແລະຄຸນງາມຄວາມດີຂອງບັນພະບູລຸດລາວທີ່ໄດ້ກ່າວມານັ້ນການນຳພັດ-ລັດ, ພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນລາວບັນດາເຜົ່າຕະຫຼອດເຖິງນັກຮຽນ, ນັກສຶກສາປັນຍາຊົນຈົ່ງໄດ້ຕັ້ງໜ້າຮໍ່າຮຽນເອົາບົດຮຽນອັນປະເສີດທີ່ເຕັມໄປດ້ວຍຄຸນສົມບັດສິນທຳປະຕິວັດອັນຜ່ອງໃສນໍາໄປໝູນໃຊ້ເຂົ້າໃນວຽກງານຂອງຕົນ ແລະການດຳລົງຊີວິດຕົວຈິງເພື່ອກາຍເປັນຜູ້ສືບທອດໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດໃຫ້ຮັ່ງມີຜາສຸກສັງຄົມມີຄວາມສີວິໄລ ແລະຍຸຕິທຳ.

---------

ຂ່າວ: ກອງຄຳ. ຮູບພາບໜັງສືພິມເສດຖະກິດ-ສັງຄົມ