4 ແຂວງພາກໃຕ້ແລກປ່ຽນບົດຮຽນ ວຽກງານຮັກສາສຸຂະພາບຕາ

   ວັນທີ 9 ທັນວາ 2020 ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງເຊກອງ, 4 ແຂວງພາກໃຕ້ຄື: ແຂວງເຊກອງ, ຈໍາປາສັກ, ສາລະວັນ ແລະອັດຕະປື ໄດ້ຈັດກອງປະຊຸມແລກປ່ຽນຖອດຖອນບົດຮຽນກ່ຽວກັບການບໍລິການວຽກງານຮັກສາສຸຂະພາບຕາໂດຍການເຂົ້າຮ່ວມຂອງທ່ານ ດຣ ນາງ ລໍາພັນ ໄຊຄໍາມີ ຮອງຫົວໜ້າພະ ແນກສາທາລະນະສຸກແຂວງເຊກອງມີທ່ານ ດຣ ນາງ ພອນສະຫວັນ ຈ່າສານ ຮອງຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ແລະ ມີຕາງໜ້າໂຄງການ cbm  ປະຈໍາລາວ, ພ້ອມດ້ວຍຫົວໜ້າຂະແໜງຕາ, ພະຍາບານຕາຈາກບັນດາເມືອງຂອງ 4 ແຂວງພາກໃຕ້ເຂົ້າຮ່ວມ.

  ຈຸດປະສົງຂອງກອງປະຊຸມຄັ້ງນີ້ກໍເພື່ອສະຫຼຸບຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານກ່ຽວກັບການບໍລິການວຽກງານຮັກສາສຸຂະພາບຕາໃນປີ 2020 ແລະວາງທິດທາງປີ 2021 ໂດຍສະເພາະແມ່ນເລັງໃສ່ພະຍາບານຕາທີ່ປະຈໍາຢູ່ບັນດາເມືອງໃນ 4 ແຂວງພາກໃຕ້ ແລະທັງເພື່ອເປັນການແລກປ່ຽນຖອດຖອນບົດຮຽາງດ້ານວິຊາການຕາແນໃສ່ເພື່ອເຮັດໃຫ້ການບໍລິການສຸຂະພາບຕາໃຫ້ມີຄວາມເຂັ້ມແຂງ, ໝັ້ນຄົງ, ຍືນຍົງຕໍ່ໄປ ແລະທົ່ວເຖິງ.

   ທ່ານ ດຣ ນາງ ພອນສະຫວັນ ຈ່າສານ ກ່າວວ່າ:  ກ່ຽວກັບການບໍລິການວຽກງານຮັກສາສຸຂະພາບຕາແມ່ນໄດ້ການສະໜັບສະໜູນຈາກໂຄງການ cbm ຊຶ່ງເປັນໂຄງ ການຊ່ວຍເຫຼືອລ້າຈາກປະເທດອົດສະຕາລີໂດຍໄດ້ໃຫ້ການຊ່ວຍເຫຼືອ ຄົນພິການຕາຢູ່ໃນລາວມາແຕ່ປີ 1984 ໂດຍເລັງໃສ່ປິ່ນປົວຄົນພິການດ້ານສາຍຕາ, ຊຶ່ງມີອົງປະກອບເຊັ່ນ: ຕ້ອງມີແບບຟອມເກັບກໍາຈໍານວນຄົນພິການທີ່ມາໃຊ້ບໍລິການຕາ ແລະຈໍານວນຄົນພິການທີ່ມີອາຍຸນ້ອຍກວ່າ 18  ປີ;  ບໍລິການ ຮອບດ້ານເຊັ່ນສົ່ງເສີມສຸຂະພາບຕາ, ປ້ອງກັນ, ປິ່ນປົວ ແລະຟື້ນຟູໜ້າທີ່ການ; ເຊື່ອມສານວຽກງານຮັກສາສຸຂະພາບຕາ ແລະວຽກງານຮັກສາສຸຂະພາບຂັ້ນຕົ້ນພ້ອມທັງເຮັດສຸຂະສຶກສາຕໍ່ຜູ້ທີ່ບໍ່ເປັນພິການຕາເຮັດແນວໃດຈຶ່ງຈະບໍ່ເປັນພິການໃນຕໍ່ໜ້າເລົ່ານີ້ເປັນຕົ້ນ.

 ໃນກອງປະຊຸມບັນດາທ່ານໝໍ ແລະພະຍາບານຕາແຕ່ລະເມືອງໄດ້ຜັດປ່ຽນກັນລາຍງານໂດຍຫຍໍ້ກ່ຽວກັບວຽກງານທີ່ຕົນຈັດຕັ້ງປະຕິບັດຜ່ານມາຊຶ່ງໄດ້ຍົກໃຫ້ເຫັນດ້ານດີທີ່ປະຕິບັດໄດ້ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ປະຕິບັດຍັງບໍ່ມັນໄດ້ເພື່ອເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນເພື່ອນໍາເອົາບົດຮຽນໄປນໍາໃຊ້ໃນທ້ອງຖິ່ນຕົນໃຫ້ດີຂຶ້ນກວ່າເກົ່າ.