ສະຫວັນ ສະຫຼອງ 2 ວັນສຳຄັນຂອງຊາດພ້ອມປະດັບຫຼຽນ ໃຫ້ບຸກຄົນທີ່ມີຜົນງານ

   ທີ່ຫໍວັດທະນະທຳໄກສອນ ພົມວິຫານ ໃນວັນທີ 8 ທັນວາ 2020 ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ (2 ທັນວາ1975-2 ທັນວາ 2020) ແລະວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ(13 ທັນວາ 1920-13 ທັນວາ 2020) ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກອາດີດຮອງນາຍົກລັດຖະມົນຕີປະຈຸບັນເປັນທີ່ປຶກສາຄະນະບໍລິຫານງານສູນກາງພັກ,ມີທ່ານ ສັນ ຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດຕະຫຼອດເຖິງບັນດາທ່ານການນຳພັກ-ລັດຂັ້ນຕ່າງໆຂອງແຂວງ, ຄະນະພັກ-ຄະນະບັນຊາ ປກຊ-ປກສ, ອາດີດການນຳຂອງແຂວງ, ສະຖາບັນການສຶກສາພາກລັດ-ເອກະຊົນ, ນັກທຸລະກິດ, ພະນັກງານອາວຸໂສບຳນານ ແລະພາກສ່ວນຕ່າງໆທີ່ກ່ຽວຂ້ອງພາຍໃນແຂວງເຂົ້າຮ່ວມ.


 ໂອກາດນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ກໍ່ໄດ້ໃຫ້ກຽດຂຶ້ນເລົ່າຄືນມູນເຊື້ອ ແລະປະຫວັດຄວາມເປັນມາຂອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະວັນ ຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທົ່ວປະເທດຈາກນັ້ນ, ໃນພິທີກໍ່ໄດ້ມີ ການປະດັບຫຼຽນໃຫ້ບຸກຄົນ-ກົມ ກອງທີ່ມີຜົນງານປະກອບສ່ວນເຂົ້າໃນບັ້ນປີທ່ອງທ່ຽວລາວ2018 ໃນນີ້ມີຜູ້ໄດ້ຮັບຫຼຽນໄຊແຮງງານຊັ້ນ II ຈຳນວນ 12 ທ່ານ,ຫຼຽນໄຊແຮງງານຊັ້ນ III ມີ 8 ທ່ານ,

ພິເສດໄດ້ມີການປະດັບຫຼຽນໄຊພັດທະນາຊັ້ນ II ໃຫ້ທ່ານ ສີພັນດອນ ມີໄຊ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຊ່ວຍເຫຼືອວັດຖຸ-ທຶນຮອນເຂົ້າໃນການບູລະນະປະຕິ ສັງຂອນພາຍໃນພະທາດອີງຮັງລວມມູນຄ່າ 989 ລ້ານກີບ. ພ້ອມນີ້,ກໍ່ຍັງໄດ້ມີການຍ້ອງຍໍຜູ້ທີ່ປະກອບສ່ວນທຶນເຂົ້າໃນການຟື້ນຟູຜົນກະທົບຈາກໄພພິບັດ 2019 ໃນນີ້ໄດ້ປະດັບຫຼຽນໄຊພັດທະນາຊັ້ນ III ໃຫ້ ທ່ານ ເກຍ ອູ໊ສິດທິເດດ ປະທານບໍລິສັດອຸດົມຊັບກໍ່ສ້າງຂົວທາງຈຳກັດທີ່ໄດ້ປະກອບສ່ວນທຶນ 452 ລ້ານກີບ ແລະໄດ້ປະດັບຫຼຽນກາພັດ ທະນາໃຫ້ 3 ພາກສ່ວນຄື: ທ່ານ ຖາວອນ ອ້ວນມາລາ ປະທານທະນາຄານ JDB ທີ່ປະກອບສ່ວນເງິນ 291 ລ້ານກີບ, ກຸ່ມບໍລິສັດ AIFS ແລະບໍລິສັດ AIDC ເອເຊຍ ລົງທຶນ ພັດທະນາ ແລະກໍ່ສ້າງປະກອບສ່ວນໃນມູນຄ່າ 500 ລ້ານກີບ ແລະ ທ່ານ ເສິນ ເວິນ ຈຸ້ນ ຜູ້ອຳນວຍການບໍລິສັດຊັນເປເປີ້ໂຮນດິ້ງ ຈຳກັດ ປະ ກອບສ່ວນຈຳນວນ 50 ພັນໂດລາ. ເຊິ່ງໃຫ້ກຽດປະດັບຫຼຽນໃນພິທີໃນຄັ້ງນີ້ໂດຍທ່ານເຈົ້າແຂວງສະຫວັນນະເຂດ.