ຫສນຍ ຄັດເລືອກຜູ້ແທນເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

  ໃນວັນທີ 8 ທັນວາ 2020 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມໃຫຍ່ສະມາຊິກພັກເພື່ອເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ໂດຍການເປັນປະທານຂອງສະຫາຍ ຄໍາເຈນ ວົງໂພສີ, ກຳມະການສູນກາງພັກ, ເລຂາຄະນະພັກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ມີບັນດາສະຫາຍຄະນະພັກ ຫສນຍ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສະມາຊິກພັກອາວຸໂສບຳນານທົ່ວຫ້ອງວ່າການສໍານັກງານນາຍົກລັດຖະມົນຕີເຂົ້າຮ່ວມ 215 ສະຫາຍ.

  ວາລະທໍາອິດຂອງກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການນຳພາ-ຊີ້ນຳວຽກງານຜ່ານມາ (ນັບແຕ່ປີ 2017 ຫາ ກາງປີ 2020) ແລະທິດແຜນການໃນຕໍ່ໜ້າຂອງຄະນະບໍລິຫານງານພັກ ຫສນຍ ທີ່ສະເໜີໂດຍສະຫາຍ ຄໍາລາວັນ ຈັນທະລາວັນຮອງເລຂາຄະນະພັກ ຫສນຍຊຶ່ງເຫັນໄດ້ຜົນສໍາເລັດທີ່ພົ້ນເດັ່ນຫຼາຍ ດ້ານເປັນຕົ້ນວຽກງານການເມືອງ-ແນວຄິດ; ວຽກງານຈັດຕັ້ງພັກ ແລະພະນັກງານ; ວຽກງານກໍ່ສ້າງພັກ, ຂະຫຍາຍພັກ; ວຽກງານກຽມກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຫສນຍ; ວຽກງານວິຊາສະເພາະໂດຍສະເພາະໄດ້ເອົາໃຈໃສ່ວຽກງານການເປັນເສນາທິການ, ວຽກງານປະສານງານ, ວຽກງານບໍລິການຮັບໃຊ້ການນຳເປັນຢ່າງດີລວມທັງວຽກງານຮ່ວມມືກັບຕ່າງປະເທດວຽກງານກວດກາພ້ອມກັນນີ້ວຽກອົງການຈັດຕັ້ງມະຫາຊົນ, ວຽກງານປ້ອງກັນຄວາມສະຫງົບ, ວຽກງານນະໂຍບາຍ ແລະອື່ນໆກໍ່ໄດ້ຮັບການຈັດຕັ້ງປະຕິບັດມີຜົນສຳເລັດຕາມແຜນທີ່ໄດ້ກຳນົດໄວ້ຄຽງຄູ່ກັບດ້ານດີຜົນສຳເລັດທີ່ຍາດມາໄດ້ກໍ່ປາສະຈາກບໍ່ໄດ້ຂໍ້ຄົງຄ້າງຊຶ່ງສະ ຫາຍ ຄໍາລາວັນ ຈັນທະລາວັນ ຍັງໄດ້ຍົກໃຫ້ເຫັນສາຍເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ ແລະບົດຮຽນທີ່ຖອດຖອນໄດ້ໃນການນໍາພາຊີ້ນໍາວຽກງານຂອງ ຫສນຍ ໃນໄລຍະຜ່ານ, ພ້ອມທັ ສະເໜີທິດທາງແຜນການໃນທ້າຍສະໄໝທີ IV ຂອງຄະນະບໍລິຫານງານພັກຫສນຍຕື່ມອີກຈາກນັ້ນກອງປະຊຸມໄດ້ພ້ອມກັນປ່ອນບັດຄັດເລືອກເອົາຜູ້ແທນທີ່ເປັນຕົວແທນຂອງອົງຄະນະພັກຫ້ອງວ່າການສໍານັກງານນາຍົກລັດຖະມົນ ຕີເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ຊຶ່ງມີຜູ້ສະໝັກທັງໝົດ 10 ສະຫາຍ, ໃນນັ້ນເລືອກເອົາຜູ້ແທນສົມບູນ 6 ສະຫາຍ ແລະຜູ້ແທນສໍາຮອງ 2 ສະຫາຍ, ຜ່ານການປ່ອນບັດຄັດເລືອກໄດ້ຜູ້ແທນສົມບູນປະກອບມີ: ສະຫາຍ ຄໍາລາວັນ ຈັນທະລາວັນ,ສະຫາຍ ຄົມສັນ ໄຊຍະສານ, ສະຫາຍ ສະຖິດເພັດສິງເລື່ອງ,ສະຫາຍ ປະເສີດ ສັກອຸເທນທະປັນຍາ,ສະຫາຍ ແສງທອງມະນີຈັນ ແລະສະຫາຍ ນາງ ບຸນໜັກ ຫຼວງລາດ; ສຳລັບຜູ້ແທນສໍາຮອງປະກອບມີ: ສະຫາຍ ສົມກຽດພະສີ ແລະສະຫາຍ ຈັນທະພອນ ແກ້ວມາລາວົງ.

 ກອງປະຊຸມໄດ້ດຳເນີນໄປຖືກຕ້ອງຕາມກົດລະບຽບຂອງພັກ ແລະຄຳແນະນຳຂອງຄະນະເລຂາທິການສູນກາງພັກ, ພ້ອມທັງໄດ້ນຳໃຊ້ສິດປະຊາທິປະໄຕ ຂອງສະມາຊິກພັກດ້ວຍຄວາມຮັບຜິດຊອບສູງເຮັດໃຫ້ກອງປະຊຸມໄດ້ຮັບຜົນສຳເລັດອັນຈົບງາມ, ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ຄໍາເຈນ ວົງໂພສີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ອົງຄະນະພັກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີສາມາດຍາດມາໄດ້ໃນໄລຍະຜ່ານ  ແລະ ຜົນຂອງການຄັດເລືອກເອົາຜູ້ແທນເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ພ້ອມນັ້ນສະຫາຍຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ບາງບັນຫາສຳຄັນຕື່ມເປັນຕົ້ນໃຫ້ບັນດາສະຫາຍຜູ້ແທນສົມບູນ ແລະສຳຮອງກຽມຄວາມພ້ອມທາງ ດ້ານເນື້ອໃນກໍ່ຄືນຳເອົາຄວາມຄິດເຫັນຂອງອົງຄະນະພັກຫສນຍເພື່ອນໍາສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ພ້ອມທັງຮັກສາສຸຂະພາບຂອງຕົນໃຫ້ສາມາດເຂົ້າຮ່ວມຕະຫຼອດໄລຍະດຳເນີນກອງປະຊຸມ; ໃຫ້ບັນດາອານຸກໍາມະການກະກຽມດໍາເນີນກອງປະຊຸມໃຫຍ່ຄັ້ງທີ V ອົງຄະນະພັກ ຫສນຍ ສືບຕໍ່ກະກຽມ ແລະກວດກາຄືນບັນດາວຽກງານຂອງຕົນໃຫ້ມີຄວາມພ້ອມຮອບດ້ານເພື່ອເຮັດໃຫ້ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຫສນຍ ສາມາດ ດໍາເນີນໄປໄດ້ຕາມກຳ ນົດເວລາ, ບັນລຸຕາມຈຸດປະສົງ ແລະຄາດໝາຍທີ່ວາງໄວ້ຢ່າງຈົບງາມ,ອັນສຳຄັນແມ່ນຕ້ອງປັບປຸງຮ່າງບົດລາຍງານການເມືອງ ແລະຮ່າງແຜນພັດທະນາວຽກງານວິຊາສະເພາະຂອງ ຫສນຍ,  ຊຶ່ງສອງເອກະສານດັ່ງກ່າວຕ້ອງໃຫ້ກົມກຽວໄປລວງດຽວກັນ ແລະຕິດພັນກັນຢ່າງສະໜິດແໜ້ນ;ແຕ່ລະອານຸກຳມະການສືບຕໍ່ປຶກສາຫາລືກັນ ໂດຍມີການແບ່ງຄວາມຮັບຜິດຊອບຢ່າງລະອຽດ, ຈະແຈ້ງ, ຮັບປະກັນຄວາມພ້ອມ,ປະສິດທິພາບ ແລະປະສິດທິຜົນຂອງວຽກງານ; ສຳລັບວຽກງານຂະບວນການແມ່ນໃຫ້ເຄື່ອນໄຫວຕິດພັນກັບໜ້າທີ່ການເມືອງ, ວຽກງານວິຊາສະເພາະກໍ່ຄືເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງ ຫສນຍ, ຄຳຂວັນຂອງອົງການຈັດຕັ້ງມະຫາຊົນ ແລະ ຂໍ້ແຂ່ງຂັນຮັກຊາດ ແລະພັດທະນາ, ພ້ອມກັນນີ້ໃຫ້ສະມາຊິກພັກຂອງ ຫສນຍ ທຸກສະຫາຍສືບຕໍ່ມູນເຊື້ອອັນດີງາມ, ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານການເມືອງແນວຄິດ, ຄຸນສົມບັດ-ສິນທຳປະຕິວັດ, ທາງດ້ານວິຊາສະເພາະ, ມີຄວາມສາມັກຄີປອງດອງເພື່ອເຮັດສຳເລັດໃນໜ້າທີ່ການເມືອງທີ່ຖືກມອບໝາຍ.

---------------

ຂ່າວ: ກົມປະຊາສຳພັ  ຫສນຍ