ທ່ຽວຊົມ ຖໍ້າເກົ້າຮູ-ພູຕາກເຂົ້າ

  ມີແຜນໄວ້ແລ້ວ ຫຼືຍັງທ້າຍປີນີ້ຈະໄປພັກຜ່ອນຢູ່ໃສກັບໃຜຫຼາຍໆຄົນກໍຄົງວາງແຜນໄວ້ແນ່ແລ້ວກຽມໄປ ຫຼືອາດຈະໄປແລ້ວແຕ່ສໍາລັບໃຜທີ່ຍັງບໍ່ຮູ້ຈະໄປໃສຂໍແນະນໍາໜຶ່ງສະຖານທີ່ໆວິວງາມບັນຍາກາດດີຄື: ຖໍ້າເກົ້າຮູ-ພູຕາກເຂົ້າ ບ້ານທົ່ງຂາມ ເມືອງເລົ່າງາມ ແຂວງສາລະວັນ ເປັນສະຖານທີ່ພັກຜ່ອນແບບຄອບຄົວ, ໝູ່ຄູ່, ຄົນຮັກ, ເປັນກຸ່ມ ຫຼືບໍລິສັດກໍໄດ້ສະຖານທີ່ກວ້າງຂວາງ.

  ຖໍ້າເກົ້າຮູ-ພູຕາກເຂົ້າເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດແຫ່ງໜຶ່ງທີ່ມີທິວທັດທໍາມະຊາດອ້ອມຂ້າງສວຍສົດງົດງາມ, ເຕັມໄປດ້ວຍຕົ້ນໄມ້ນ້ອຍ-ໃຫຍ່ຂຽວສົດໃສຫຼາກຫຼາຍຊະນິດປົກຄຸມພື້ນທີ່ ແລະມີສັດສາວ່າສິ່ງຫຼາຍຊະນິດ ຊຶ່ງໂຕຖໍ້າມີລັກສະນະແປກຕາບໍ່ຄືບ່ອນອື່ນນັບວ່າເປັນແຫຼ່ງທ່ອງທ່ຽວທີ່ມະຫັດສະຈັນ ແລະມີຄວາມເລິກລັບໜ້າຄົ້ນຫາ, ຖໍ້າເກົ້າຮູ-ພູຕາກເຂົ້າຕັ້ງຢູ່ບ້ານທົ່ງຂາມ, ເມືອງເລົ່າງາມ ແລະຫ່າງຈາກເສັ້ນທາງເລກ 20 ປະມານ 12 ກິໂລແມັດ ແລະຫ່າງຈາກເທສະບານເມືອງ 14 ກິໂລແມັດ, ເມື່ອມາທ່ອງທ່ຽວ “ຖໍ້າເກົ້າຮູ-ພູຕາກເຂົ້າ” ແຫ່ງນີ້ນັກທ່ອງທ່ຽວຈະໄດ້ສໍາຜັດອາກາດທີ່ເຢັນສົດຊື່ນ, ເພີດເພີນກັບບັນຍາກາດທີ່ຜ່ອນຄາຍ, ໄດ້ສໍາຜັດທ່ຽວຊົມຄວາມສວຍງາມຂອງທິວທັດທໍາມະຊາດທີ່ສວຍສົດງົດງາມ.

 ນອກນັ້ນ ແຂວງສາລະວັນເປັນ ແຂວງທີ່ມີອາກາດເຢັນສະບາຍ, ມີພູຜາປ່າໄມ້ທີ່ອຸດົມສົມບູນຈຶ່ງເໝາະແກ່ການທ່ອງທ່ຽວແບບທຳມະຊາດຖ້າທ່ານໃດໄດ້ໄປແຂວງສາລະວັນແລ້ວໆກໍຄວນຫາໂອກາດໄປສຳຜັດກັບບັນຍາກາດດີໆແບບນີ້ເພື່ອຜ່ອນຄາຍຄວາມຕຶງຄຽດຈາກວຽກງານ, ການໄດ້ສຳຜັດກັບອາກາດບໍລິສຸດກໍຈະເຮັດໃຫ້ຮ່າງກາຍ ແລະຈິດໃຈເບີກບານມ່ວນຊື່ນມີກຳລັງແຮງໃນການເຮັດວຽກງານໃຫ້ມີຜົນສຳເລັດຢ່າງແນ່ນອນ.