ເປີດຊຸດຝືກອົບຮົມວຽກງານໂຄສະນາ-ປາຖະກະຖາຢູ່ກະຊວງ ຍທຂ

  ໃນວັນທີ 8 ທັນວາ 2020, ກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກຮ່ວມກັບກະຊວງ ຍທຂ ຈັດຊຸດຝຶກອົບຮົມວຽກງານໂຄສະນາ-ປະຖະກະຖາ ໃຫ້ແກ່ພະ ນັກງານສະມາຊິກພັກທີ່ເປັນຫຼັກແຫຼ່ງ ແລະພາກລັດວິສາຫະກິດອ້ອມຂ້າງກະຊວງ, ໄດ້ຈັດຂຶ້ນທີ່ສະຖາບັນຝຶກອົບຮົມຂອງກະຊວງໂຍທາທິການ ແລະ ຂົນສົ່ງໂດຍໃຫ້ ກຽດເປັນປະທານຮ່ວມຂອງທ່ານ ສີລິພອນ ອິນທິລາດ ຫົວໜ້າສະຖາບັນຝຶກອົບຮົມ ຍທຂ ແລະທ່ານ ນາງ ບົວລີ ບັນຊາລິດ ເລຂາຄະນະພັກຫົວໜ້າກົມໂຄສະນາຄະ ນະໂຄສະນາອົບຮົມສູນກາງພັກ, ມີນັກສຳມະນາກອນ ແລະວິທະຍາກອນເຂົ້າຮ່ວມຢ່າງພ້ອມພຽງ.

  ທ່ານ ສີລິພອນ ອິນທິລາດ ໄດ້ກ່າວວ່າ: ຫຼັກສູດຝຶກອົບຮົມວຽກງານປາຖະກະຖາໃນໄລຍະສັ້ນ 10 ວັນ, ມາຮອດປະຈຸບັນນີ້ໄດ້ຈັດຕັ້ງປະຕິບັດມາລວມເປັນ 19 ຊຸດແລ້ວ, ມີນັກສໍານະກອນເຂົ້າຮ່ວມທັງໝົດ 544 ຄົນ, ສະແດງໃຫ້ເຫັນວ່າການນໍາຂອງກະຊວງ ຍທຂ ໄດ້ໃຫ້ຄວາມສໍາຄັນຕໍ່ການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວຽກງານໂຄສະນາ-ປາຖະກະຖາ ໃຫ້ແກ່ພະນັກງານສະມາຊິກພັກຢ່າງຕໍ່ເນື່ອງ.

 ຈຸດປະສົງຂອງການເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ຄັ້ງນີ້ເພື່ອຍົກລະດັບຄວາມຮູ້ທາງດ້ານວຽກງານໂຄສະນາ-ປາຖະກະຖາໃຫ້ແກ່ພັກນັກງານສະ ມາຊິກພັກ-ພະນັກງານ ຫຼັກແຫຼ່ງ ແລະ ເພື່ອນໍາເອົາຄວາມຮູ້ທີ່ໄດ້ຝຶກມາເຫຼົ່ານັ້ນມາໝູນໃຊ້ໃນການປະຕິບັດໜ້າທີ່ວຽກງານໂຕຈິງທີ່ຕົນເອງຮັບຜິດຊອບໃຫ້ເກີດປະ ໂຫຍດສູງສຸດ ແລະເພື່ອເປັນການບໍາລຸງກໍ່ສ້າງພະນັກງານສືບທອດປ່ຽນແທນໃນອະນາຄົດໃຫ້ສອດຄ່ອງຕາມແຜນການພັດທະນາບຸກຄະລາກອນຂອງກະຊວງໂຍທາທິການ ແລະຂົນສົ່ງວາງອອກ. ໄລຍະການຝຶກອົບຮົມເທື່ອນີ້ໃຊ້ເວລາ 9 ວັນ ຊຶ່ງເລີ່ມແຕ່ວັນທີ 8-18 ທັນວາ 2020, ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 6 ທ່ານ ແລະຄູ-ອາຈານຈາກຄະນະໂຄນາອົບຮົມສູນກາງພັກ, ນອກຈາກນັ້ນຍັງໄດ້ເຊີນເອົາອາຈານກິຕິມະສັກຈາກກະຊວງ ພາຍໃນ 1 ທ່ານຄື: ທ່ານ ສີພຸກ ວົງພັກດີ, ອະດີດຮອງລັດຖະມົນຕີກະຊວງພາຍໃນມາຂຶ້ນຫ້ອງບັນຍາຍເອກະສານເພີ່ມເຕີມ ແລະ ເສີມເຄັດລັບຕ່າງໆໃນການເປັນນັກຂຽນນັກແຕ່ງ ແລະ ນັກປາ ຖະກະຖາທີ່ດີເພື່ອແບ່ງປັນບົດຮຽນໃຫ້ແກ່ນັກຝຶກອົບຮົມ.

  ສຳລັບເອກະສານຝຶກອົບຮົມແມ່ນມີ 5 ເອກະສານດັ່ງນີ້: 1. ພື້ນຖານຂອງວຽກງານໂຄສະນາ; 2. ຝຶກອົບຮົມຄວາມຮູ້ໃນການຂຽນເອກະສານ; 3. ຄຸນລັກສະນະ ແລະສິລະປະໃນການປາກເວົ້າຂອງນັກປາຖະກະຖາ; 4. ບັນດານິຕິກໍາ ແລະ ບົດຮຽນໃນການເຄື່ອນໄຫວວຽກງານໂຄສະນາ-ປາຖະກະຖາ; 5. ວຽກງານໂຄສະນາຜ່ານສື່. ນອກຈາກຄົ້ນຄວ້າຮໍ່າຮຽນເອກະສານຕ່າງໆແລ້ວນັກສໍາມະນາກອນກໍ່ໄດ້ຝຶກທົດລອງຂຽນບົດ ແລະຂຶ້ນຫ້ອງປາຖະກະຖາທົດລອງຕົວຈິງພາຍໃນໜ່ວຍ ແລະພາຍໃນຫ້ອງຕໍ່ໜ້າຄູ-ອາຈານ ແລະຄະນະສະຖາບັນອີກດ້ວຍ.

-----------

ຂ່າວ: ຄຳໃສ ພົມມະວັນ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ