ໄຊຍະຈັດກອງປະຊຸມຄົບຄະນະກໍາມະການວັດທະນະທໍາ-ສັງຄົມ ແລະບັນດາເຜົ່າ

  ກອງປະຊຸມຄົບຄະນະກໍາມະການວັດທະນະທໍາ-ສັງຄົມ ແລະບັນດາເຜົ່າສະພາປະຊາຊົນແຂວງໄຊຍະບູລີປະຈໍາປີ 2020 ໄດ້ຈັດຂຶ້ນໃນວັນທີ 9 ທັນວາ 2020 ນີ້ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ໂດຍການເປັນປະທານຂອງທ່ານ ນາງ ວິລະພອນ ທອງພິມ ຄະນະປະຈໍາສະພາປະຊາຊົນແຂວງປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະບັນດາເຜົ່າ,ເຂົ້າຮ່ວມມີທ່ານ ນາງ ອິດມະນີ ຈັນທະຄູນ ຮອງປະທານສະພາປະຊາຊົນແຂວງຜູ້ຊີ້ນໍາຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນ ດາເຜົ່າ, ມີບັນດາທ່ານສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງ 11 ເມືອງ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ,ພະນັກງານຫຼັກແຫຼ່ງຈາກຂົງເຂດວັດທະນະທໍາ-ສັງຄົມເຂົ້າຮ່ວມ.

  ທ່ານ ນາງ ວິລະພອນ ທອງພິມ ໄດ້ກ່າວວ່າ: ປີ 2020 ເປັນປີມ້ວນທ້າຍແຫ່ງການຈັດຕັ້ງປະຕິບັດແຜນການ 5 ປີ (2016-2020) ຂອງສະພາປະຊາຊົນແຂວງກໍ່ຄືແຜນການ 5 ປີ ຂອງຄະນະກໍາມະການວັດທະນະທໍາ-ສັງຄົມ ແລະບັນດາເຜົ່າໃນການປະຕິບັດ 3 ພາລະບົດບາດຂອງຕົນ, ສຳລັບກອງປະຊຸມຄັ້ງນີ້ແມ່ນໄດ້ສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະ ຕົກລົງບາງບັນຫາສໍາຄັນພື້ນຖານຄື: ໄດ້ຄົ້ນຄວ້າພິຈາລະນາຮັບຮອງເອົາຮ່າງບົດສະຫຼຸບຕີລາຄາສະພາບການເຄື່ອນໄຫວວຽກງານ 5 ປີ (2016-2020), ການເຄື່ອນໄຫວວຽກງານປະຈໍາປີ 2020 ແລະທິດທາງແຜນການ ປະຈໍາປີ 2021 ແລະຄົ້ນຄວ້າຮ່າງ ແຜນການເຄື່ອນໄຫວວຽກງານ 5 ປີ ຂອງຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ພິຈາລະນາຮັບຮອງເອົາບົດລາຍງານຂອງພະແນກສຶກສາທິການ ແລະ ກີລາແຂວງກ່ຽວກັບຜົນການຈັດຕັ້ງປະຕິບັດຄາດໝາຍດ້ານການສຶກສາ ແລະກີລາ 5 ປີ (2016-2020), ການຈັດຕັ້ງປະຕິບັດຄາດໝາຍປີ 2020, ທິດທາງແຜນການປະຈໍາປີ 2021 ແລະແຜນ 5 ປີ (2021-2025).

  ພິຈາລະນາຮັບຮອງເອົາບົດລາຍງານຂອງພະແນກສາທາລະນະສຸກແຂວງກ່ຽວກັບຜົນການຈັດຕັ້ງປະຕິບັດຄາດໝາຍດ້ານສາທາລະນະສຸກ 5 ປີ (2016-2020), ການຈັດຕັ້ງປະຕິບັດຄາດໝາຍ ປີ 2020, ວາງທິດທາງແຜນການປະຈໍາປີ 2021 ແລະແຜນ 5 ປີ (2021-2025); ພິຈາລະນາຮັບຮອງເອົາບົດລາຍງານຂອງ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງກ່ຽວກັບຜົນການຈັດຕັ້ງປະຕິບັດຄາດໝາຍດ້ານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ 5 ປີ (2016- 2020), ການຈັດຕັ້ງປະຕິບັດຄາດໝາຍປີ 2020, ທິດທາງແຜນການປະຈໍາປີ 2021 ແລະ ແຜນ 5 ປີ (2021-2025); ພິຈາລະນາຮັບຮອງເອົາບົດລາຍງານຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງກ່ຽວກັບຜົນການຈັດຕັ້ງປະຕິບັດຄາດໝາຍດ້ານແຮງງານ ແລະ ສະຫວັດດີການສັງຄົມ 5 ປີ(2016- 2020), ການຈັດຕັ້ງປະຕິບັດຄາດໝາຍປີ 2020, ທິດທາງແຜນການປະຈໍາປີ 2021 ແລະແຜນ 5 ປີ (2021-2025).

   ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຄົ້ນຄວ້າປະກອບຄໍາຄິດຄໍາເຫັນເພື່ອຊອກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະບົດຮຽນທີ່ດີໃນຕໍ່ໜ້າຈາກບົດຮຽນ ແລະພຶດຕິກໍາຕົວຈິງທີ່ເຮັດໃຫ້ກອງປະຊຸມຄັ້ງນີ້ມີເນື້ອໃນອຸດົມສົມບູນພ້ອມຈະເປັນບົດຮຽນໃຫ້ແກ່ພວກເຮົາໃນການກະກຽມໃສ່ກອງປຸມສະໄໝສາມັນເທື່ອທີ X ຂອງສະ ພາປະຊາຊົນແຂວງຊຸດທີ I.

---------------

ຂ່າວມະໄລວັນ  

ຮູບພາບໜັງສືພິມເສດຖະກິດ-ສັງຄົມ