ຕາດຫຼັກ 5 ສະຖານທີ່ທ່ອງທ່ຽວທຳມະຊາດ

   ສໍາລັບປີໃໝ່ສາກົນນີ້, ຜູ້ຂຽນຂໍແນະນຳທາງເລືອກທີ່ສາມາດພາຄອບພາຄົວໄປພັກຜ່ອນຊຶ່ງນໍ້າຕົກຕາດຫຼັກ 5 ອາດເປັນທາງເລືອກທີ່ດີສໍາລັບທ່ານໆທັງຫຼາຍເພາະນອກຈາກຢາກປ່ຽນບັນຍາກາດໃໝ່ບັນຍາກາດທີ່ຮົ່ມເຢັນສະບາຍໆຂອງບັນດາຕົ້ນໄມ້ໃຫຍ່ນ້ອຍທີ່ລຽນຊ້າຍລ້າຍປົກຄຸມບໍລິເວນສະຖານທີ່ທ່ອງທ່ຽວນີ້, ຂະນະດຽວກັນກໍໄດ້ສຳຜັດກັບສຽງນໍ້າໂຕນປະສານກັບສຽງໝູ່ສັກກູນາຕາມປາຍ ແລະ ກິ່ງງ່າໄມ້ເມື່ອໄດ້ຍິນກໍຄືດັ່ງດົນຕີມະໂຫລີທີ່ບັນເລງກ່ອມ ແລະ ສ້າງບັນຍາກາດໃຫ້ແກ່ເຫຼົ່ານັກທ່ອງທ່ຽວທັງແບບຄອບຄົວ, ໝູ່ຄູ່ເພື່ອນມິດສະຫາຍທີ່ນັ່ງເປັນກຸ່ມເປັນຈຸຢູ່ຈຸດຕ່າງໆຕາມອັດທະຍາໄສນັ້ນຜ່ອນຄາຍຄວາມອິດເມື່ອຍໄປຕາມໆກັນ ແລະເມື່ອໄດ້ຖ່າຍຮູບທິວທັດທຳມະຊາດນໍ້າຕົກຕາດໃນຍາມຕາເວັນຕົກແລ້ວຊ່າງແສນພາກພູມໃຈ.

  ນໍ້າຕົກຕາດຫຼັກ 5 ຕັ້ງຢູ່ບ້ານວຽງສາ ເມືອງໄຊ ແຂວງອຸດົມໄຊ ຫ່າງຈາກເທສະບານເມືອງໄຊພຽງແຕ່ 5 ກິໂລແມັດ ແລະການເດີນທາງແມ່ນສະດວກສະບາຍເນື່ອງຈາກເສັ້ນທາງດັ່ງກ່າວເປັນເສັ້ນທາງປູຢາງປະມານ 5 ກິໂລແມັດ ແລະເສັ້ນທາງດິນແດງປະມານ 1,2 ກິໂລແມັດ ເມື່ອໄປເຖິງກໍ່ຈະພົບກັບຄວາມກວ້າງໃຫຍ່ຂອງທຳ ມະຊາດທີ່ຮົ່ມເຢັນຊຶ່ງໄດ້ສ້າງໃຫ້ເກີດຄວາມສະບາຍອົກສະບາຍໃຈເອົາແທ້ເອົາວ່າມັນຊ່າງມີຄວາມສຸກຄວາມສະບາຍໃຈຫຼາຍເມື່ອສາຍຕາໄປຕ້ອງກັບການລົງຫຼິ້ນ ແລະການລົງອາບນໍ້າ.

  ນໍ້າຕົກຕາດຫຼັກ 5 ຄືອີກໜຶ່ງທາງເລືອກເພື່ອພັກຜ່ອນຢ່ອນອາລົມທີ່ດີບໍ່ນ້ອຍໜ້າສະຖານທີ່ທ່ອງທ່ຽວອື່ນໃນປະເທດເຮົາ ແລະເທສະການຕ່າງໆທີ່ຈະມາເຖິງນີ້ຖ້າຄິດບໍ່ອອກຊອກບໍ່ເຫັນຫຼືຍັງຕັດສິນໃຈວ່າຈະໄປທ່ຽວໃສດີກໍຢ່າລືມລົງໄປພາກເໜືອໄປສຳຜັດກັບຄວາມໃສເຢັນຂອງສາຍນໍ້າຄວາມຮົ່ມເຢັນຂອງຕົ້ນໄມ້ຈິດໃຈທີ່ດີງາມຂອງຊາວອຸດົມໄຊກໍແລ້ວກັນ.