ຜົນການແຂ່ງຂັນປະກວດທຸລະກິດສະຕາດອັບ

    ງານແຂ່ງຂັນປະກວດທຸລະກິດສະຕາດອັບ 2020 ຫຼື Lao Startup Award 2020 pow ered by Maruhan Bank Ja pan Lao ຄັ້ງທໍາໃນ ສປປ ລາວ ຊຶ່ງມີລາງວັນເງິນສົດ 5.000 ໂດລາສະຫະລັດ ສໍາລັບທີມທີ່ຊະນະເລີດໄດ້ຈັດຂຶ້ນໃນວັນທີ 6 ທັນວາ 2020 ທີ່ສູນການຄ້າວຽງຈັນ ເຊັນເຕີນະຄອນຫຼວງວຽງຈັນ.

  ງານດັ່ງກ່າວຈັດຂຶ້ນໂດຍສະມາຄົມການຄ້າໄອຊີທີລາວ (LICA) ຮ່ວມກັບທະນາຄານມາຣູຮານ ເຈແປນລາວ ແລະບັນດາບໍລິສັດທີ່ໃຫ້ການສະໜັບສະໜູນ,ຊຶ່ງມີຫຼາຍກວ່າ 70 ໄອເດຍ ຫຼື 70 ສະຕາດອັບທີ່ໄດ້ສະໜັກເຂົ້າແຂ່ງຂັນ, ພາຍຫຼັງການຄັດເລືອກເອົາ 11 ທີມສຸດທ້າຍ ປະກອບມີ 1) ແມ່ນ ທີມ Replabricks ສະຕາດອັບຮັກໂລກທີ່ນຳເອົາພລາສຕິກມາຜະລິດເປັນດິນບ໋ອກອະເນກປະສົງ; 2) ShortCut ສະຕາດອັບທີ່ໃຫ້ບໍລິການຊັບພອດນັກຮ້ອງສິລະປິນໃນຍຸກດີຈີຕອລ; 3) Shop ping-D ຊຸບເປີມາເກັດອອນລາຍທີ່ໃຫ້ລູກຄ້າເລືອກຊື້ສິນຄ້າໂດຍສະເພາະປະເພດອຸປະໂພກ-ບໍລິໂພກ; 4) Discover Laos Today ຜູ້ໃຫ້ບໍລິການລະ ບົບ POS ສຳລັບຮ້ານອາຫານ, ໂຮງແຮມ; 5) Skill Lounge ແພລັດ ຟອມສຳລັບນັກວິຊາການ, ຄູ-ອາຈານ, ຜູ້ຊ່ຽວຊານດ້ານຕ່າງໆໄດ້ເຂົ້າມາແບ່ງປັນປະສົບ ການໃຫ້ຄົນອື່ນຜ່ານການສິດສອນອອນລາຍ; 6) Norms ສະຕາດອັບດ້ານສິ່ງແວດລ້ອມທີ່ນຳເອົາພລາສຕິກມາແປຮູບເປັນກະເປົ໋າຫຼາກຫຼາຍຮູບແບບ; 7) Handee ແພລັດຟອມສຳລັບ Freelance ສາມາດໂພສການບໍລິການລົງໄດ້ ແລະ ເຊື່ອມກັບລູກຄ້າ; 8) Letb egin.com ແພລັດຟອມລະດົມທຶນ (Crowdfunding ທີ່ຈະເປັນສ່ອງທາງເຊື່ອມຕໍ່ຜູ້ທີ່ຕ້ອງການລົງທຶນ ແລະ ຜູ້ທີ່ມີແນວຄິດໄອເດຍຕ່າງໆ ທີ່ຕ້ອງທຶນມາສະໜັບສະໜູນ; 9) bansi.la ແພລັດ ຟອມລະບົບບັນຊີອອນລາຍທີ່ຕອບໂຈດທຸລະກິດຂະໜາດນ້ອຍ ແລະກາງໃຫ້ການຈັດການບັນຊີເປັນເລື່ອງທີ່ງ່າຍດາຍ; 10) iCAAN ແພລັດຟອມ LIVE ຂາຍເຄື່ອງສິນຄ້າທີ່ອອກແບບມາໃຫ້ແມ່ຄ້າອອນລາຍ ແລະ ຈ່າຍສະດວກຜ່ານລະບົບທະນາຄານ; 11) Wecare ແພລັດຟອມໃຫ້ຄຳປຶກສາສຸຂະພາບຈິດຜູ້ປ່ວຍສາມາດຂໍຄຳ ປຶກສາ.

  ຜ່ານການແຂ່ງຂັນໃນ 11 ທີມ ດັ່ງກ່າວຊຶ່ງທີມທີ 1 ຊະນະເລີດໄດ້ແກ່ທີມ Bansi.la ແພລັດຟອມລະບົບບັນຊີອອນລາຍທີ່ຕອບໂຈດທຸລະກິດຂະໜາດນ້ອຍ ແລະກາງໃຫ້ການຈັດການບັນຊີເປັນເລື່ອງທີ່ງ່າຍດາຍຊຶ່ງໄດ້ຮັບລາງວັນເງິນສົດ 5.000 ໂດລາ; ສ່ວນລາງວັນຊົມເຊີຍເງິນສົດ 10 ລ້ານກີບ ໄດ້ແກ່ທີມ Skill Lounge  ແລະ Shortcut, ລາງວັນຂວັນໃຈກອງເຊຍໄດ້ແກ່ທີມ Decover Lao today ແລະທີມ ShoppingD, ນອກນີ້ຍັງມີລາງວັນພິເສດຂວັນໃຈ Maruhan Japan Bank Lao ຊຶ່ງໄດ້ແກ່ທີມ We Care.